ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບອົງການແຄຣນາໆຊາດປະຈຳ ສປປ ລາວ ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງພາກສັງຄົມທີ່ກ່ຽວຂ້ອງ ເພື່ອການພັດທະນາສີຂຽວໃນ ສປປ ລາວ ຫຼື ເອີ້ນຊື່ຫຍໍ້ວ່າ GAMCIL ໄດ້ສໍາເລັດການຝຶກອົບຮົມການເປັນຄູຝຶກໃຫ້ແກ່ສື່ມວນຊົນຈາກສູນກາງ ແລະ ທ້ອງຖິ່ນ ໃນຫົວຂໍ້: ການລາຍງານຂ່າວບັນຫາສີຂຽວ ລະຫວ່າງວັນທີ 14-18 ຕຸລາ ຜ່ານມາ ທີ່ໜັງສືພິມພາສາຕ່າງປະເທດ ໂດຍການເຂົ້າຮ່ວມຂອງທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ອະດີດຮອງລັດຖະມົນ ຕີກະຊວງຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ, ມີຜູ້ປະສານງານໂຄງການ, ວິທະ ຍາກອນຈາກຕ່າງປະເທດ ແລະ ສໍາມະນາກອນຂະແໜງການກ່ຽວຂ້ອງ. ຊຸດຝຶກອົບຮົມຄັ້ງນີ້ແມ່ນໜຶ່ງໃນກິດຈະກຳຫຼັກຂອງໂຄງການ GAMCIL ເພື່ອບັນລຸຕາມແຜນຍຸດທະສາດຂອງສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ແຜນການດຳເນີນກິດ ຈະກຳຂອງໂຄງການ ໃນການສ້າງຄວາມອາດສາມາດໃຫ້ແກ່ຜູ້ທີ່ເຮັດວຽກງານຂະ ແໜງຖະແຫຼງຂ່າວສື່ມວນຊົນໃນທົ່ວປະ ເທດໃຫ້ກາຍເປັນຄູຝຶກນັກຂ່າວໃນອະນາຄົດ ແລະ ເຂົ້າຮ່ວມການເຄື່ອນໄຫວກິດຈະ ກຳການຝຶກອົບຮົມຕ່າງໆ ທີ່ຈະໄດ້ຈັດຂຶ້ນ ໂດຍສະມາຄົມນັກຂ່າວແຫ່ງ ສປປ ລາວ ຕະຫຼອດໄລຍະການດຳເນີນໂຄງການ. ໃນຊຸດອົບຮົມຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບມາດ ຕະຖານນັກຂ່າວດ້ານສີ່ງແວດລ້ອມທີ່ມີຄຸນນະພາບ, ບັນຫາການປ່ຽນແປງຂອງສະພາບດິນຟ້າອາກາດ, ວິທີຊອກຫາແຫຼ່ງຂໍ້ມູນ, ທັກສະໃນການເລົ່າເລື່ອງໃຫ້ດຶງດູດໃຈ, ການນໍາໃຊ້ເຄື່ອງມືດີຈີຕອນໃນສື່ອອນລາຍ ແລະ ອື່ນໆ ໂດຍເນັ້ນໜັກທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ.
ໂຄງການ GAMCIL ໄດ້ຮັບການສະໜັບສະ ໜູນທຶນຈາກສະຫະ ພາບເອີຣົບໃນໄລຍະ 4 ປີນັບແຕ່ປີ 2023-2027 ແລະ ມອບ ໝາຍໃຫ້ສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ອົງການແຄຣ ນານາຊາດປະຈຳ ສປປ ລາວ ເປັນຜູ້ຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ ໂດຍມີ 2 ເປົ້າໝາຍຫຼັກຄື: (1) ສື່ມວນຊົນຂອງລັດ ແລະ ສື່ພາກສັງຄົມທີ່ໄດ້ລົງ ທະບຽນຖືກຕ້ອງຕາມກົດໝາຍ ສປປ ລາວ ຈະໄດ້ຮັບການຍົກລະ ດັບທັກສະດ້ານວິຊາຊີບ ລວມທັງການນຳໃຊ້ເຕັກໂນໂລຊີແບບດີຈີຕອນ ແລະ ສື່ແບບ ໃໝ່ເພື່ອເຮັດໃຫ້ປະຊາ ຊົນໄດ້ຮັບຂໍ້ມູນຂ່າວ ສານທີ່ມີຄຸນນະພາບ ໂດຍຜ່ານການລາຍງານທີ່ມີຄວາມຮັບຜິດ ຊອບ ແລະ ເປັນມືອາ ຊີບກ່ຽວກັບການພັດ ທະນາສີຂຽວ. (2) ບັນ ດາຜູ້ເຂົ້າຮ່ວມຈາກອົງການຈັດຕັ້ງທາງສັງຄົມທີ່ເຮັດວຽກກ່ຽວກັບການພັດທະນາສີຂຽວ ຊຶ່ງລະບຸຢູ່ໃນກິດຈະກຳ, ຜູ້ນໍາໃຊ້ສື່ສັງຄົມອອນລາຍທົ່ວໄປ, ຜູ້ສ້າງວີດີໂອ ແລະ ຮູບເງົາໄດ້ຮັບການຍົກລະດັບຄວາມຮູ້ ແລະ ຄວາມສາມາດຂອງຕົນໃນການປະ ກອບສ່ວນສ້າງນະໂຍ ບາຍ, ຕິດຕາມ ແລະ ຊຸກຍູ້ວຽກງານການພັດທະນາສີຂຽວທີ່ມີຜົນກະທົບຕໍ່ຊຸມຊົນ ລວມທັງການນຳໃຊ້ເຕັກໂນໂລຊີດີຈິຕອນ ແລະ ສື່ແບບໃໝ່ຢ່າງສ້າງສັນ. ໃນພິທີໄດ້ມີການມອບໃບຢັ້ງຢືນໃຫ້ນັກຝຶກອົບຮົມຕື່ມອີກ.
ຂ່າວ: ພູວັນ, ພາບ: ຕ້ອມ