ຂ່າວສານຊີອາໄອລາຍງານ ຫວ່າງມໍ່ໆມານີ້, ທ່ານນາງ ເມົານີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ ແລະ ວັນທີ 16 ຕຸລາ ຜ່ານມາ ແມ່ນວັນສະບຽງອາຫານໂລກ, ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງ, ທ່ານນາງ ເມົານີງກ່າວວ່າ: ຄວາມໝັ້ນຄົງດ້ານສະບຽງອາຫານແມ່ນໜຶ່ງໃນ 8 ຂົງເຂດການຮ່ວມມືທີ່ສຳຄັນຂອງຂໍ້ລິເລີ່ມການພັດທະນາທົ່ວໂລກ. ຈີນຍິນດີຮ່ວມກັບບັນດາຝ່າຍສືບຕໍ່ເພີ່ມທະວີການຮ່ວມມືສ້າງຄວາມໝັ້ນຄົງດ້ານສະບຽງອາຫານ, ຮ່ວມກັນສ້າງໂລກທີ່ບໍ່ມີຄວາມອຶດຫີວ.
ທ່ານນາງ ເມົານີງຊີ້ໃຫ້ເຫັນວ່າ: ຈີນແມ່ນປະເທດໃຫຍ່ອັນດັບໜຶ່ງຢູ່ໃນໂລກ ດ້ານການຜະລິດສະບຽງອາຫານ, ດິນປູກຝັງຂອງຈີນມີບໍ່ຮອດ 9% ຂອງທົ່ວໂລກ, ແຕ່ຍອດປະລິມານຜົນຜະລິດກວມປະມານ 25% ຂອງໂລກ ຊຶ່ງໄດ້ແກ້ໄຂບັນຫາເຂົ້າກິນຂອງປະຊາກອນຈີນຈຳນວນ 1 ຕື້ 400 ລ້ານກວ່າຄົນ. ພ້ອມດຽວກັນນັ້ນ, ຈີນຍັງໄດ້ເອົາໃຈໃສ່ເປັນຢ່າງສູງຕໍ່ບັນຫາຄວາມໝັ້ນຄົງດ້ານສະບຽງອາຫານທົ່ວໂລກ, ໄດ້ກາຍເປັນປະເທດພວມພັດທະນາທີ່ໃຫ້ທຶນຊ່ວຍເຫຼືອຫຼາຍທີ່ສຸດ, ສົ່ງຜູ້ຊ່ຽວຊານໄປຕ່າງປະເທດຫຼາຍທີ່ສຸດ ແລະ ດຳເນີນໂຄງການຫຼາຍທີ່ສຸດພາຍໃຕ້ຂອບການຮ່ວມມືໃຕ້-ໃຕ້ຂອງອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ ຫຼື FAO.