ຂ່າວຕ່າງປະເທດລາຍງານ, ສຳນັກງານການທ່ອງທ່ຽວຍີ່ປຸ່ນ (JTA) ໄດ້ເປີດເຜີຍຂໍ້ມູນຫວ່າງບໍ່ດົນມານີ້ວ່າ:ການໃຊ້ຈ່າຍເງິນຂອງນັກທ່ອງທ່ຽວຕ່າງປະເທດໃນຍີ່ປຸ່ນ ເພີ່ມຂຶ້ນເຖິງ 5.8 ພັນຕື້ເຢນ ໃນໄລຍະ 9 ເດືອນທຳອິດຂອງ ປີ 2024 ແຊງໜ້າການໃຊ້ຈ່າຍຕະຫຼອດປີສູງສຸດແບບບໍ່ເຄີຍມີມາກ່ອນຂອງປີຜ່ານມາ ຢູ່ທີ່ 5.3 ພັນຕື້ເຢນ.
ຂ່າວລະບຸວ່າ: ໂຕເລກການໃຊ້ຈ່າຍທີ່ເພີ່ມຂຶ້ນເປັນຜົນມາຈາກຈໍານວນນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງມາຍີ່ປຸ່ນ ເພີ່ມຂຶ້ນ 54.7% ແຕະລະດັບ 26.9 ລ້ານຄົນ ໃນໄລຍະເວລາດຽວກັນ ອີງຕາມຂໍ້ມູນຈາກອົງການສົ່ງເສີມການທ່ອງທ່ຽວແຫ່ງຊາດຍີ່ປຸ່ນ (JNTO) ຊຶ່ງເປັນໜ່ວຍງານເຮັດວຽກໃນສັງກັດ JTA.
ສຳນັກຂ່າວກຽວໂດ ລາຍງານວ່າ: ການທ່ອງທ່ຽວທີ່ຄຶກຄື້ນຂອງຍີ່ປຸ່ນ ໄດ້ຮັບແຮງໜຸນຈາກການອ່ອນຄ່າຂອງເງິນເຢນ ຊຶ່ງເຮັດໃຫ້ຊາວຕ່າງປະເທດມີກຳລັງຊື້ຫຼາຍຂຶ້ນ, ຂະນະທີ່ ອານິເມະ ມັງງະ ແລະ ວັດທະນະທຳ (subculture) ອື່ນໆ ຂອງປະເທດຍັງຄົງເປັນເຫດຜົນຫຼັກທີ່ດຶງດູດນັກທ່ອງທ່ຽວເຫຼົ່ານີ້.
ຂໍ້ມູນຂອງ JTA ເປີດເຜີຍໃຫ້ເຫັນວ່າ: ໃນໄລຍະເດືອນມັງກອນ-ກັນຍານ ຜ່ານມາ ຄ່າໃຊ້ຈ່າຍດ້ານການພັກເຊົາ ແລະ ການຊັອບປິງ ແລະ ອື່ນໆທີ່ກ່ຽວຂ້ອງກັບການເດີນທາງ ມີທັງໝົດ1.9 ພັນຕື້ເຢນ ສະເພາະເດືອນກັນຍາພຽງເດືອນດຽວ ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງມາຍີ່ປຸ່ນ ເພີ່ມຂຶ້ນ31.5% ຈາກປີກ່ອນ ເປັນ 2.9 ລ້ານຄົນ.
ອີງຕາມຕາມຂໍ້ມູນຈາກ JNTO, ເມື່ອຈຳແນກຕາມປະເທດ ແລະ ພາກພື້ນ ພົບວ່າ:ໃນເດືອນກັນຍາ ຜ່ານມານັກທ່ອງທ່ຽວຈາກ ສ ເກົາຫຼີເປັນອັນດັບໜຶ່ງດ້ວຍຈຳນວນ 656,700 ຄົນ ເພີ່ມຂຶ້ນ 15.1% ເນື່ອງຈາກຖ້ຽວບິນເຊົ່າເໝົາລຳລະຫວ່າງ ສ ເກົາຫຼີ ແລະ ຍີ່ປຸ່ນ ເພີ່ມຂຶ້ນ, ຮອງລົງມາແມ່ນນັກທ່ອງທ່ຽວຈາກຈີນ ປະມານ 652,300 ຄົນຊຶ່ງເພີ່ມຂຶ້ນເປັນສອງເທົ່າຈາກເດືອນດຽວກັນຂອງປີກ່ອນ ເນື່ອງຈາກມີຖ້ຽວບິນລະຫວ່າງສອງປະເທດເພີ່ມຂຶ້ນ, ແຄ້ວນໄຕ້ຫວັນ ຢູ່ໃນອັນດັບສາມດ້ວຍຈໍານວນນັກທ່ອງທ່ຽວ 470,600 ຄົນ ເພີ່ມຂຶ້ນ 22.2% ຕາມມາດ້ວຍ ສະຫະລັດອາເມລິກາ 191,900 ຄົນ 22.5%.