ໂດຍຕອບສະໜອງຕາມການເຊື້ອເຊີນຂອງພັກອາມານັດ(AMANAT),ສະຫາຍ ທອງສະຫວັນ ພົມວິຫານກໍາມະການສູນກາງພັກຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມມິດຕະພາບ ແລະ ເຮັດວຽກທີ່ ສາທາລະນະລັດ ກາຊັກສະຖານໃນລະຫວ່າງວັນທີ 15-17ຕຸລາ ຜ່ານມາ ຊຶ່ງຈຸດປະສົງຂອງການຢ້ຽມຢາມດັ່ງກ່າວ ແມ່ນເພື່ອສ້າງຕັ້ງສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກອາມານັດ ໂດຍໄດ້ມີການລົງນາມໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ລະຫວ່າງ ສອງພັກ ກໍານົດ5 ປີ ນັບແຕ່ປີ 2024 ເປັນຕົ້ນໄປ.
ໃນການຢ້ຽມຢາມຄັ້ງນີ້, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ພົບປະກັບສະຫາຍ ກາຣິເບັກ ດາອູເລັດ (Karibek Daulet)ເລຂາທິການຜູ້ປະຈໍາການພັກອາມານັດ ໂດຍມີຜູ້ຕາງໜ້າຈາກອົງການຈັດຕັ້ງແມ່ຍິງ ແລະ ຊາວໜຸ່ມຂອງພັກ ແລະ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ກາຊັກສະຖານ ເຂົ້າຮ່ວມ. ໃນການພົບປະ, ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ຄວາມພະຍາຍາມໃນການປຶກສາຫາລື ນັບແຕ່ປີ 2018 ເປັນຕົ້ນມາຈົນກ້າວມາເຖິງການລົງນາມຮ່ວມກັນໃນບົດບັນທຶກດັ່ງກ່າວ ຊຶ່ງຈະເປັນພື້ນຖານໃຫ້ແກ່ການເຄື່ອນໄຫວຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງພັກກໍາອໍານາດ ກໍຄື ການປະກອບສ່ວນຂອງສອງພັກ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ-ກາຊັກສະຖານ ໃນຕໍ່ໜ້າ.
ສະຫາຍ ທອງສະຫວັນ ພົມວິຫານໄດ້ຕີລາຄາສູງມູນເຊື້ອແຫ່ງສາຍພົວພັນມິດຕະພາບອັນດີງາມ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ ແລະ ກາຊັກສະຖານ ກໍຄື ລະຫວ່າງ ສປປ ລາວ ແລະ ສະຫະພາບໂຊວຽດ ໃນເມື່ອກ່ອນ ຊຶ່ງໃນນີ້ ໄດ້ເນັ້ນຍໍ້າວ່າ ພັກ-ລັດ ແລະ ປະຊາຊົນລາວ ຍາມໃດກໍສະແດງຄວາມຮູ້ບຸນຄຸນຕໍ່ການຊ່ວຍເຫຼືອ ຂອງລັດຖະບານ ແລະ ປະຊາຊົນໂຊວຽດຊຶ່ງໃນນັ້ນກໍມີ ປະຊາຊົນກາຊັກສະຖານ ໃນພາລະກິດການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ແລະ ພາລະກິດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໂດຍສະເພາະການສ້າງຊັບພະຍາກອນມະນຸດໃຫ້ແກ່ ສປປ ລາວ. ພ້ອມດຽວກັນນັ້ນ, ກໍໄດ້ຍົກໃຫ້ເຫັນວ່າການພົວພັນຮ່ວມມືຂອງສອງປະເທດໃນໄລຍະໃໝ່ ພາຍຫຼັງການສ້າງຕັ້ງສາຍພົວພັນການທູດຂອງສອງປະເທດໃນປີ 1997, ການພົວພັນທາງດ້ານການເມືອງຍັງສືບຕໍ່ຮັດແໜ້ນ ແລະ ໃຫ້ການສະໜັບສະໜູນຊຶ່ງກັນ ແລະ ກັນ ໂດຍສະເພາະໃນເວທີພາກພື້ນ ແລະ ສາກົນ, ເຊັ່ນ: ສປຊ ແລະ ອື່ນໆ. ນອກນີ້, ສະຫາຍ ທອງສະຫວັນ ພົມວິຫານ ຍັງໄດ້ແຈ້ງສະພາບໂດຍສັງເຂບກ່ຽວກັບ ສປປ ລາວເປັນຕົ້ນແມ່ນການສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີXIຂອງພັກ ໃນທ້າຍສະໄໝ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ; ໄດ້ແຈ້ງໃຫ້ຊາບກ່ຽວກັບ ຜົນສໍາເລັດຂອງການເປັນປະທານອາຊຽນ ຄັ້ງທີ 44 ແລະ 45 ຂອງ ສປປ ລາວ, ການເປີດປີທ່ອງທ່ຽວລາວ ໃນປີ 2024ແລະ ການກຽມເປັນປະທານຂອງກອງປະຊຸມ AIPA. ຄຽງຄູ່ກັນນັ້ນ,ຍັງໄດ້ຍົກໃຫ້ເຫັນເຖິງບົດບາດການນໍາພາຂອງ ພັກປະຊາຊົນປະຕິວັດລາວ ກໍຄືແນວທາງການຕ່າງປະເທດ, ຄວາມສໍາຄັນຂອງວຽກງານການທູດປະຊາຊົນ, ບົດບາດຂອງຊາວໜຸ່ມ ແລະ ແມ່ຍິງລາວ. ມາຮອດປັດຈຸບັນ, ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນການທູດກັບ 150 ປະເທດ, ພັກ ປປ ລາວ ໄດ້ສ້າງຕັ້ງສາຍພົວພັນກັບ 143 ພັກການເມືອງໃນໂລກຊຶ່ງພັກອາມານັດ ແມ່ນພັກທີ 144 ທີ່ມີການພົວພັນນໍາກັນ. ສປປ ລາວ ຍັງມີ ຄະນະສັນຕິພາບ ແລະ ສາມັກຄີ ຈຳນວນ 1 ຄະນະ, ສະມາຄົມມິດຕະພາບ ລະຫວ່າງ ລາວ ກັບ ຕ່າງປະເທດ ຈໍານວນ 20ສະມາຄົມ. ໃນໂອກາດນີ້, ສະຫາຍ ທອງສະຫວັນ ພົມວິຫານ ຍັງໄດ້ສະເໜີໃຫ້ເພີ່ມທະວີການປຶກສາຫາລື, ການສະໜັບສະໜູນ ແລະ ຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃນຂົງເຂດທີ່ສອງຝ່າຍ ມີທ່າແຮງ ພ້ອມທັງຖືໂອກາດນີ້ເຊື້ອເຊີນ ພັກອາມານັດ ໄປຢ້ຽມຢາມລາວ.
ສະຫາຍ ກາຣິເບັກ ດາອູເລັດເລຂາທິການພັກອາມານັດ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມຂອງຄະນະຜູ້ແທນ ພັກ ປປລາວ ໃນຄັ້ງນີ້, ພ້ອມທັງມີຄວາມປິຕິຍິນດີທີ່ ສອງພັກ ໄດ້ສ້າງຕັ້ງສາຍພົວພັນ ໂດຍການລົງນາມໃນບົດບັນທຶກຄວາມເຂົ້າໃຈນໍາກັນ. ຝ່າຍກາຊັກສະຖານ ຍັງໄດ້ຍົກໃຫ້ເຫັນເຖິງບົດບາດການນໍາພາຂອງ ພັກອາມານັດ ທີ່ໄດ້ຮັບຄວາມນິຍົມອັນດັບ 1 ຈາກປະຊາຊົນກາຊັກສະຖານ ແລະ ໄດ້ແຈ້ງໃຫ້ຊາບສະພາບທາງດ້ານການເມືອງ, ເສດຖະກິດ-ສັງຄົມຂອງປະເທດ ຊຶ່ງພາຍໃຕ້ການນໍາພາຂອງພັກອາມານັດ ໄດ້ມີການປະຕິຮູບໃນຫຼາຍຂົງເຂດວຽກງານ. ພັກອາມານັດ ເຫັນດີຈະສືບຕໍ່ຊຸກຍູ້ການເສີມຂະຫຍາຍການຮ່ວມມືດ້ານຕ່າງໆ ລະຫວ່າງ ສກາຊັກສະຖານ ແລະ ສປປ ລາວ ຕາມການສະເໜີ ແລະຍິນດີທີ່ຈະຢ້ຽມຢາມ ສປປລາວໃນເວລາທີ່ເໝາະສົມ. ນອກນີ້, ຝ່າຍກາຊັກສະຖານ ຍັງໄດ້ຍົກໃຫ້ເຫັນເຖິງບົດບາດ ແລະ ຄວາມສໍາຄັນຂອງ ອົງການຈັດຕັ້ງຊາວໜຸ່ມ ແລະ ແມ່ຍິງ ທີ່ຂຶ້ນກັບພັກອາມານັດ ທີ່ໄດ້ເຄື່ອນໄຫວຢ່າງຕັ້ງໜ້າ, ປະກອບສ່ວນສ້າງກໍາລັງແຮງໃຫ້ແກ່ພັກ ໃນທຸກຂົງເຂດວຽກງານຂອງພັກ.
ການມາຢ້ຽມຢາມ ສກາຊັກສະຖານ ຂອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກພ້ອມດ້ວຍຄະນະ ໃນຄັ້ງນີ້ ເປັນການຢ້ຽມຢາມຄັ້ງທໍາອິດ ແລະ ປະສົບຜົນສໍາເລັດຕາມການຄາດໝາຍຊຶ່ງຖືເປັນບາດກ້າວໃໝ່ທີ່ສຳຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງພັກ ປປ ລາວ ແລະ ພັກອາມານັດ ກໍຄືການຊຸກຍູ້ ແລະ ເສີມສ້າງສາຍພົວພັນ ລະຫວ່າງສປປລາວ ແລະ ສກາຊັກສະຖານ.
ຂ່າວ:ຄຕພ