ສູນວັດທະນະທຳເດັກ-ຫໍສະໝຸດແຂວງຫົວພັນ ລົງເຄື່ອນໄຫວຈັດກິດຈະກຳ ຮ່ວມກັບໂຮງຮຽນປະຖົມນາທອງ ເມືອງຊຳເໜືອ ແຂວງຫົວພັນ ເມື່ອບໍ່ດົນມານີ້ ນຳໂດຍ ທ່ານ ບຸນມີໄຊ ລັດທະບູນ ຫົວໜ້າກອງວິຊາການວັດທະນະທຳ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫົວພັນ, ທ່ານ ນາງ ພັດສອນ ລໍເຟືອງທອງ ອຳນວຍການໂຮງຮຽນປະຖົມນາທອງ ພ້ອມດ້ວຍພະນັກງານກອງວິຊາການວັດທະນະທຳ, ຄູ-ອາຈານ ແລະນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງ ເພື່ອນຳເອົາວຽກງານວັດທະນະທຳລາວ ລົງສູ່ໝວດໂຮງຮຽນ ໂດຍສະເພາະວຽກງານວັດທະນະທຳເດັກ, ສິລະປະການສະແດງ ແລະ ຫໍສະໝຸດ ເພື່ອປູກຈິດສຳນຶກໃຫ້ນັກຮຽນຮັກການອ່ານ, ໄດ້ສະແດງຄວາມຮູ້ຄວາມສາມາດ, ສະແດງພອນສະຫວັນກ້າສະແດງອອກ, ສ້າງຄວາມກ້າຫານ ສົ່ງເສີມທັກສະດ້ານຕ່າງໆຂອງເດັກ ເພື່ອສ້າງສາຍພົວພັນ, ສ້າງຄວາມສາມັກຄີຮັກແພງຊ່ວຍເຫຼືອຊຶ່ງກັນ ແລະ ກັນ ພ້ອມທັງສອນໃຫ້ເດັກໄດ້ຮັບຮູ້ ກ່ຽວກັບວັດທະນະທຳ, ຮີດຄອງປະເພນີຂອງລາວເຮົາ ໃຫ້ຢູ່ຄູ່ກັບນັກຮຽນ-ນັກສຶກສາຂອງລາວເຮົາຕະຫຼອດໄປ.
ໂຮງຮຽນປະຖົມນາທອງ ແມ່ນໂຮງຮຽນໜຶ່ງ ທີ່ຕັ້ງຢູ່ເທດສະບານຕົວເມືອງຊຳເໜືອແຂວງຫົວພັນ ມີຄູທັງໝົດ 7 ຄົນຍິງ 7 ຄົນ, ມີນັກຮຽນທັງໝົດ 130 ຄົນ, ປະກອບມີ 5 ຊັ້ນຮຽນ, ຊັ້ນ ປ1-ປ5. ການຈັດກິດຈະກຳຄັ້ງນີ້, ໄດ້ນຳພານັກຮຽນສູນວັດທະນະທຳເດັກ ສະແດງບົດຟ້ອນ, ຮ້ອງເພງ ຮ່ວມກັບນັກຮຽນປະຖົມນາທອງ ແລະ ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ. 
ໂອກາດດຽວກັນ, ກອງວິຊາການວັດທະນະທຳ ຍັງໄດ້ມອບປຶ້ມເລື່ອງ, ປຶ້ມນິທານຈຳນວນໜຶ່ງ ໃຫ້ໂຮງຮຽນດັ່ງກ່າວ ເພື່ອນຳໃຊ້ເຂົ້າໃນການຮຽນ-ການສອນ ແລະ ຍັງໄດ້ຮັບຟັງການເລົ່ານິທານ ຈາກພະນັກງານປະຈຳຫ້ອງອ່ານຫໍສະໝຸດແຂວງ, ຮ່ວມຫຼິ້ນເກມ, ອ່ານປຶ້ມເລື່ອງ ແລະເຕັ້ນປະກອບທ່າທີດ້ວຍຄວາມເບີກບານມ່ວນຊື່ນຕື່ມອີກ.
ຂ່າວ-ພາບ: ສີອຳພອນ