ໃນວັນທີ 25 ກັນຍາ ນີ້ ທີ່ໂຮງຮຽນມູນປະຖົມນາຄຳ ຄຸ້ມນາຄຳ ບ້ານນາຂາມ ເມືອງປະທຸມພອນ ແຂວງຈຳປາສັກ. ສະມາຄົມມິດຕະພາບ ລາວ-ເຢຍລະມັນ ແລະ ສະຖານທູດເຢຍລະມັນ ປະຈຳລາວຮ່ວມກັບອົງການການປົກຄອງແຂວງຈຳປາສັກ ໄດ້ຈັດພິທີມອບ-ຮັບ ການປັບປຸງອາຄານໂຮງຮຽນມູນປະຖົມນາຄຳ ໂດຍການເຂົ້າຮ່ວມຂອງ ທ່ານ ໂສມ ບຸດຕະກູນ ຮອງເຈົ້າແຂວງຈຳປາສັກ, ທ່ານ ຄໍາລຽນ ພົນເສນາ ປະທານສະມາຄົມມິດຕະພາບ ລາວ-ເຢຍລະມັນ, ທ່ານ ນາງ ອາເນັດ ຄະໂນບັອກ (Annette Knobloch) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ເຢຍລະມັນ ປະຈຳ ສປປ ລາວ, ມີບັນດາທ່ານຄະນະບໍລິຫານງານສະມາຄົມມິດຕະພາບ ລາວ-ເຢຍລະມັນ, ຮອງເຈົ້າເມືອງປະທຸມພອນ, ຮອງຫົວໜ້າພະແນກ, ແຂກທີ່ຖືກເຊີນ, ພໍ່ແມ່ປະຊາຊົນ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ທ່ານ ໄໝ ສີສຸວົງ ນາຍບ້ານນາຂາມ ໄດ້ລາຍງານ ວ່າ: ໂຮງຮຽນມູນປະຖົມນາຄຳ ຄຸ້ມນາຄຳ ບ້ານນາຂາມ ເມືອງປະທຸມພອນ ແຂວງຈຳປາສັກ ໄດ້ຮັບການສ້າງຕັ້ງແຕ່ປີ 1980 ໂດຍແມ່ນທຶນຂອງລັດຖະບານລາວ (ແບບເຄິ່ງຖາວອນໃນເມື່ອກ່ອນ), ມີ 3 ຫ້ອງ, 1 ຫ້ອງການຄູ, 3 ຫ້ອງຮຽນ ແລະ 3 ຫ້ອງນໍ້າ. ມາຮອດ ປີ 2023 ເກີດມີໄພທຳມະຊາດ ລົມພາຍຸ ເຮັດໃຫ້ໂຮງຮຽນດັ່ງກ່າວເກີດມີຜົນເສຍຫາຍພໍສົມຄວນ ແລະ ບໍ່ສາມາດນໍາໃຊ້ເຂົ້າໃນການຮຽນ, ການສອນໄດ້. ເມື່ອເຫັນໄດ້ຄວາມຈຳເປັນດັ່ງກ່າວ, ສະຖານເອກອັກຄະລັດຖະທູດເຢຍລະມັນ ປະຈຳ ລາວ ຈຶ່ງໄດ້ໃຫ້ການຊ່ວຍເຫຼືອງົບປະມານ ຈຳນວນ 116.000.000 ກີບ ແລະ ພໍ່ແມ່ປະຊາຊົນບ້ານນາຂາມ ປະກອບສ່ວນ ຈຳນວນ 65.500.000 ກີບ ລວມມູນຄ່າການສ້ອມແປງທັງໝົດ 181.500.000 ກີບ (ໜຶ່ງຮ້ອຍແປດສິບເອັດລ້ານຫ້າແສນກີບ) ໂດຍມອບໃຫ້ສະມາຄົມມິດຕະພາບ ລາວ-ເຢຍລະມັນ ເປັນຜູ້ຈັດຕັ້ງປະຕິບັດ ແລະ ປັບປຸງສ້ອມແປງສຳເລັດໃນທ້າຍເດືອນສິງຫາ 2023.
ຈາກນັ້ນ, ກໍໄດ້ມີພິທີມອບ-ຮັບຢ່າງເປັນທາງການ ໂດຍ ທ່ານ ນາງ ອາເນັດ ຄະໂນບັອກ ເອກອັກຄະລັດຖະທູດ ສສ ເຢຍລະມັນ ປະຈຳ ສປປ ລາວ ໄດ້ກ່າວມອບ ແລະ ຕາງໜ້າກ່າວຮັບ ໂດຍທ່ານ ບຸນຖອງ ສຸພາວົງ ຮອງເຈົ້າເມືອງປະທຸມພອນ.
ພ້ອມດຽວກັນນີ້, ທ່ານ ບຸນຖອງ ສຸພາວົງ ກໍໄດ້ຕາງໜ້າໃຫ້ຄູ-ອາຈານ, ພໍ່ແມ່ປະຊາຊົນ ແລະ ລູກຫຼານນັກຮຽນ ກໍໄດ້ສະແດງຄວາມຂອບໃຈມາຍັງສະຖານເອກອັກຄະລັດຖະທູດເຢຍລະມັນ ປະຈຳລາວ ກໍຄືລັດຖະບານເຢຍລະມັນ ແລະ ປະຊາຊົນເຢຍລະມັນ ທີ່ເຫັນຄວາມສໍາຄັນ ແລະ ສະໜັບສະໜູນຊ່ວຍເຫຼືອດ້ານການສຶກສາ ຢູ່ ສປປ ລາວ ຢ່າງຈິງໃຈຕະຫຼອດມາ ເຮັດໃຫ້ນັກຮຽນໄດ້ຮັບການສຶກສາໃນເງື່ອນໄຂທີ່ດີ, ຖືເປັນການປະກອບສ່ວນສໍາຄັນເຂົ້າໃນການພັດທະນາພື້ນຖານໂຄງລ່າງດ້ານການສຶກສາ ຢູ່ ສປປ ລາວ ໂດຍສະເພາະແມ່ນໂຮງຮຽນມູນປະຖົມນາຄຳ ເມືອງປະທຸມພອນ ແຂວງຈຳປາສັກ. ທັງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນອັນດີງາມ ຂອງສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ເຢຍລະມັນ ໃຫ້ນັບມື້ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍສູ່ບາດກ້າວໃໝ່. ພ້ອມນີ້, ຍັງໃຫ້ຄຳໝັ້ນສັນຍາວ່າ ຈະປົກປັກຮັກສາ ແລະ ຈະນຳໃຊ້ອາຄານໂຮງຮຽນດັ່ງກ່າວໃຫ້ໝັ້ນຄົງຍາວນານ ແລະ ເກີດຜົນປະໂຫຍດສູງສຸດ.
ຂ່າວ: ຈຳປາສັກ