ເມື່ອບໍ່ດົນມານີ້ ທີ່ສະໜາມກິລາແຂວງຄໍາມ່ວນໄດ້ຈັດການແຂ່ງຂັນກິລາແລ່ນ-ລານ ແລະ ກິລາເປຕັງຂຶ້ນ  ໂດຍມີທ່ານ ບຸນປອນ ທອງສຸວັນນະລາດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີບັນດາຄະນະຮັບຜິດຊອບຈັດການແຂ່ງຂັນ, ຄະນະກໍາມະການຕະຫຼອດເຖິງຄະນະນັກກິລາທີ່ມາຈາກທຸກພາກສ່ວນໃນທົ່ວແຂວງເຂົ້າຮ່ວມການແຂ່ງຂັນ.
ທ່ານ  ບຸນປອນ ທອງສຸວັນນະລາດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄດ້ກ່າວ່າ: ໃນການຈັດການແຂ່ງຂັນກິລາໃນຄັ້ງນີ້ກໍເພື່ອຊີງຂັນຂອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງປະຈໍາປີ 2023 ພ້ອມທັງເປັນການສ້າງຂະບວນການສະເຫຼີມສະຫຼອງວັນຊາດທີ 2 ທັນວາຄົບຮອບ 48 ປີ, ນອກຈາກນັ້ນກໍເພື່ອເປັນການຄົ້ນຫານັກກິລາທີ່ມີຜົນງານດີເດັ່ນແຕ່ລະປະເພດບໍ່ວ່າຈະເປັນບຸກຄົນ ແລະ ຄະນະ (ແລ່ນ-ລານ)ເພື່ອເປັນຕົວແທນຂອງແຂວງຄໍາມ່ວນເຂົ້າຮ່ວມແຂ່ງຂັນກິລານັກຮຽນມັດທະຍົມທົ່ວປະເທດຢູ່ແຂວງບໍລິຄໍາໄຊໃນປີ 2024 , ເປັນການສ້າງເງື່ອນໄຂ ແລະ ໂອກາດໃຫ້ແກ່ນັກກິລາເປຕັງປະເພດທົ່ວໄປໄດ້ມີການຝຶກແອບສີມື, ເປັນການຊຸກຍູ້ສົ່ງເສີມສຸຂະພາບໃຫ້ແກ່ຄົນທົ່ວໄປໄດ້ມີການອອກກໍາລັງກາຍ ແລະ ໃຊ້ເວລາວ່າງໃຫ້ເກີດປະໂຫຍດເພື່ອຫ່າງໄກຈາກສິ່ງເສບຕິດ, ເປັນການສ້າງສາຍພົວພັນຄວາມສາມັກຄີຮັກແພງ ແລະ ມີນໍ້າໃຈນັກກິລາ. 
ສໍາລັບກິລາເປຕັງທີ່ເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້ແມ່ນເປີດກວ້າງທົ່ວໄປພາຍໃນແຂວງຊຶ່ງມີຈໍານວນຄະນະນັກກິລາລົງທະບຽນແຂ່ງຂັນທັງໝົດ 40 ຄະນະ ຍິງ 8 ຄະນະ (ແຂ່ງເປັນປະເພດຄູ່). ຜົນການແຂ່ງຂັນປະເພດເປຕັງຍິງຄູ່ທີ 1 ໄດ້ແກ່ສະພາປະຊາຊົນແຂວງໄດ້ຮັບລາງວັນເງິນສົດ 1 ລ້ານກີບພ້ອມຂັນ 1 ໜ່ວຍ, ທີ 2 ປກສ ແຂວງ ໄດ້ຮັບເງິນສົດ 5 ແສນກີບ, ທີ 3 ຮ່ວມສະພາປະຊາຊົນແຂວງ ແລະ ປກສ ແຂວງໄດ້ຮັບເງິນສົດຄະນະລະ 3 ແສນກີບ. ສ່ວນປະເພດເປຕັງຄູ່ຊາຍທີ 1 ໄດ້ແກ່ວໍລະທໍາໄດ້ຮັບລາງວັນເງິນສົດ 3 ລ້ານກີບພ້ອມຂັນ 1 ໜ່ວຍ, ທີ 2 ປີ້ງເປັດໄດ້ຮັບເງິນສົດ 1,5 ລ້ານກີ , ທີ 3 ຮ່ວມນ້ອງບິ້ງ ແລະ AJ 555 ໄດ້ຮັບເງິນສົດ 5 ແສນກີບ. 
ສໍາລັບກິລາແລ່ນ - ລານທີ່ເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້ແມ່ນນອນຢູ່ໃນສາຍນັກຮຽນມັດທະຍົມສຶກສາພາຍໃນແຂວງທີ່ໄດ້ຜ່ານການຄັດເລືອກຢູ່ຂັ້ນເມືອງ 10 ຕົວເມືອງຊຶ່ງມີຈໍານວນນັກກິລາທັງໝົດ 24ຄົນ, ແບ່ງການແຂ່ງຂັນອອດເປັນ 2 ລາຍການຄື: ລາຍການແລ່ນ 100 ແມັດ (ຊາຍ-ຍິງ) ແລະ 800 ແມັດ ( ຊາຍ-ຍິງ ). ຜົນການແຂ່ງຂັນທີ 1  ປະເພດ 100 ແມັດ (ຍິງ) ໄດ້ແກ່ນາງ ວັນວາລີ ບຸນລະມີຈາກໂຮງຮຽນ ມ.ຕ ນາໂບໄດ້ຮັບລາງວັນເງິນສົດ 5 ແສນກີບພ້ອມຂັນ 1 ໜ່ວຍ, ທີ 2 ນາງ ອາລີຍາ ພະຈັນທາຈາກໂຮງຮຽນ ມ.ປ ທ່າແຂກໄດ້ຮັບເງິນສົດ 4 ແສນກີບ, ທີ 3 ນາງ ເກດສະໜາ ໂຄຕະບິນຈາກໂຮງຮຽນ ມ.ປ ທ່າແຂກໄດ້ຮັບເງິນສົດ 3 ແສນກີບ. ສ່ວນລາຍການແລ່ນ 100 ແມັດ (ຊາຍ)  ທີ 1 ໄດ້ແກ່ທ້າວ ພັດໄທ ແກ້ວທອງຄູນນາກໂຮງຮຽນ ມ.ສ ມ່ວງສຸມໄດ້ຮັບລາງວັນເງິນສົດ 5 ແສນກີບພ້ອມຂັນ 1 ໜ່ວຍ, ທີ 2 ທ້າວ ປີເຕີ້ ແກ້ວດວງໃຈ ຈາກໂຮງຮຽນ ມ.ປ ທ່າແຂກໄດ້ຮັບເງິນສົດແສນກີບ, ທີ 3 ທ້າວ ຫັດສະຈັນ ສີວົງສາ ຈາກໂຮງຮຽນ ມ.ປ ທ່າແຂກ . 
ຜົນການແຂ່ງຂັນທີ 1  ປະເພດ 800 ແມັດ (ຊາຍ) ໄດ້ແກ່ທ້າວ ວັດທະນາ  ບຸນທະລາດຈາກໂຮງຮຽນ ມ.ປ ທ່າແຂກໄດ້ຮັບລາງວັນເງິນສົດ 5 ແສນກີບພ້ອມຂັນ 1ໜ່ວຍ, ທີ 2 ທ້າວ ພັດໄທ ແກ້ວທອງຄຸນຈາກໂຮງຮຽນ ມ.ປ ທ່າແຂກໄດ້ຮັບເງິນສົດ 4 ແສນກີບ, ທີ 3 ທ້າວ ບົວລອຍ ຕານສຸດີຈາກໂຮງຮຽນ ມ.ຕ ຫົວນາໄດ້ຮັບເງິນສົດ 3 ແສນກີບ . ສ່ວນລາຍການແລ່ນ 800 ແມັດ (ຍິງ)  ທີ 1 ໄດ້ແກ່ນາງ ມະນີຈັນ ຈາກໂຮງຮຽນ ມ.ຕ ຈອມທອງໄດ້ຮັບລາງວັນເງິນສົດ 5 ແສນກີບພ້ອມຂັນ 1 ໜ່ວຍ, ທີ 2 ນາງ ນັດດາພອນ ໄຊຍະແສງຈາກໂຮງຮຽນ ມ.ປ ທ່າແຂກໄດ້ຮັບເງິນສົດ 4 ແສນກີບ, ທີ 3 ນາງ ຕ່າຍ ສີຫາລາດ ມາຈາກຮງຮຽນ ມ.ຕ ຫົວນາໄດ້ຮັບເງິນສົດ 3 ແສນກີບ.
ຂ່າວ-ພາບ: ແດງສະຫວັດ ແສນພານິດ.