ເມື່ອບໍ່ດົນມານີ້,ເມືອງຫົງສາ ແຂວງໄຊຍະບູລີ  ໄດ້ຈັດພິທີປິດການແຂ່ງຂັນກິລາ ເພື່ອສະເຫຼີມສະຫຼອງ ວັນນຊາດທີ 2 ທັນວາ ຄົບຮອບ 48 ປີ ຢູ່ເດີ່ນກິລາຮົ່ມເມືອງຫົງສາ,  ໂດຍການເປັນປະທານຂອງ ທ່ານ ພົມມາ ພົມມະຫານ ກໍາມະການປະຈໍາພັກເມືອງຮອງເຈົ້າເມືອງຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ, ມີ ທ່ານ ຄໍາຫຼ້າ ຜີວວັນນາ  ເຈົ້າເມືອງຫົງສາ, ບັນດາທ່ານການນຳຂອງເມືອງ, ແຂກຖືກເຊີນ, ບໍລິສັດ ລັດວິສາຫະກິດ ແລະ ນັກກິລາແຕ່ລະປະເພດເຂົ້າຮ່ວມຢ່າງພ້ອມພຽງ.  
ການຈັດການແຂ່ງຂັນກິລາ ຄັ້ງນີ້ມີນັກກິລາເຂົ້າຮ່ວມ 2 ປະເພດຄື: ກິລາເຕະບານ ແລະ ແລ່ນມາລາທອນ 10.000  ເເມັດຊຶ່ງປະກອບມີ 3ຮຸ່ນຄື:ເຕະບານອາວຸໂສ ອາຍຸ 40 ປີ ຂຶ້ນໄປ ມີ 6 ທີມ, ເຕະບານຍິງຊາວໜຸ່ມທົ່ວໄປມີ 3 ທີມ, ເຕະບານຊາວໜຸ່ມຊາຍທົ່ວໄປມີ 12 ທີມ.
     ຜ່ານຂອງການແຂ່ງມີດັ່ງນີ້: ທີມອາວຸໂສ ທີ 1  ປກສ ເມືອງຫົງສາ ໄດ້ຮັບເງິນລາງວັນ2 ລ້ານກີບ ແລະ ຂັນ 1 ໜ່ວຍ; ທີ 2  ກຸ່ມການເມືອງ ໄດ້ຮັບເງິນລາງວັນ1 ລ້ານ 5 ແສນ ກີບ ແລະ ທີ 3 ກຸ່ມທຸລະກິດ  ໄດ້ຮັບເງິນສົດ 1 ລ້ານກີບ; ເຕະບານຊາວໜຸ່ມຊາຍ ທີ 1  ບ້ານວຽງແກ້ວ ໄດ້ຮັບເງິນລາງ2 ລ້ານກີບ ແລະ ຂັນ 1 ໜ່ວຍ, ທີ 2HPC ໄດ້ຮັບເງິນລາງວັນ1 ລ້ານ 5 ແສນ ກີບ  ແລະ ທີ 3  ກອງຊັບ MG ໄດ້ຮັບເງິນລາງວັນ1 ລ້ານກີບ.ເຕະບານເພດຍິງ ທີ 1  ຫ້ອງວ່າການເມືອງ ໄດ້ຮັບເງິນລາງວັນ2 ລ້ານກີບ ແລະ ຂັນ 1 ໜ່ວຍ,ທີ 2  ມ.ສ ບ້ານເມືອງຫານ ໄດ້ຮັບເງິນລາງວັນ1 ລ້ານ 5 ແສນ ກີບ ແລະ ທີ 3  ມ.ສ ຫົງສາ ໄດ້ຮັບເງິນລາງ1 ລ້ານກີບ. ປະເພດແລ່ນມາລາທອນ  10.000 ແມັດ ຊາວໜຸ່ມຊາຍ ທີ1  ທ້າວ ບຸນເພັດ  ແກ້ວບຸນທັນ ໄດ້ຮັບເງິນລາງວັນ7 ແສນກີບ ພ້ອມຂັນ 1 ໜ່ວຍ, ທີ 2  ທ້າວ ບຸນຍັງ ເພີນມະນີ ໄດ້ຮັບເງິນລາງ6 ແສນກີບ ແລະ ທີ 3  ທ້າວ ໂອ ເລນໂດ້ ໄດ້ຮັບເງິນລາງ5 ແສນກີບ, ເພດຍິງ ທີ 1 ນາງ ສຸລິກຸນ ວິໄລຫົງ ໄດ້ຮັບເງິນລາງວັນ7 ແສນກີບ ພ້ອມຂັນ 1 ໜ່ວຍ, ທີ 2 ນາງ ມິນຕາ ວົງວັນດີ ໄດ້ຮັບເງິນລາງວັນ6 ແສນກີບ  ແລະ ທີ 3 ນາງ ຊິງ ອ່ອນສີເມືອງ ໄດ້ຮັບເງິນລາງວັນ5 ແສນກີບ, ນັກກິລາຄົນນາຮັກ  ທີ 1   ທ້າວ ບຸນໍາ  ໄຊສົມບັດ  ໄດ້ຮັບເງິນລາງວັນ7 ແສນກິບ ພ້ອມຂັນ 1 ໜ່ວຍ,  ທີ2  ທ້າວ ບຸນມາ ຈັນປະເສີດ ໄດ້ຮັບເງິນລາງວັນ6 ແສນກີບ  ແລະ ທີ 3 ທ້າວ ແວ່ນ ທິບພະເມດຕາ ໄດ້ຮັບເງິນລາງວັນ5 ແສນກີບ,  ໃຫ້ກຽດ ມອບຂັນລາງວັນ ໂດຍແມ່ນ ຄໍາຫຼ້າ ຜີວວັນນາ  ແລະ ພ້ອມດ້ວຍການນໍາຂອງເມືອງ. 
ຂ່າວ-ພາບ: ບຸນປອນ ສຸກສົມບັດ