ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົສຕຣາລີ ໄດ້ຈັດກອງປະຊຸມສຳມະນາລະນຶກວັນຄົນພິການສາກົນປີ 2023 ພາຍໃຕ້ຫົວຂໍ້: ຄວາມເຂົ້າໃຈກ່ຽວກັບວຽກງານຄົນພິການ, ການປົກປ້ອງ ແລະ ການປະຕິບັດທີ່ດີໃນການຮັກສາຄວາມປອດໄພສຳລັບເດັກ ໃຫ້ແກ່ພະນັກງານຂັ້ນກະຊວງ ສສກ ຂຶ້ນໃນວັນທີ 5 ທັນວາ ຜ່ານມາ ທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສານະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງ ສສກ ແລະ ທ່ານ ໂພລແຄລີ (Paul Kelly) ເອກອັກຄະລັດຖະທູດອົສຕຣາລີປະຈໍາລາວ, ມີຫົວໜ້າແຜນງານບີຄວາ, ຊ່ຽວຊານຄະນະຮັບຜິດຊອບວຽກງານກ່ຽວຂ້ອງ ພ້ອມດ້ວຍພະນັກງານເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອສ້າງຄວາມເຂົ້າໃຈໃຫ້ກັບສັງຄົມ, ສົ່ງເສີມການຮັບຮູ້ ແລະ ຍອມຮັບຄົນພິການ. ພ້ອມນັ້ນຍັງເປັນການເຊີດຊູຜົນສໍາເລັດ ແລະ ການປະກອບສ່ວນເຂົ້າໃນຂະບວນການພັດທະນາປະເທດຊາດຂອງເຂົາເຈົ້າ. ສໍາລັບຄໍາຂັວນໃນປີນີ້ “ຮ່ວມກັນປະຕິບັດເພື່ອຊ່ວຍເຫຼືອ ແລະ ບັນລຸເປົ້າໝາຍ SDGs ຮ່ວມກັນໂດຍຄົນພິການເອງ”. ພ້ອມນັ້ນຍັງເປັນການຍົກລະດັບຄວາມເຂົ້າໃຈ, ຄວາມຮູ້ ແລະ ຄວາມສາມາດທາງດ້ານການສຶກສາຮຽນຮ່ວມ ໃຫ້ແກ່ທີມງານຄູຝຶກບົດບາດຍິງ-ຊາຍຂອງກະຊວງ ສສກ ຈຳນວນ 35 ທ່ານທີ່ມາຈາກ 16 ກົມ ແລະ 2 ສູນ.
ທ່ານ ພຸດ ສິມມາລາວົງ ກ່າວວ່າ: ຄູ-ອາຈານມີບົດບາດສຳຄັນຢ່າງຍິ່ງໃນການສົ່ງເສີມແນວຄວາມຄິດບໍ່ປະໃຜໄວ້ທາງຫຼັງ. ໜ້າທີ່ຂອງພວກເຮົາແມ່ນເພື່ອຮັບປະກັນການຜັກດັນການນໍາເອົານະໂຍບາຍໄປປະຕິບັດຕົວຈິງ ແລະ ເນັ້ນໃຫ້ຄູໄດ້ຮັບການສະໜັບສະໜູນຢ່າງພຽງພໍສໍາລັບການພັດທະນາທັກສະ ແລະ ສະໜອງຄວາມຕ້ອງການທີ່ຫຼາກຫຼາຍຂອງຜູ້ຮຽນຢ່າງເໝາະສົມ ໂດຍບໍ່ຈຳແນກບົດບາດຍິງ-ຊາຍ, ຊົນເຜົ່າແລະ ຄວາມສາມາດ. 
ໂອກາດນີ້, ທ່ານ ໂພລ ແຄລີ ກ່າວວ່າ: ຄວາມພິການຖືວ່າເປັນບັນຫາຫຼັກໃນທົ່ວໂລກທີ່ກີດກັ້ນການເຂົ້າເຖິງການສຶກສາ, ການສຶກສາຮຽນຮ່ວມຖືເປັນອີກທິດທາງໜຶ່ງທີ່ສຳຄັນຢ່າງຍິ່ງ ເພື່ອປ່ຽນແປງສັງຄົມເຊື່ອວ່າອຳນວຍການ, ຄູ-ອາຈານທີ່ມີປະສິດທິຜົນ ແລະ ການມີສ່ວນຮ່ວມຂອງຊຸມຊົນຈະເປັນກຸນແຈເພື່ອຮັບ ປະກັນບົດຮຽນ, ໂຮງຮຽນໃຫ້ແທດເໝາະສໍາລັບເດັກທຸກຄົນ ໂດຍບໍ່ຈຳແນກຄວາມສາມາດ, ເພດ ຫຼືຊົນ ເຜົ່າ. ໃນກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ທ່ຽວຊົມການວາງສະແດງສື່ການຮຽນ-ການສອນທີ່ຜະລິດໂດຍການຊ່ວຍເຫຼືອຂອງແຜນງານບີຄວາ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງຂອງຄົນພິການຕື່ມອີກ.
(ຂ່າວ: ວັນເພັງ, ພາບ: ບີຄວາ)