ເພື່ອເປັນການຊຸກຍູ້ສົ່ງເສີມຂະບວນການແຂ່ງຂັນ ສອນດີ-ຮຽນເກັ່ງ, ປັບປຸງຄຸນນະພາບການສຶກສາຂອງເມືອງໃຫ້ຫຍັບເຂົ້າໃກ້ມາດຕະຖານ ລະດັບແຂວງ, ລະດັບຊາດເທື່ອລະກ້າວ ແລະ ທັງເປັນການໃຫ້ກຳລັງໃຈຕໍ່ນັກຮຽນຜູ້ທີ່ຮຽນດີ-ຮຽນເກັ່ງ ແລະ ມີຄຸນສົມບັດດີ, ມີຄວາມກະຕືລືລົ້ນຕໍ່ການຮຽນແລະ ເປັນແບບຢ່າງນຳໜ້າທີ່ດີ ໃຫ້ແກ່ໝູ່ຄູ່ຢູ່ພາຍໃນຫ້ອງຮຽນກໍຄື: ພາຍໃນໂຮງຮຽນ. ດັ່ງນັ້ນ, ໃນວັນທີ 26 ກັນຍາ ນີ້ ບໍລິສັດ ໄຟຟ້າຫົງສາ ຈຳກັດ ໄດ້ຈັດພິທີມອບທຶນການສຶກສາໃຫ້ແກ່ນັກຮຽນດີ-ຮຽນເກັ່ງ ເມືອງຫົງສາ ແຂວງໄຊຍະບູລີ ທີ່ຫ້ອງປະຊຸມຫ້ອງການສຶກສາທິການ ແລະ ກິລາເມືອງ. ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳຫຼ້າ ຜີວວັນນາ ເຈົ້າເມືອງຫົງສາ, ທ່ານ ຄະທາຢຸດ ຊູພູນ ອຳນວຍການໃຫຍ່ ບໍລິສັດ ໄຟຟ້າຫົງສາ ຈຳກັດ, ທ່ານ ທອງສຸກ ປ້ອງຄຳ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີຜູ້ອໍານວຍການ, ທີມງານບໍລິສັດ ໄຟຟ້າຫົງສາ ແລະ ນັກຮຽນ ທີ່ຮຽນດີ-ຮຽນເກັ່ງຕາງໜ້າໃຫ້ນັກຮຽນ 6 ແຫ່ງພາຍໃນເມືອງເຂົ້າຮ່ວມ.
ໃນການມອບທຶນຄັ້ງນີ້, ເມືອງຫົງສາ ໄດ້ຮັບທຶນທັງໝົດ 90 ລ້ານກີບ ໂດຍແບ່ງໃຫ້ໂຮງຮຽນ 6 ແຫ່ງຄື: ມ.ສ ຫົງສາ ມີ 6 ຄົນ ຍິງ 5ຄົນ ໄດ້ຮັບທຶນ18 ລ້ານກີບ, ມ.ສ ບ້ານຫານ ມີ 6 ຄົນ ຍິງ 4ຄົນໄດ້ຮັບທຶນ 18 ລ້ານກີບ, ມ.ສ ນາປຸ່ງ ມີ 6 ຄົນ ຍິງ 5ຄົນໄດ້ຮັບທຶນ 18 ລ້ານກີບ, ມ.ສ ຄົກແອກ ມີ 4 ຄົນ ຍິງ 1 ຄົນໄດ້ຮັບທຶນ12 ລ້ານກີບ, ມ.ສ ພູແລ້ງ ມີ 4 ຄົນ ຍິງ 4ຄົນໄດ້ຮັບທຶນ12 ລ້ານກີບ ແລະ ມ.ຕ ແທ່ນຄຳ ມີ 4 ຄົນ ຍິງ 3 ຄົນໄດ້ຮັບທຶນ12 ລ້ານກີບ ລວມນັກຮຽນທັງໝົດ30 ຄົນ ຍິງ 22ຄົນ.  ຫຼັງຈາກນັ້ນ ກໍໄດ້ຈັດພິທີມອບ-ຮັບທຶນການສຶກສາຢ່າງເປັນທາງການ ໂດຍໃຫ້ກຽດມອບຂອງທ່ານ ຄະທາຢຸດ ຊູພູນ ຜູ້ອຳນວຍການໃຫຍ່ ບໍລິສັດ ໄຟຟ້າຫົງສາ ຈຳກັດ ພ້ອມດ້ວຍທີມງານ ແລະ ຮັບໂດຍຕາງໜ້ານັກຮຽນດີ-ຮຽນເກັ່ງ ພ້ອມດ້ວຍຄູ-ອາຈານ ໂດຍມີທ່ານເຈົ້າເມືອງເປັນສັກຂີພິຍານ.
ໃນໂອກາດນີ້, ທ່ານ ຄຳຫຼ້າ ຜີວວັນນາ ກໍໄດ້ກ່າວສະແດງຄວາມຂອບໃຈມາຍັງບໍລິສັດ ທີ່ໃຫ້ການປະກອບສ່ວນທຶນຮອນເຂົ້າໃນວຽກງານການສຶກສາຕະຫຼອດມາ ທັງເປັນການປະກອບສ່ວນ ສ້າງຊັບພະຍາກອນມະນຸດຢູ່ພາຍໃນເມືອງ ໃຫ້ມີຄວາມຮູ້-ຄວາມສາມາດ ແລະ ນຳເອົາຄວາມຮູ້ກັບມາພັດທະນາຊຸມຊົນທ້ອງຖິ່ນຂອງຕົນ ແລະ ສຳຄັນແມ່ນໃຫ້ຄະນະອຳນວຍການໂຮງຮຽນ, ຄູປະຈຳຫ້ອງ, ຄູປະຈຳວິຊາຢູ່ແຕ່ລະແຫ່ງໃຫ້ເປັນເຈົ້າການກະຕຸກຊຸກຍູ້ ແລະ ສົ່ງເສີມໃຫ້ນັກຮຽນທີ່ໄດ້ຮັບທຶນ ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນເປັນພິເສດ, ຕິດຕາມຜົນການຮຽນ, ຕິດຕາມການຂຶ້ນຫ້ອງ-ລົງຫ້ອງຕະຫຼອດເຖິງການເຄື່ອນໄຫວອື່ນໆ ທັງພາຍໃນ ແລະ ນອກໂຮງຮຽນ ທີ່ຈະສົ່ງຜົນສະທ້ອນຕໍ່ການຮ່ຳຮຽນ ພ້ອມທັງລາຍງານຜົນການຮຽນໃນແຕ່ລະເດືອນໃຫ້ຜູ້ປົກຄອງຮັບຮູ້ນຳຕື່ມ.
ຂ່າວ-ພາບ: ກິດຕິສັກ ບົວໄລ.