ເມື່ອບໍ່ດົນມານີ້ ທີ່ເດີ່ນກິລາເມືອງແບງ ໄດ້ປິດການແຂ່ງຂັນກິລາບານເຕະຊາຍ ຊິງຂັນທ່ານເຈົ້າເມືອງແບງ ແຂວງອຸດົມໄຊ ເພື່ອຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 48 ປີ (2 ທັນວາ 1975 – 2 ທັນວາ 2023). ໂດຍມີທ່ານ  ສອນເພັດ ອິນທະປັນຍາສັກ ຮອງເຈົ້າເມືອງໆແບງ, ມີການນໍາເມືອງ, ນັກທຸລະກິດ, ຄະນະກຳມະການ, ນັກກິລາ ແລະ ມວນຊົນເຂົ້າຮ່ວມຮັບຊົມຢ່າງມີບັນຍາກາດຟົດຟື້ນ.
ການແຂ່ງຂັນກິລາໃນຄັ້ງນີ້:ປະກອບມີ 2 ປະເພດກິລາຄື: ເຕະບານຟຸດຊໍຊາຍ 7 ຄົນຮຸ່ນທົ່ວໄປ ແລະ ກິລາດຶງເຊືອກຊາຍ ມີທີມນັກກິລາເຂົ້າຮ່ວມທັງໝົດ 420 ຄົນ, ໃນນີ້, ກິລາເຕະບານມີ 24 ທີມ ແລະ ກິລາດຶງເຊືອກຊາຍ 6 ທີມ. 
ຜ່ານການແຂ່ງຂັນກິລາເຕະບານທີ1 ທີມ ໄທເກີ ຮັບຂັນ 1 ໜ່ວຍພ້ອມເງິນລາງວັນ 3 ລ້ານກີບ, ເປັນກຽດມອບໂດຍທ່ານ ຄໍາພອນ ພີມມະລາດ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງແບງ, ທີ 2ທີມ ແຮນຊຳໄດຮັບເງິນລາງວັນ 2.500.000 ກີບທີ 3 ທີມເອສທີ ຊີລິ ໄດ້ຮັບເງິນລາງວັນ 2.000.000 ກີບ.
ກິລາດຶງເຊືອກຊາຍທີ1 ທີມ ຫ້ອງການສຶກສາ ແລະ ກິລາເມືອງ ຮັບຂັນ 1 ໜ່ວຍພ້ອມເງິນລາງວັນ 1 ລ້ານກີບ, ທີ2 ທີມ ກຸ່ມເສດຖະກິດ ໄດ້ຮັບເງິນລາງວັນ 8 ແສນກີບແລະ ທີ 3 ທີມປ້ອງກັນຊາດເມືອງແບງ ໄດ້ຮັບເງິນລາງວັນ 5 ແສນກີບ.
ການແຂ່ງຂັນກິລາໃນຄັ້ງນີ້ເພື່ອເປັນການຊຸກຍູ້ສົ່ງເສີມສ້າງສາຍສຳພັນຜູກແໜ້ນຄວາມສາມັກຄີກັບບັນດານັກກິລາ ສ້າງໃຫ້ຊາວໜຸ່ມ, ໄວໜຸ່ມນັກຮຽນປັນຍາຊົນ ມີນ້ຳໃຈນັກກິລາ ຮູ້ແພ້ຮູ້ຊະນະ ຮູ້ອະໄພຊຶ່ງກັນ ແລະ ກັນແລະ ຫຼິ້ນກິລາເພື່ອເຮັດໃຫ້ສຸຂະພາບແຂງແຮງຫ່າງໄກຢາເສບຕິດ. ນອກຈາກນັ້ນ, ຍັງເປັນການແລກປ່ຽນບົດຮຽນທາງດ້ານເຕັກນິກເພື່ອໃຫ້ມີປະສົບການ ໃນການພັດທະນາຕົນເອງກໍຄືການພັດທະນາວຽກງານກິລາ-ກາຍະກຳຂອງເມືອງ. ເພື່ອຄັດເລືອກນັກກິລາເຕະບານຜູ້ທີ່ມີພອນສະຫວັນດີ, ມີເຕັກນິກ,ມີຄຸນສົມບັດເຂົ້າເປັນທີມນັກກິລາຂອງເມືອງ.
ຂ່າວ-ພາບ: ພູທອນ