ວັນທີ 6 ທັນວາ ນີ້ ຢູ່ສະໂມສອນໃຫຍ່ຂອງເມືອງວຽງຄໍາ ແຂວງຫຼວງພະບາງ ໄດ້ມີພິທີປາຖະກະຖາວັນສ້າງຕັ້ງກອງເຍົາວະຊົນທັນວາ ວັນທີ 2 ທັນວາ ຄົບຮອບ 68 ປີ ມີ ທ່ານ ສອນສັກ ສຸລິເສີມ ຮອງເລຂາພັກເມືອງ-ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ຄະນະໜ່ວຍ-ສະມາຊິກຊາວໜຸ່ມ ຕະຫຼອດຮອດເຍົາວະຊົນທັນວາ ເຂົ້າຮ່ວມ.
  ໃນພິທີ ໄດ້ຮັບຊົມການສະແດງບົດຟ້ອນ ຂອງໜ່ວຍສິລະປະວັນນະຄະດີ ໂຮງຮຽນປະຖົມບ້ານວັງໄບ, ໂຮງຮຽນປະຖົມບ້ານແສ້ ແລະໂຮງຮຽນ ມ.ສ ວຽງຄໍາ ດ້ວຍບັນຍາກາດເບີກບານມ່ວນຊື່ນ. ຈາກນັ້ນ ທ່ານ ສອນສັກ ສຸລິເສີມ ໄດ້ໃຫ້ກຽດປາຖະກະຖາ ເລົ່າມູນເຊື້ອວັນສ້າງຕັ້ງກອງເຍົາວະຊົນທັນວາຍົກເຫັນປະຫວັດຄວາມເປັນມາ, ບົດບາດການເຄື່ອນໄຫວ ແລະບາດກ້າວຂະຫຍາຍຕົວອັນພົ້ນເດັ່ນ ຂອງກອງເຍົາວະຊົນທັນວາ ເປັນແຕ່ລະໄລຍະ, ຈາກນັ້ນ ໄດ້ມີການຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ວ່າດ້ວຍການຮັບຮອງເມືອງວຽງຄໍາ ເປັນເມືອງຊາວໜຸ່ມ 4 ບຸກ ປະຈໍາປີ 2022, ຜ່ານມະຕິຕົກລົງ ຂອງສູນກາງຊາວໜຸ່ມ ວ່າດ້ວຍການຍ້ອງຍໍຜົນງານ 65 ປີ ໃຫ້ກົມກອງ ແລະບຸກດີເດັ່ນ ພ້ອມທັງມີການມອບໃບຢັ້ງຢືນ ແລະປະດັບຫຼຽນກາລະນຶກ 65 ປີ ໃຫ້ກົມກອງດີເດັ່ນ ຈໍານວນ 1 ກົມກອງ ແລະບຸກຄົນດີເດັ່ນ 6 ຄົນຍິງ 1 ຄົນ ຢ່າງສົມກຽດ.
ຂ່າວ-ພາບ: ບຸນທັນ ໄຊຍະວົງ ຫ້ອງການ ຖວທ ເມືອງວຽງຄໍາ.