ເມື່ອບໍ່ດົນມານີ້, ຄະນະບໍລິຫານງານຊາວໜຸ່ມນະຄອນ-ຫຼວງພະບາງ ແຂວງຫຼວງພະບາງໄດ້ຈັດພິທີຮັບສະມາຊິກເຍົາວະຊົນ, ອະນຸຊົນທັນວາ ຢູ່ເດີນອະນຸສາວະລີ ປະທານສຸພານຸວົງ ມີການນໍາພັກ-ລັດ ນະຄອນ-ຫຼວງພະບາງ ພ້ອມດ້ວມຄະນະບໍລິຫານງານຊາວໜຸ່ມນະຄອນ, ຄູ ແລະນັກຮຽນເຂົ້າຮ່ວມ. 
ພິທີໄດ້ມີການວາງກະຕ່າດອກໄມ້ ຕໍ່ໜ້າຮູບຫຼໍ່ ຂອງປະທານສຸພານຸວົງ, ຈາກນັ້ນ ໄດ້ຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກອະນຸຊົນທັນວາ ຈຳນວນ 649 ຄົນຍິງ 326 ຄົນ; ເລື່ອນອະນຸຊົນ ຂຶ້ນເປັນສະມາຊິກເຍົາວະຊົນທັນວາ ຈຳນວນ 446 ຄົນຍິງ 251 ຄົນ; ຮັບມະຫາຊົນຜູ້ກ້າວໜ້າ ເຂົ້າເປັນສະມາຊິກເຍົາວະຊົນທັນວາ ຈຳນວນ 163 ຄົນຍິງ 65 ຄົນ, ໂອກາດນີ ທ່ານ ນາງ ວິໄລພອນ ຖະໜອມສັກ ປະທານແນວລາວສ້າງຊາດນະຄອນ-ຫຼວງພະບາງ ໄດ້ໃຫ້ກຽດປາຖະກະຖາ ມູນເຊື້ອວັນຊາດທີ 2  ທັນວາ ຄົບຮອບ48 ປີ ແລະວັນສ້າງຕັ້ງກອງເຍົາວະຊົນທັນວາ (ວັນທີ 2 ທັນວາ ຄົບຮອບ 68 ປີ) ພ້ອມທັງມີຄໍາເຫັນຍ້ອງຍໍຊົມເຊີຍຄະນະບໍລິຫານງານຊາວໝຸ່ມ, ຄະນະຮັບຜິດຊອບສ້າງຂະບວນການ ທີ່ເອົາໃຈໃສ່ກໍ່ສ້າງຫຼານນ້ອຍເຍົາວະຊົນ, ອະນຸຊົນທັນວາ ໃຫ້ກາຍເປັນລູກທີ່ດີຂອງພໍ່ແມ່, ເປັນເຍົາວະຊົນ, ອະນຸຊົນດີເດັ່ນຂອງໂຮງຮຽນ ແລະເປັນຜູ້ສືບທອດທີ່ດີຂອງປະເທດຊາດ ເພື່ອກ້າວເຂົ້າສູ່ການເປັນຜູ້ໃຫຍ່ໃນວັນໜ້າ ພ້ອມທັງໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມຮັບຮູ້ກ່ຽວກັບຄວາມໝາຍ ຄວາມສໍາຄັນຂອງເຍົາວະຊົນ-ອະນຸຊົນໃນບັນດາເຜົ່າ ເພື່ອເຮັດໃຫ້ເຍົາວະຊົນ-ອະນຸຊົນ ໃນແຕ່ລະໄລຍະເປັນຜູ້ສືບທອດທີ່ດີເດັ່ນ ຮອບດ້ານ ຕັ້ງໜ້າປະຕິບັດຄໍາສັ່ງສອນ 6 ຮັກ 3 ຊັງ ປະຕິບັດຂໍ້ແຂ່ງຂັນ 3 ດີ 4 ຮູ້ ໃຫ້ສົມກັບຄໍາຂວັນທີ່ວ່າ ເພື່ອພາລະກິດຂອງຊາດ ເຍົາວະຊົນກຽມພ້ອມ. 
 ໃນວັນດຽວກັນ ທີ່ອະນຸສາວະລີ ປະທານໄກສອນ ພົມວິຫານ ໄດ້ຈັດພິທີເລື່ອນເຍົາວະຊົນທັນວາຂຶ້ນເປັນສະມາຊິກ ຊາວໜຸ່ມປະຊາຊົນປະຕິວັດລາວ ຈຳນວນ 207 ຄົນຍິງ 122 ຄົນ ແລະຮັບມະຫາຊົນຜູ້ກ້າວໜ້າ ເຂົ້າເປັນສະມາຊິກ ຊາວໜຸ່ມປະຊາຊົນປະຕິວັດລາວ ຈຳນວນ 175 ຄົນຍິງ 87 ຄົນ. ໂດຍເປັນປະທານຂອງ ທ່ານ ສົມສັກ ອີນທະມາໄລ ເລຂາຄະນະບໍລິຫານງາຍຊາວໜຸ່ມນະຄອນ-ຫຼວງພະບາງ.
ຂ່າວ-ພາບ: ນົບພະເກົ້າ