ສຳເລັດການແຂ່ງຂັນບານສົ່ງໃນຮົ່ມປະເພດຊາຍ-ຍິງ ລາຍການ Beerlao Volley ball Championship 2023ຊຶ່ງການແຂ່ງຂັນໄດ້ເລີ່ມແຕ່ວັນທີ 4 ພະຈິກ 2023 ແລະ ໄດ້ສຳເລັດໃນວັນທີ 10 ທັນວາ ຜ່ານມາ ທີ່ສະໂມສອນບານສົ່ງໃນຮົ່ມກອງທັບ (ຫຼັກ5) ບ້ານຈອມມະນີໃຕ້ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ຊຶ່ງມີທັງໝັດ 14 ສະໂມສອນ ເຂົ້າຮ່ວມແຂ່ງຂັນໃນນັ້ນ ທີມຍິງ 6 ທີມ ແລະ ທີມຊາຍ8 ທີມ,ການແຂ່ງຂັນລະບົບແບບລີກ ຮອບຂາໄປ ທີມທີ່ມີຄະແນນດີທີ່ສຸດໄດ້ແຊັມໄປຄອງ. 
ສຳລັບປະເພດຊາຍ ທີ1 ສະໂມສອນ ອິນທະສອນວີຊີໄດ້ຮັບຂັນ 1 ໜ່ວຍ ພ້ອມລາງວັນ 25 ລ້ານກີບ,ທີ2 ສະໂມສອນກອງທັບ ໄດ້ຮັບເງິນລາງວັນ 15 ລ້ານກີບ,ທີ3 ສະໂມສອນ ລາວສະກາຍເວ ວີຊີ ໄດ້ຮັບເງິນລາງວັນ 10 ລ້ານກີບ,ທີ4 ສະໂມສອນ Grow-up ວີຊີ ໄດຮັບເງິນລາງວັນ 7 ລ້ານກີບ,ທີ 5 ວິທະຍາຄານສັນຕິບານປະຊາຊົນ ໄດ້ຮັບເງິນລາງວັນ 6 ລ້ານກີບ,ທີ6 ສະໂມສອນວຽງຈັນ ໄດ້ຮັບເງິນລາງວັນ 5 ລ້ານກີບ, ທີ7 ສະໂມສອນ ມາສເຕີ 7 ວີຊີ ໄດ້ຮັບເງິນລາງວັນ 4 ລ້ານກີບແລະ ທີ 8 ສະໂມສອນ ອິນເທັນເຊີນໄດ້ຮັບເງິນລາງວັນ 4 ລ້ານກີບ.
ສ່ວນປະເພດຍິງ  ທີ1 ສະໂມສອນ ກົມໃຫຍ່ການເມືອງກອງທັບ ໄດ້ຮັບຂັນ 1 ໜ່ວຍພ້ອມເງິນລາງວັນ 15 ລ້ານກີບ ,  ທີ2 ສະໂມສອນກອງທັບໄດ້ຮັບເງິນລາງວັນ 10ລ້ານກີບ,ທີ 3 ສະໂມສອນ ວຽງຈັນ ວີຊີ ໄດ້ຮັບເງິນລາງວັນ 7ລ້ານກີບ, ທີ4 ສະໂມສອນ ອິນທະສອນວີຊີ ໄດ້ຮັບເງິນລາງວັນ 6 ລ້ານກີບ, ທີ5 ສະໂມສອນ ມາສເຕີ 7 ເອັຟຊີໄດ້ຮັບເງິນລາງວັນ 4 ລ້ານກີບ ແລະ ທີ6 ສະໂມສອນ ເອັດອີຊີ ວິຊີໄດ້ຮັບເງິນລາງວັນ 4 ລ້ານກີບ.  ນອກຈາກນີ້ ຍັງມີລາງວັນສຳລັບບຸກຄົນ ແລະ ທີມດີເດັ່ນອີກຫຼາຍລາງວັນ.
ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ເລຂາທິການຄະນະກຳມະການໂອແລັມປິກແຫ່ງຊາດລາວ ແລະ ທ່ານ ຈັນສະໝອນ ຜ່ອງຈັນທາ ປະທານສະຫະພັນບານສົ່ງແຫ່ງຊາດລາວ.
ຂ່າວ-ພາບ:ຕຸໄລເພັດ