ໃນໂອກາດທີ່ ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ເຂົ້າຮ່ວມພິທີຍ້ອງຍໍສັນລະເສີນ ແລະ ປະຕິບັດນະໂຍບາຍຄູດີເດັ່ນລະດັບຊາດຂອງແຂວງເຊກອງຫວ່າງບໍ່ດົນມານີ້ທ່ານໄດ້ເນັ້ນໜັກ ໃຫ້ຄະນະນຳ ກໍຄືຜູ້ບໍລິຫານການສຶກສາ ແລະກິລາ ສ້າງຄູປະສົບການ, ຄູຊໍານານງານ ສອນດີ-ສອນເກັ່ງ ໃຫ້ຫຼາຍຂຶ້ນ, ຄຽງຄູ່ກັບການນຳເອົາຜົນງານຂອງ ຄູ ກີມເຟືອງ ເຮືອງມະນີ ຄູດີເດັ່ນຂອງແຂວງເຊກອງ, ຄູດີເດັ່ນລະດັບຊາດ ເພື່ອໃຫ້ພະນັກງານຮຸ່ນຫຼັງສືບທອດ ແລະເອົາເປັນແບບຢ່າງ ນໍາໄປຜັນຂະຫຍາຍ ແລະຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໃຫ້ເກີດຜົນ.
    ພ້ອມນີ້, ກໍໃຫ້ຄະນະນໍາ ກໍຄືຜູ້ບໍລິຫານການສຶກສາທຸກຂັ້ນ ອຳນວຍຄວາມສະດວກ ໃຫ້ວິຊາການຂັ້ນແຂວງ-ເມືອງ ລົງຊຸກຍູ້ຕິດຕາມ, ກວດກາ ການປະຕິບັດໜ້າທີ່ຂອງຄູສອນໃນແຕ່ລະຊັ້ນ, ແຕ່ລະຂັ້ນໃຫ້ທົ່ວເຖິງ ເພື່ອເຮັດໃຫ້ຄູ-ອາຈານ ມີຄວາມສໍານຶກຕໍ່ອາຊີບຂອງຕົນຫຼາຍຂຶ້ນ ແນໃສ່ເຮັດໃຫ້ແຂວງເຊກອງມີຄູດີເດັ່ນ, ຄູປະສົບການ ສອນດີ-ສອນເກັ່ງ ເພີ່ມຂຶ້ນໃນແຕ່ລະປີ;  ພ້ອມດຽວກັນນີ້, ຜູ້ບໍລິຫານການສຶກສາ ແລະກິລາແຂວງ ໃຫ້ສືບຕໍ່ສ້າງໂຮງຮຽນຕົວແບບ, ສ້າງຂະບວນການ ສອນດີ-ຮຽນເກັ່ງ ຕາມມາດຖານຂອງກະຊວງສຶກ ສາທິການ ແລະກິລາວາງອອກ ແລະ ສ້າງໂຮງຮຽນຕົວແບບ, ສຳນັກງານຕົວແບບທີ່ດີເດັ່ນ ແລະ ປອດຢາເສບຕິດ, ສ້າງໂຮງຮຽນຕົວແບບທາງດ້ານສິລະປະແລະກິລາ ໃຫ້ປະກົດຜົນເປັນຈິງ; ພ້ອມທັງສ້າງເງື່ອນໄຂທີ່ເໝາະສົມ ເພື່ອນໍາເອົາຜົນງານຂອງ ຄູ ກິມເຟືອງ ເຮືອງມະນີ ໄປເຜີຍແຜ່ໃຫ້ພະນັກງານຄູ-ອາຈານ ໃນຖັນແຖວສຶກສາທິການ ແລະກິລາ ໃຫ້ທົ່ວເຖິງ ທຸກເຂດ, ທຸກໂຮງຮຽນ ຂອງແຂວງເຊກອງ ແລະ ສ້າງເງື່ອນໄຂ ນໍາເອົາສື່ອຸປະກອນ ການຮຽນ-ການສອນ ໄປວາງສະແດງໃນວັນສໍາຄັນຕ່າງໆຂອງແຂວງ ເພື່ອໃຫ້ບັນດາຄູ-ອາຈານ ນໍາເອົາຜົນງານດັ່ງກ່າວໄປຜັນຂະຫຍາຍ ແລະນໍາໃຊ້ ເຂົ້າໃນການພັດທະນາວິຊາຊີບຄູ ແບບຕໍ່ເນື່ອງໃນອະນາຄົດ ແລະ ໃຫ້ຄະນະພັກ, ຄະນະພະແນກສຶກສາທິການ ແລະກິລາ ຕ້ອງໄດ້ຖືສຳຄັນວຽກງານສຶກສາອົບຮົມການເມືອງແນວຄິດ ຂອງຜູ້ບໍລິຫານ, ພະນັກງານຄູ-ອາຈານເປັນກົກ ຕໍ່ຜູ້ທີ່ກຳບໍ່ທັນໄດ້ກ່ຽວກັບການນຳພາ, ວຽກງານວິຊາການ ແລະວຽກງານອື່ນໆໃນຂົງເຂດຕົນ ໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ ແລະສືບຕໍ່ປະຕິບັດຄາດໝາຍຕົວຊີ້ວັດທີ່ຍັງບໍ່ທັນບັນລຸ ໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້ ເພື່ອເຮັດໃຫ້ວຽກງານສຶກສາທິການ ແລະກິລາແຂວງເຊກອງ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ.
ຂ່າວ-ພາບ:ພຸດທະສອນ