ວັນທີ 12 ທັນວານີ້, ກອງບັນຊາການທະຫານແຂວງຄໍາມ່ວນ ໄດ້ຮັບກຽດເປັນເຈົ້າພາບ ຈັດງານແຂ່ງຂັນກິລາມວນຊົນ - ກິລາ ການທະຫານ ແລະ ຍິງປືນທະຫານຮາບ - ກໍາລັງໄຟແບກຫາບ ເຂດແຂ່ງຂັນທີ 4 ພາກກາງ ຊີງຂັນທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ເພຶ່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ໂດຍເປັນປະທານເປີດງານແຂ່ງຂັນຂອງ ສະຫາຍ  ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ ຄະນະກໍາມະການ ປກຊ - ປກສ ຂັ້ນແຂວງ, ສະຫາຍ ພົນຈັດຕະວາ ສົມແຄນ ອັບປະສອນ ກໍາມະການຄະນະປະຈໍາພັກແຂວງເລຂາຄະນະພັກຫົວໜ້າການເມືອງ ກອງບັນຊາການທະຫານແຂວງຄໍາມ່ວນ, ມີ ສະຫາຍ ພັນເອກ ສີປະເສີດ ບຸນປະກອບ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ - ຄະນະບັນຊາ  ກອງບັນຊາການທະຫານແຂວງຄໍາມ່ວນ, ຄະນະຮັບຜິດຊອບຈັດງານແຂ່ງຂັນ, ຄູຝຶກ, ນັກກິລາ ເຂົ້າຮ່ວມ.
 ສະຫາຍ ພັນເອກ ບຸນເລີດ ບຸບຜາວັນ ຮອງເລຂາຄະນະພັກຫົວໜ້າການທະຫານກອງບັນຊາການທະຫານແຂວງຄໍາມ່ວນ ໄດ້ຂຶ້ນລາຍງານການກະກຽມຄວາມພ້ອມດ້ານຕ່າງໆ ລວມເຖິງແຜນການແຂ່ງຂັນກິລາໃນຄັ້ງນີ້  ຊຶ່ງກິລາມວນຊົນປະກອບມີ: ກິລາເຕະບານຊາວໜຸ່ມຊາຍ, ບານສົ່ງຊາຍ, ບານສົ່ງຍິງ, ເປຕັງປະສົມຊາຍ - ຍິງ, ກະຕໍ້ຫວາຍຊາຍ. ກິລາການທະຫານ ປະກອບມີຍິງປືນອາກາແອັມ ເປົ້າປິດ - ເປີດ, ເປົ້າຈານຂະໜາດ 20x20 ຊັງຕີແມັດ, ຍິງປືນແອເຣິເປກາ ເປົ້າຈານຂະໜາດ 30x30 ຊັງຕີແມັດ, ຍິງປືນແອັດສະແວແດ, ປືນຄົກ 82 ມມ ແລະ ປືນເດກາ 82 ມມ, ກິລານັກຮົບແຂງແຮງ, ກິລາແລ່ນມ້າງປະກອບອາວຸດ, 3 ວິຊາການທະຫານສົມທົບ, ໃນນັ້ນມີນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 463 ສະຫາຍຍິງ 26 ສະຫາຍ ທີ່ຕາງໜ້າມາຈາກ 9 ຫົວໜ່ວຍກົມກອງ ຄື: ກອງບັນຊາການທະຫານແຂວງຄໍາມ່ວນ, ສະຫວັນນະເຂດ, ບໍລິຄໍາໄຊ ກອງພົນທີ 4, ກອງພັນໃຫຍ່642, ກອງພັນໃຫຍ່621, ກອງພັນໃຫຍ່644,ໂຮງໝໍ 109 ແລະ ໂຮງງານປະສານເຫຼົ່າພາກກາງ, ການແຂ່ງຂັນກິລາມວນຊົນ - ກິລາການທະຫານ ແລະ ຍິງປືນທະຫານຮາບ - ກຳລັງໄຟແບກຫາບ ຄັ້ງນີ້ ແມ່ນຈະໄດ້ດໍາເນີນໄປເປັນເວລາ 5 ວັນຈຶ່ງຈະສໍາເລັດ.
 ສະຫາຍ ວົງເພັດ ຈິດປັນຍາ ຍັງໄດ້ກ່າວຕໍ່ພິທີວ່າ:  ການແຂ່ງຂັນກິລາຄັ້ງນີ້ ແມ່ນກິດຈະກໍາໜຶ່ງທີ່ມີຄວາມສໍາຄັນ ເພາະວ່ານອກຈາກເປັນການສ້າງຂະບວນການແລ້ວ ຍັງເປັນການສ່ອງແສງໃຫ້ເຫັນກ່ຽວກັບພາລະກິດໃນການປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກ-ລັດ ກໍຄືຂອງກອງທັບ ທັງເປັນການເຕົ້າໂຮມຄວາມສາມັກຄີຂອງທົ່ວປວງຊົນຮອບດ້ານ ເຂົ້າໃນການປະຕິບັດພາລະກິດ ສອງໜ້າທີ່ຍຸດທະສາດຂອງພັກ ເວົ້າລວມ, ເວົ້າສະເພາະກໍແມ່ນການຫ້າງຫາກະກຽມ ແລະ ການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ທີ່ຈະມາເຖິງໃນຕໍ່ໜ້າມໍ່ໆນີ້, ພ້ອມນີ້ຍັງໄດ້ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງສູງ ມາຍັງຄະນະນໍາກະຊວງປ້ອງກັນປະເທດ ຕະຫຼອດຮອດພາກສ່ວນກ່ຽວຂ້ອງ ທີ່ໄດ້ເອົາໃຈໃສ່ຊີ້ນໍາ, ຊຸກຍູ້ໃຫ້ແຕ່ລະພາກສ່ວນເຮັດວຽກງານກະກຽມຄວາມພ້ອມດ້ານຕ່າງໆໄດ້ສໍາເລັດຕາມຈຸດປະສົງຄາດໝາຍແລະຮຽກຮ້ອງ
ມາຍັງຄະນະຮັບຜິດຊອບຈັດງານແຂ່ງຂັນ ຈົ່ງຍົກສູງຄວາມຮັບຜິດຊອບຊີ້ນໍາການແຂ່ງຂັນກິລາໃນຄັ້ງນີ້ໃຫ້ດໍາເນີນໄປຕາມເນື້ອໃນ, ກົດລະບຽບຂອງການແຂ່ງຂັນ ໃຫ້ມີມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ຮັບປະກັນຄວາມປອດໄພຮອບດ້ານ ເພື່ອເຮັດໃຫ້ງານແຂ່ງຂັນກິລາໃນຄັ້ງນີ້ ເຕັມໄປດ້ວຍບັນຍາກາດ ເບີກບານມ່ວນຊື່ນ ແລະ ເປັນຂະບວນການຟົດຟື້ນ ມີຜົນສໍາເລັດຢ່າງຈົບງາມ.
ຂ່າວ-ພາບ: ມະນີວັນ