ພິທີເຊັນບົດບັນທຶກ ຄວາມເຂົ້າໃຈ (MOU) ວ່າດ້ວຍ ການຮ່ວມມືດ້ານວິຊາການ ລະຫວ່າງ ສະຖາບັນການຕ່າງປະເທດກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ແລະ ມະຫາວິທະຍາໄລ ຢູນນານສປ ຈີນໄດ້ມີຂຶ້ນໃນວັນທີ 13 ທັນວານີ້ ທີ່ສູນຮ່ວມມືສາກົນແລະຝຶກອົບຮົມ, ຝ່າຍລາວ ລົງນາມໂດຍ ທ່ານ ໄມ ໄຊຍະວົງສ໌ຫົວໜ້າສະຖາບັນການຕ່າງປະເທດ, ຝ່າຍມະຫາວິທະຍາໄລ ຢູນນານ ສປ ຈີນ ລົງນາມໂດຍ ທ່ານ ສຈ Chen Keqingຮອງປະທານຂອງ ມະຫາວິທະຍາໄລ ຢູນນານ, ໂດຍມີ ທ່ານ ໂພໄຊ ໄຂຄຳພິທູນຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ບໍ່ພຽງແຕ່ເປັນການເສີມຂະຫຍາຍການຮ່ວມມື ແລະ ຮັດແໜ້ນ ການພົວພັນທີ່ມີມູນເຊື້ອແບບເພື່ອນມິດ ລະຫວ່າງ ສອງສະຖາບັນ ກໍຄື ສອງປະເທດ ແລະ ຍັງເປັນການສ້າງກົນໄກ ການຮ່ວມມື ກັບ ມະຫາວິທະຍາໄລ ຢູນນານ ເພື່ອແລກປ່ຽນປະສົບການ ແລະ ຖອດຖອນບົດຮຽນ ໃນການຄົ້ນຄວ້າບັນຫາພົ້ນເດັ່ນ, ແລກປ່ຽນທັດສະນະ, ຂໍ້ມູນຂ່າວສານດ້ານວິຊາການ ແລະ ອື່ນໆ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. ພ້ອມດຽວກັນນັ້ນ, ກໍເພື່ອເປັນການສ້າງໃຫ້ມີນິຕິກຳຮ່ວມກັນ ເພື່ອເປັນເອກະສານອ້າງອີງ ໃຫ້ແກ່ທັງສອງຝ່າຍ ໃນການພົວພັນຮ່ວມມືກັນໃນອະນາຄົດ.
ນອກຈາກເຊັນບົດບັນທຶກຄວາມເຂົ້າໃຈແລ້ວ ສະຖາບັນການຕ່າງປະເທດ ແລະ ມະຫາວິທະຍາໄລ ຢູນນານ ຍັງຈັດກອງປະຊຸມສຳມະນາຮ່ວມກັນ ພາຍໃຕ້ຫົວຂໍ້: ການທູດປະເທດໃກ້ຄຽງຂອງ ສປ ຈີນ “China's Neighborhood Diplomacy" ເນື່ອງຈາກວ່າປີນີ້ເປັນປີແຫ່ງການສ້າງຕັ້ງການທູດປະເທດໃກ້ຄຽງຂອງ ສປ ຈີນ ຄົບຮອບ 10 ປີ ຊຶ່ງເປັນໂອກາດດີໃຫ້ແກ່ຜູ້ເຂົ້າຮ່ວມຮັບຮູ້ ກ່ຽວກັບ ຜົນສຳເລັດດ້ານຕ່າງໆ ລວມທັງແນວທາງ ນະໂຍບາຍຂອງ ສປ ຈີນ ຕໍ່ກັບບັນດາປະເທດໃກ້ຄຽງ, ທັງເປັນການເປີດໂອກາດແລກປ່ຽນຄວາມຄິດເຫັນ ລະຫວ່າງ ນັກຄົ້ນຄວ້າ, ຜູ້ບັນຍາຍຈາກ ສປ ຈີນ ແລະ ຜູ້ເຂົ້າຮ່ວມ ຂອງລາວທີ່ມາຈາກກົມກອງພາຍໃນກະຊວງ ການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ, ບັນດາກະຊວງອ້ອມຂ້າງທີ່ກ່ຽວຂ້ອງ ກໍຄື ຜູ້ຕາງໜ້າຈາກ ສະຖານທູດຈີນ ປະຈຳ ສປປ ລາວ. ການຈັດສຳມະນາຄັ້ງນີ້ ເປັນກິດຈະກຳທຳອິດ ພາຍຫຼັງມີເຊັນ MoU ຮ່ວມກັນ ຊຶ່ງທັງສອງຝ່າຍ ຈະສືບຕໍ່ປຶກສາຫາລື ກ່ຽວກັບ ການຮ່ວມມືໃນຕໍ່ໜ້າ ລວມທັງບັນຫາຕ່າງໆທີ່ທັງສອງຝ່າຍມີຄວາມສົນໃຈຮ່ວມກັນ ເປັນຕົ້ນ: ໂຄງການເຮັດບົດຄົ້ນຄວ້າຮ່ວມ, ໂຄງການຈັດຝຶກອົບຮົມຮ່ວມ, ຈັດກອງປະຊຸມສໍາມະນາດ້ານວິຊາການຮ່ວມ ແລະ ອື່ນໆ.
 ການຈັດສອງກິດຈະກຳດັ່ງກ່າວນີ້, ແມ່ນເພື່ອເປັນການຈັດຕັ້ງຜັນຂະຫຍາຍບົນເນື້ອໃນຈິດໃຈຂອງບົດບັນທຶກຄວາມເຂົ້າໃຈທີ່ໄດ້ເຊັນຮ່ວມກັນໃນຄັ້ງນີ້ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດໃຫ້ທັງສອງສະຖາບັນ.
(ຂ່າວ: ສະຖາບັນການຕ່າງປະເທດ, ພາບ: ແສງຈັນ)