ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ລັດຖະບານອົສຕຣາລີ ໄດ້ຈັດພິທີສະເຫຼີມສະຫຼອງຜົນສຳເລັດການປັບປຸງຫຼັກສູດຊັ້ນປະຖົມສຶກສາຂຶ້ນໃນວັນທີ 14 ທັນວານີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງ ສສກແລະທ່ານ ໂພລ ແຄລີເອກອັກຄະລັດຖະທູດອົສຕຣາລີປະຈຳ ສປປ ລາວ, ມີບັນດາຄູ-ອາຈານ, ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ພຸດ ສິມມາລາວົງ ໄດ້ກ່າວວ່າ: “ການປັບປຸງຫຼັກສູດເປັນໜ້າວຽກໃຫຍ່ ແລະ ບໍ່ສາມາດຢຸດພັກໄດ້ເຖິງແມ່ນວ່າຈະຢູ່ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການປະຕິບັດຫຼັກສູດສະບັບປັບປຸງໃໝ່ໃນທົ່ວປະເທດແມ່ນຜົນສຳເລັດອັນສຳຄັນ ເພື່ອແນໃສ່ຍົກສູງຄຸນນະພາບການສຶກສາຢູ່ໃນ ສປປ ລາວ ແລະ ເປັນບຸລິມະສິດຂອງແຜນພັດທະນາຂະແໜງການສຶກສາທິການ ແລະ ກິລາຄັ້ງທີ VIII ແລະ ຄັ້ງທີ IX, ການປັບປຸງຫຼັກສູດຊັ້ນປະຖົມສຶກສາຂອງ ສປປ ລາວ ໃຫ້ທັນກັບສະພາບການເປັນສິ່ງຈຳເປັນຂັ້ນພື້ນຖານໃນການປັບປຸງຄຸນນະພາບການສຶກສາຊຶ່ງໄດ້ສົ່ງຜົນກະທົບອັນດີຕໍ່ການປັບປຸງຫຼັກສູດສ້າງຄູປະຖົມ ແລະ ມາດຕະຖານການສອນແຫ່ງຊາດ. ການສະໜັບສະໜູນທີ່ແທດເໝາະກັບບົດບາດໜ້າທີ່ຂອງຄູແມ່ນບາດກ້າວສຳຄັນໃນການສ້າງກຳລັງແຮງງານທີ່ມີຄວາມສາມາດ ໂດຍຜ່ານລະບົບການສຶກສາທີ່ມີປະສິດທິພາບ, ປະຊາກອນທີ່ມີຄວາມຮູ້ຄວາມສາມາດແມ່ນມີຄວາມສໍາຄັນໃນການປະກອບສ່ວນເພື່ອບັນລຸເປົ້າໝາຍໃນການຫຼຸດພົ້ນອອກຈາກການເປັນປະເທດດ້ອຍພັດທະນາຂອງ ສປປ ລາວ ແລະ ບັນລຸເປົ້າໝາຍໃນການພັດທະນາເສດຖະກິດໃຫ້ຮຸ່ງເຮືອງໃນໄລຍະຍາວ”.
ທ່ານກ່າວເນັ້ນຕື່ມວ່າ: “ຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ສະແດງໃຫ້ເຫັນເຖິງການປ່ຽນແປງອັນໃຫຍ່ຫຼວງ ແລະ ຜົນສຳເລັດຂອງການປະຕິບັດຫຼັກສູດໃໝ່ນີ້ ຮຽກຮ້ອງໃຫ້ຕ້ອງມີຄວາມເອົາໃຈໃສ່ ແລະ ການສະໜັບສະໜູນຈາກທຸກພາກສ່ວນ. ສະນັ້ນ, ວຽກທີ່ສຳຄັນທີ່ສຸດແມ່ນເລີ່ມຕົ້ນຈາກຄອບຄົວ ແລະ ຊຸມຊົນຊຶ່ງເຫັນວ່າມີບົດບາດສໍາຄັນໃນວຽກງານດັ່ງກ່າວ."ຄູຕ້ອງການການສະໜັບສະໜູນຢ່າງຕໍ່ເນື່ອງເພື່ອປັບຕົວໃຫ້ເກີດຄວາມຊິນເຄີຍກັບວິທີການຮຽນ-ການສອນແບບໃໝ່ຢ່າງຄົບຖ້ວນ. ລັດຖະບານອົສຕຣາລີ ແລະ ອົງການ USAID ຈະສືບຕໍ່ໃຫ້ການສະໜັບສະໜູນກະຊວງ ສສກ ໂດຍຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ໄລຍະທີ 2.
ທ່ານ ໂພລ ແຄລີ ໄດ້ກ່າວວ່າ: “ການສຶກສາແມ່ນບຸລິມະສິດສູງສຸດຂອງລັດຖະບານອົສຕຣາລີໃນ ສປປ ລາວ ແລະ ເປັນການລົງທຶນອັນສຳຄັນໃນການພັດທະນາຊັບພະຍາກອນມະນຸດຂອງສປປ ລາວ ໄປສູ່ການເຕີບໂຕທາງດ້ານເສດຖະກິດຢ່າງເທົ່າທຽມ. ເປົ້າໝາຍເພື່ອໃຫ້ເດັກນ້ອຍໃນເກນອາຍຸໄດ້ເຂົ້າຮຽນຊັ້ນປະຖົມໃນສປປ ລາວໂດຍສະເພາະແມ່ນຜູ້ທີ່ດ້ອຍໂອກາດ, ມີຄວາມຫ້າວຫັນປະກອບສ່ວນໃນການຮຽນຫຼາຍຂຶ້ນ ແລະ ມີຜົນການຮຽນທີ່ດີຂຶ້ນ, ນັບຕັ້ງແຕ່ເດືອນກັນຍາປີນີ້ຫຼັກສູດຂັ້ນ ປ.5 ໄດ້ສຳເລັດການປັບປຸງ, ໂຮງຮຽນຊັ້ນປະຖົມສຶກສາທັງໝົດທົ່ວປະເທດ ໄດ້ນຳໃຊ້ຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ພ້ອມທັງປຶ້ມແບບຮຽນ ແລະ ສື່ການຮຽນການສອນທີ່ປັບປຸງໃໝ່. ຫຼັກສູດສະບັບປັບປຸງໃໝ່ໄດ້ຮັບຮອງເອົາວິທີການສອນແບບໃໝ່ ທີ່ອຳນວຍຄວາມສະດວກໃຫ້ນັກຮຽນມີສ່ວນຮ່ວມໃນການຮຽນຫຼາຍຂຶ້ນ. ນັກຮຽນໄດ້ຮຽນຮູ້ໂດຍການປະກອບສ່ວນໃນກິດຈະກຳການຮຽນໃນຫ້ອງຮຽນ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ມີສ່ວນຮ່ວມນຳໃຊ້ອຸປະກອນການຮຽນ, ແລະ ການທົດລອງໂດຍຜ່ານກິດຈະກໍາ. ຄູໄດ້ນຳໃຊ້ວິທີການສອນແບບໃໝ່ທີ່ເນັ້ນເອົານັກຮຽນເປັນໃຈກາງ ໂດຍເນັ້ນໃສ່ການຮຽນຮູ້ດ້ວຍການປະຕິບັດຕົວຈິງ ເພື່ອໄດ້ຮັບປະສົບການຕົວຈິງ ແລະ ນຳໃຊ້ຄວາມຮູ້ເຂົ້າໃນຊີວິດປະຈຳວັນ.
ທ່ານ ໂພລ ແຄລີ ກ່າວຕື່ມວ່າ: “ຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ໄດ້ປະກອບສ່ວນໃນການປັບປຸງຜົນການຮຽນຂອງນັກຮຽນ ແລະ ໄດ້ມີການສຶກສາຄົ້ນຄວ້າໃນໄລຍະບໍ່ດົນມານີ້ ໂດຍສະພາຄົ້ນຄວ້າການສຶກສາຂອງອົສຕຣາລີໄດ້ພົບວ່າ 3 ປີ ຫຼັງການເລີ່ມປະຕິບັດຫຼັກສູດວິຊາພາສາລາວຂັ້ນ ປ.1 ສະບັບປັບປຸງໃໝ່, ຄູໄດ້ສະແດງໃຫ້ເຫັນວ່າພວກເຂົາມີຄວາມຄວາມຮູ້ ແລະ ຄວາມໝັ້ນໃຈຫຼາຍຂຶ້ນກວ່າເກົ່າ ແລະ ນັກຮຽນໄດ້ມີສ່ວນຮ່ວມໃນກິດຈະກຳການຮຽນໃນຫ້ອງຮຽນຫຼາຍຂຶ້ນເຮັດໃຫ້ມີການພັດທະນາດ້ານການຮູ້ໜັງສືຂອງນັກຮຽນດີຂຶ້ນ” ແລະ ຈຸດສຸມຂອງພວກເຮົາໃນໄລຍະທີສອງຂອງແຜນງານບີຄວາ ແມ່ນເນັ້ນໜັກກ່ຽວກັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ແລະ ການເຊື່ອມສານບັນດາຫຼັກການດ້ານການສຶກສາຮຽນຮ່ວມເຂົ້າໃນວຽກງານ, ການສະໜອງການຝຶກອົບຮົມທີ່ມີຄຸນນະພາບໃຫ້ແກ່ຄູ ແລະ ການສະໜັບສະໜູນວິຊາຊີບຄູແບບຕໍ່ເນື່ອງເປັນສິ່ງຈຳເປັນເພື່ອຮັບປະກັນໃຫ້ຄູສາມາດປະຕິບັດຫຼັກສູດ ແລະ ນຳມາສອນໃນຫ້ອງຮຽນຢ່າງປະສົບຜົນສຳເລັດ. ທັງໝົດແລ້ວການຮຽນຄວນໃຫ້ມີຄວາມມ່ວນຊື່ນ”.
ຂ່າວ: ບຸນອູ້ມ, ພາບ: ບຸນຕອມ