SCGຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ຈັດງານມອບທຶນການສຶກສາໃນໂຄງການ Sharing the Dream ປະຈຳປີ 2023 ໃຫ້ກັບນັກຮຽນມັດທະຍົມຕອນປາຍ ແລະ ນັກສຶກສາລະດັບປະລິນຍາຕີໃນ ສປປ ລາວ ໂດຍໃນປີນີ້ ມີນັກຮຽນ ແລະ ນັກສຶກສາໄດ້ຮັບທຶນລວມທັງໝົດ 210 ຄົນ ແບ່ງອອກເປັນ ນັກຮຽນມັດທະຍົມຕອນປາຍໃນນະຄອນຫຼວງວຽງຈັນ ແລະ ແຂວງຄຳມ່ວນ ແຂວງລະ 100 ຄົນ ແລະ ນັກສຶກສາລະດັບປະລິນຍາຕີທີ່ຜ່ານການຄັດເລືອກຈາກທົ່ວປະເທດອີກ 10 ຄົນ ອັນເປັນສ່ວນໜຶ່ງຂອງໂຄງການສະໜັບສະໜູນເຍົາວະຊົນຜູ້ມີຄວາມມຸ່ງໝັ້ນຕັ້ງໃຈສຶກສາຮ່ຳຮຽນ ແຕ່ຂາດໂອກາດທາງການສຶກສາ ອັນເນື່ອງມາຈາກຂາດແຄນເງິນທຶນ ຊຶ່ງ SCG ມຸ່ງໝັ້ນທີ່ຈະສືບຕໍ່ທົ່ວທັງພາກພື້ນອາຊຽນ.
ເປັນໄລຍະເວລາ 12 ປີ ທີ່ SCG ໄດ້ດຳເນີນໂຄງການ Sharing the Dream ໃນ ສປປ ລາວ ເພື່ອເນັ້ນຫຼຸດຄວາມເຫຼື່ອມລ້ຳໃນສັງຄົມ ຕາມກົນລະຍຸດ ESG 4 Plus ໂດຍສະໜັບສະໜູນທຶນການສຶກສາແກ່ເດັກນ້ອຍ ແລະ ເຍົາວະຊົນທີ່ມີຄວາມປະພຶດດີ ມີຄວາມມຸ່ງໝັ້ນທີ່ຈະສຶກສາຕໍ່ ແຕ່ຂາດແຄນທຶນຮອນ ໂດຍບໍ່ມີພາລະຜູກພັນຕ້ອງໃຊ້ຄືນ ເນື່ອງດ້ວຍການສຶກສາຄືຮາກຖານທີ່ສຳຄັນໃນການພັດທະນາສັກກະຍະພາບຂອງມະນຸດ ແລະ ການກ້າວໄປສູ່ຄວາມສຳເລັດຊຶ່ງຈະເປັນກຳລັງສຳຄັນໃນການພັດທະນາປະເທດຊາດໃຫ້ຍືນຍົງຕໍ່ໄປ ຂ້າພະເຈົ້າຂໍຂອບໃຈທາງກະຊວງສຶກສາ ສປປ ລາວ ແລະ ຜູ້ອຳນວຍການໂຮງຮຽນທຸກທ່ານ ທີ່ຮ່ວມເປັນສ່ວນໜຶ່ງໃນການດຳເນີນໂຄງການນີ້.
ທ່ານ ປະຣະເມດ ນິສາຄອນເສນ ຜູ້ຈັດການໃຫຍ່-ດິສທຣິບິວຊັ່ນ ແອນດ ຣີເທລ ທຸລະກິດຊີມັງ ແລະ ຜະລິດຕະພັນກໍ່ສ້າງ SCG ກ່າວວ່າ: SCG ເຊື່ອວ່າການສະໜັບສະໜູນການສຶກສາ ເປັນການຊ່ວຍຫຼຸດຄວາມເຫຼື່ອມລ້ຳ ແລະ ແກ້ບັນຫາທາງສັງຄົມໄດ້ໃນໄລຍະຍາວ ເພາະເປັນໂອກາດທີ່ເຮັດໃຫ້ເຍົາວະຊົນໄດ້ມີສັກກະຍະພາບ ແລະ ມີຄວາມພ້ອມໃນການປະກອບອາຊີບເພື່ອລ້ຽງດູຕົນເອງ, ຄອບຄົວ ແລະ ເປັນກຳລັງສຳຄັນໃນການພັດທະນາປະເທດຊາດ ຂັບເຄື່ອນໄປສູ່ອະນາຄົດທີ່ຍືນຍົງຊຶ່ງ SCG ໄດ້ດໍາເນີນການມອບທຶນການສຶກສາໃນໂຄງການ Sharing the Dream ໃຫ້ກັບນັກຮຽນທົ່ວພາກພື້ນອາຊຽນກວ່າ 5.000 ຄົນ ໃນແຕ່ລະປີ.
ສຳລັບເປົ້າໝາຍESG 4 Plus ຂອງ SCG ນັ້ນ ເປັນແນວທາງການດໍາເນີນທຸລະກິດດ້ວຍຄວາມຮັບຜິດຊອບຕໍ່ສັງຄົມ ຊຸມຊົນ ແລະ ສິ່ງແວດລ້ອມມາຢ່າງຕໍ່ເນື່ອງ ປະກອບດ້ວຍ 1. Net Zero, 2. GO Green, 3. Lean ເຫຼື່ອມລໍ້າ ແລະ 4. ເນັ້ນຮ່ວມມື ໂດຍຍຶດຫຼັກຄວາມເຊື່ອ
ໝັ້ນ ແລະ ໂປ່ງໃສ ເປັນຫົວໃຈໃນການດຳເນີນທຸລະກິດ ເພື່ອສົ່ງມອບໂລກໃຫ້ໜ້າຢູ່ ແລະ ຍືນຍົງໃຫ້ຄົນຮຸ່ນຕໍ່ໄປ.
ສຳລັບພິທີມອບ-ຮັບທຶນດັ່ງກ່າວໄດ້ຈັດຂຶ້ນ ໃນວັນທີ 14 ທັນວາ ນີ້ ທີ່ນະຄອນຫຼວງວຽງຈັນ.ເປັນກຽດເຂົ້າຮ່ວມມອບໂດຍ ທ່ານ ປະຣະເມດ ນິສາຄອນເສນ ຜູ້ຈັດການໃຫຍ່-ດິສທຣິບິວຊັ່ນ ແອນດ ຣີເທລ ທຸລະກິດຊີມັງ ແລະ ຜະລິດຕະພັນກໍ່ສ້າງ SCG ທ່ານ ໄຊຍະເດດ ຊົງມີໄຊ ຮອງຫົວໜ້າກົມສາມັນສຶກສາ ກະຊວງ ສຶກສາທິການ ແລະ ກິລາ.
(ຂ່າວ:ຕຸໄລເພັດ)