ພະແນກສຶກສາທິການ ແລະ ກິລາ (ສສກ) ແຂວງເຊກອງເອົາໃຈໃສ່ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດທີ່ນອນໃນຄວາມຮັບຜິດຊອບຂອງຕົນ ໂດຍສຸມໃສ່ສ້າງໂຮງຮຽນ, ຫ້ອງການ, ຂະແໜງການສຶກສາ ແລະ ກິລາປອດຢາເສບຕິດ ດ້ວຍການໂຄສະນາສຶກສາອົບຮົມການເມືອງ-ແນວຄິດ, ຈັດສໍາມະນາຖາມ-ຕອບ, ໂຄສະນາເຜີຍກົດໝາຍ-ນິຕິກໍາໃຕ້ກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດໃຫ້ສະມາຊິກພັກ, ພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກຢູ່ສະຖາບັນການສຶກສາ ກໍຄືໂຮງຮຽນແຫ່ງຕ່າງໆໃຫ້ຮັບຮູ້ຢ່າງກວ້າງຂວາງ.
ທ່ານ ຄໍາໄພ ສິມມາວັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໃຫ້ຮູ້ຫວ່າງບໍ່ດົນມານີ້ວ່າ: ທົ່ວແຂວງມີໂຮງຮຽນທັງໝົດ 310 ແຫ່ງ, ຮັບຮອງເປັນໂຮງຮຽນຕົວແບບປອດຢາເສບຕິດ253 ແຫ່ງ ເທົ່າກັບ 81,61%. ໃນນີ້, ໂຮງຮຽນອະນຸບານ 34 ແຫ່ງ, ຮັບຮອງໄດ້ 34 ແຫ່ງ ເທົ່າກັບ 100%; ໂຮງຮຽນປະຖົມ 219 ແຫ່ງ, ຮັບຮອງໄດ້ 165 ແຫ່ງ ເທົ່າກັບ 75,34%; ໂຮງຮຽນມັດທະຍົມ 48 ແຫ່ງ, ຮັບຮອງໄດ້ 46 ແຫ່ງ ເທົ່າກັບ 95,83%; ໂຮງຮຽນເຕັກນິກ-ວິຊາຊີບ 1 ແຫ່ງ, ຮັບຮອງໄດ້ 1 ແຫ່ງ ເທົ່າກັບ 100%; ສູນການສຶກສານອກໂຮງຮຽນ 3 ແຫ່ງ, ຮັບຮອງໄດ້ 2 ແຫ່ງ ເທົ່າກັບ 66,66% ແລະ ສຳນັກງານຫ້ອງການ, ຂະແໜງການສຶກສາ-ກິລາ 5 ແຫ່ງ, ຮັບຮອງໄດ້ 5 ແຫ່ງ ເທົ່າກັບ 100%. ນອກນັ້ນຍັງໄດ້ອອກແຈ້ງການໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ໂຮງຮຽນທີ່ຂຶ້ນກັບພະແນກຈັດພິມປ້າຍ, ຕິດປ້າຍໂຄສະນາ ແລະ ຄຳຂວັນກ່ຽວກັບວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ແລະ ເອົາໃຈໃສ່ໂຄສະນາ, ເຜີຍແຜ່ກົດໝາຍ, ບັນດານິຕິກໍາທີ່ກ່ຽວຂ້ອງໃຫ້ພະນັກງານ, ຄູ-ອາຈານ, ນັກຮຽນ, ນັກສຶກສາພາຍໃນໂຮງຮຽນໃຫ້ຮັບຮູ້, ເຂົ້າໃຈເຖິງຜົນຮ້າຍຂອງຢາເສບຕິດ ແລະ ຮູ້ວິທີປ້ອງກັນບໍ່ໃຫ້ຕົກເປັນທາດຂອງຢາເສບຕິດ; ຈັດສໍາມະນາຖາມ-ຕອບເຖິງຜົນຮ້າຍຂອງຢາເສບຕິດ ແລະ ການແຂ່ງຂັນສິລະປະ-ກິລາປະເພດຕ່າງໆ ເພື່ອເປັນການປູກຈິດສໍານຶກໃຫ້ເຍົາວະຊົນ-ຊາວໜຸ່ມໃຫ້ຫັນມາຫຼິ້ນກິລາຫ່າງໄກຈາກຢາເສບຕິດ.
ທ່ານ ຄໍາໄພ ສິມມາວັດ ໃຫ້ຮູ້ຕື່ມວ່າ: ເພື່ອປະຕິບັດ 6 ວຽກຈຸດສຸມແກ້ໄຂບັນຫາຢາເສບຕິດໃນປີ 2024; ສສກ ແຂວງຈະສືບຕໍ່ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດທີ່ນອນຢູ່ໃນຄວາມຮັບຜິດຊອບຂອງຕົນເພື່ອໃຫ້ເປັນໂຄງການ, ເປັນແຜນ ແລະ ຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາ; ສືບຕໍ່ໂຄສະນາສຶກສາອົບຮົມການເມືອງແນວຄິດ, ໂຄສະນາເຜີຍແຜ່ກົດໝາຍ-ຜົນຮ້າຍຂອງຢາເສບຕິດ, ຈັດພິມປ້າຍໂຄສະນາຕ້ານຢາເສບຕິດ; ເຜີຍແຜ່ຂອບແນວຄວາມຄິດກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ; ຊຸກຍູ້, ຕິດຕາມ, ກວດກາປະເມີນໂຮງຮຽນ, ສູນການສຶກສາ ແລະ ກົມກອງຫ້ອງການປອດຢາເສບຕິດ ແລະ ສືບຕໍ່ສ້າງໂຮງຮຽນຕົວແບບປອດຢາເສບຕິດໃຫ້ບັນລຸໄດ້ຕາມແຜນການທີ່ວາງໄວ້.
ຂ່າວ-ພາບ: ສັນຍາ