ໂຮງຮຽນລ້ຽງເດັກອະນຸບານ-ປະຖົມ-ມັດທະຍົມສຶກສາສົມບູນສະຖາພອນ ໄດ້ຈັດງານມະຫາກຳກິລາໂຮງຮຽນຄັ້ງທີ III ປະຈຳສົກຮຽນ 2023-2024 ຂຶ້ນໃນວັນທີ 15 ທັນວາຜ່ານມາ, ທີ່ສະໜາມກິລາສະເຕດ້ຽມ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານນາງ ສຸກສະຖາພອນ ສູນທະວົງ ປະທານໂຮງຮຽນລ້ຽງເດັກອະນຸບານ-ປະຖົມ-ມັດທະຍົມສຶກສາສົມບູນສະຖາພອນ, ມີທ່ານ ອາພິເດດ ໄພສະຫວັດ ຜູ້ບໍລິຫານໂຮງຮຽນສະຖາພອນ, ມີຕາງໜ້າສະມາຄົມຜູ້ປົກຄອງນັກຮຽນ, ຄູ-ອາຈານ ແລະ ບັນດາກ້ອນກຳລັງນັກຮຽນ-ນັກກິລາໃນແຕ່ລະຊັ້ນ ພາຍໃນໂຮງຮຽນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ທ່ານ ນາງ ຄໍາສິລິພອນ ສູນທະວົງ ຜູ້ອຳນວຍການໂຮງຮຽນລ້ຽງເດັກອະນຸບານ-ປະຖົມ-ມັດທະ ຍົມສຶກສາສົມບູນສະຖາພອນ ກ່າວເປີດງານວ່າ: ການຈັດງານມະຫາກຳກິລາໂຮງຮຽນໃນຄັ້ງນີ້ເປັນຄັ້ງທີ III ໂດຍມີຈຸດປະສົງເພື່ອເສີມສ້າງທັກສະ ແລະ ພອນສະຫວັນທາງດ້ານກິລາໃຫ້ແກ່ນັກຮຽນຂອງພວກເຮົາ, ຊ່ວຍໃຫ້ເຂົາເຈົ້າ ເປັນຄົນກ້າສະແດງອອກ, ມີຄວາມກ້າຫານຫຼາຍຂຶ້ນ. ພ້ອມນີ້ຍັງເຫັນໄດ້ເຖິງຄວາມສຳຄັນຂອງວຽກງານກິລາ-ສິລະປະ ຊຶ່ງຍາມໃດກໍຄຽງຄູ່ກັບການສຶກສາຮໍ່າຮຽນຂອງນ້ອງນັກຮຽນ. ດັ່ງນັ້ນ, ການຈັດກິດຈະກຳໃນຄັ້ງນີ້, ຍັງຊ່ວຍໃຫ້ນັກຮຽນຜ່ອນຄາຍຈາກການຮໍ່າຮຽນທີ່ອິດເມື່ອຍ ມາສູ່ຄວາມເບີກບານມ່ວນຊື່ນໃນໄວແຫ່ງການຮຽນຮູ້, ຊ່ວຍເສີມສ້າງທັກສະໃນການຮຽນຮູ້ຂອງນັກຮຽນ. ນອກນັ້ນຍັງເປັນການຮັດແໜ້ນຄວາມສາມັກຄີປອງດອງເປັນຈິດໜຶ່ງໃຈດຽວກັນ, ຮູ້ຊ່ວຍເຫຼືອເບິ່ງແຍງແບ່ງປັນ ຊຶ່ງກັນແລະ ກັນຫຼາຍຂຶ້ນກວ່າເກົ່າຂອງນັກຮຽນແຕ່ລະຊັ້ນຮຽນຕື່ມອີກ. ງານໃນຄັ້ງນີ້, ຍັງມີການສະແດງສິລະປະຫຼາກຫຼາຍລາຍການທີ່ບັນດານ້ອງໆນັກຮຽນນຳມາສະແດງ.
ສຳລັບການແຂ່ງຂັນກິລາໃນຄັ້ງນີ້ປະກອບໄປດ້ວຍ 38 ລາຍການແຂ່ງຂັນ ຊຶ່ງມີບາງປະເພດກິລາ ໄດ້ຈັດການແຂ່ງຂັນໄປແລ້ວໃນລະຫວ່າງວັນທີ 21 ພະຈິກ ຫາ ວັນທີ 11 ທັນວາ ປີ 2023 ເປັນຕົ້ນມາ ຊຶ່ງການແຂ່ງຂັນກິລາປະກອບມີ: ກິລາເປຕັງ, ກະຕໍ້, ຕີດອກປີກໄກ່, ບານສົ່ງຍິງ-ຊາຍ, ກິລາແລ່ນ, ກິລາເຕະບານ, ກິລາດຶງເຊືອກ ແລະ ບັນດາກິດຈະກຳອື່ນໆອີກຫຼາຍຢ່າງ ຊຶ່ງໃນແຕ່ລະບັນດາກິດຈະກຳລ້ວນແຕ່ໄດ້ມາຈາກຫົວຄິດປະດິດສ້າງຂອງພະນັກງານ, ຄູ-ອາຈານ ແລະ ນັກຮຽນ.
ໃນໂອກາດນີ້, ຍັງໄດ້ມີພິທີມອບ-ຮັບຂັນລາງວັນໃຫ້ນັກກິລາແຕ່ລະປະເພດໃນການແຂ່ງຂັນໃນຄັ້ງນີ້ຕາມລຳດັບ.
(ຂ່າວ-ພາບ: ວັນເພັງ)