ໂຮງຮຽນມັດທະຍົມສົມບູນແກ່ນທ້າວ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ເປີດການແຂ່ງຂັນກິລາ ປະຈໍາສົກຮຽນ 2023-2024ຂຶ້ນເມື່ອບໍ່ດົນຜ່ານມາ ຢູ່ທີໂຮງຮຽນດັ່ງກ່າວ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສຸລິຍາສັກ ລັດຖະຫວັນ ຜູ້ອໍານວຍການໂຮງຮຽນມັດທະຍົມສົມບູນແກ່ນທ້າວ, ມີຄະນະອໍານວຍການໂຮງຮຽນ, ຄະນະສະມາຄົມພໍ່ແມ່ນັກຮຽນ, ນາຍບ້ານເທດສະບານ, ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມຢ່າງຫຼວງຫຼາຍ.
ທ່ານ  ສີບົວທອງ ອິນທະວົງ ຮອງອໍານວຍການໂຮງຮຽນມັດທະຍົມສົມບູນແກ່ນທ້າວ ໄດ້ລາຍງານໃຫ້ຮູ້ວ່າ: ການແຂ່ງຂັນຈະໄດ້ດໍາເນີນເປັນເວລາ 3 ເດືອນ ໂດຍມີນັກກິລາເຍົາວະຊົນ-ໄວໜຸ່ມ, ຊາຍໜຸ່ມ ຍິງ-ຊາຍ ເຂົ້າຮ່ວມການແຂ່ງຂັນທັງໝົດ 42 ທີມ. ການແຂ່ງຂັ້ນໄດ້ແບ່ງອອກເປັນ 2 ຂັ້ນຮຽນ ຄື: ຂັ້ນຮຽນຕອນຕົ້ນມີ 12 ທີມ ແລະ ຂັ້ນຮຽນຕອນປາຍ ມີ 28 ທີມ. ການແຂ່ງຂັນກິລາມີ ກະຕໍ້ຊາຍ, ບານສົ່ງຍິງ-ຊາຍ ແລະ ເຕະບານຍິງ-ຊາຍ.
 ຈາກນັ້ນ, ທ່ານ ສຸລິຍາສັກ ລັດຖະຫວັນ  ກໍໄດ້ກ່າວເປີດການແຂ່ງການແຂ່ງຂັນກິລາປະຈໍາສົກຮຽນ 2023-2024 ຢ່າງເປັນທາງການ ແລະ ໄດ້ໃຫ້ຮູ້ເຖິງຈຸດປະສົ່ງຂອງການແຂ່ງຂັນ ແມ່ນ ເພື່ອເປັນການສ້າງຂະບວນການຕ້ອນຮັບວັນສໍາຄັນຕ່າງໆຂອງຊາດ, ຂອງພັກ ໃຫ້ເປັນຂະບວນຟົດຟື້ນ ແລະ ເພື່ອເປັນການປະຕິບັດຕາມ 5 ຫຼັກມູນການສຶກສາ ທີ່ກະຊວງສຶກສາທິການ ແລະ ກິລາວາງອອກ ແລະ ທັງເປັນການສົ່ງເສີມ ການຮຽນ-ການສອນ ພະລະສຶກສາ ແລະ ກິລາພາຍໃນໂຮງຮຽນ ແລະ ເປັນການສ້າງເງື່ອນໄຂ ໃຫ້ນັກຮຽນທຸກໆຄົນທີ່ຢູ່ພາຍໃນໂຮງຮຽນ ໄດ້ພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ສ້າງໃຫ້ນັກຮຽນມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ, ສ້າງໃຫ້ນັກຮຽນເປັນຜູ້ນໍາ, ເປັນຜູ້ຕາມທີ່ດີ, ຮູ້ແພ້, ຮູ້ຊະນະ, ຮູ້ໃຫ້ອະໄພເຊິ່ງກັນ ແລະ ກັນ, ເຮັດໃຫ້ນັກຮຽນ ມີແນວຄິດສະຫງວນມັກທາງດ້ານກິລາ ແລະ ເປັນການສ້າງຂະບວນການຟົດຟື້ນ, ຮູ້ອອກກໍາລັງກາຍ ຫາງໄກຢາເສບຕິດ ອະບາຍຍະມຸກຕ່າງໆ. ຂ່າວ: ແກ່ນທ້າວ.