ນັກສຶກສາທິດສະດີການເມືອງ-ການປົກຄອງແຫ່ງຊາດຂັ້ນສູງ ລະບົບ 9 ເດືອນ ຮຸ່ນທີ 3 ລົງທັດສະນະສຶກສາຢູ່ເມືອງສິງ ແຂວງຫຼວງນໍ້າທາ ໃນວັນທີ 18 ທັນວາຜ່ານມານີ້, ຊຶ່ງນໍາພາໂດຍທ່ານ ແສງທອງ ພຸດທະວົງ ຫົວໜ້າຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ(ສມປຊ)ໂດຍການຕ້ອນຮັບຂອງທ່ານຈັນພິພັກ ກອງຈໍາປາ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆສິງ ພ້ອມດ້ວຍຄະນະ.
ໂອກາດດັ່ງກ່າວ, ທ່ານ ຈັນພິພັກ ກອງຈໍາປາ ໄດ້ລາຍງານວ່າ: ເມືອງສິງຕັ້ງຢູ່ທິດຕາວັນຕົກສ່ຽງເໜືອຂອງແຂວງຫຼວງນໍ້າທາ ມີເນື້ອທີ່ທັງໝົດ 1.897 ກິໂລຕາແມັດ, ມີດ່ານທ້ອງຖິ່ນ 1 ແຫ່ງ ຄືດ່ານປາງໄຮ ແລະ ດ່ານປະເພນີ 1 ແຫ່ງ ຄືດ່ານບ້ານມອມເມືອງສິງ; ມີພົນລະເມືອງທັງໝົດ 44.147 ຄົນ ປະກອບ 93 ບ້ານ 14 ຊົນເຜົ່າ. ດ້ານການເມືອງແນວຄິດສະມາຊິກພັກ, ພະນັກງານ-ລັດຖະກອນ, ສອງກໍາລັງປະກອບອາວຸດ-ຜູ້ປະກອບການ, ນັກຮຽນ-ນັກສຶກສາ ແລະ ປະຊົນບັນດາເຜົ່າ ຍັງສືບຕໍ່ຮັກສາໄດ້ສະຖຽນນະພາບທາງດ້ານການເມືອງ ສັງຄົມມີຄວາມສະຫງົບໂດຍພື້ນຖານ ພ້ອມນີ້ອົງຄະນະພັກເມືອງ ແລະ ປະຊາຊົນເມືອງສິງ ໄດ້ຂະຫຍາຍເສດຖະກິດຢ່າງຕໍ່ເນື່ອງ ປະມານ 7,4% ຕໍ່ປີລວມຍອດ ຈີດີພີ ໃນປີ 2023 ຄາດວ່າຈະປະຕິບັດໄດ້1.145 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນປະຕິບັດໄດ້ 2.072 ໂດລາ, ເກັບລາຍຮັບ 11 ເດືອນຜ່ານມາບັນລຸໄດ້ 9,47 ຕື້ກັບ ເທົ່າກັບ 78% ຂອງແຜ່ນການປີ, ໃນປີ 2022 ເມືອງສິງ ສາມາດເກັບລາຍຮັບໄດ້ທັງໝົດ 3,5 ຕື້ກັບ ພົ້ນເດັ່ນກວ່າໝູ່ແມ່ນຂະບວນການປູກຢາງພາລາ ຊຶ່ງມີເນື້ອທີ່ທັງໝົດ 11.423 ເຮັກຕາ ສ້າງລາຍຮັບໃຫ້ປະຊາຊົນໄດ້ 142 ຕື້ກີບ ພ້ອມນີ້ຍັງມີການປູກອ້ອຍຂາຍເປັນສິນຄ້າຕາມລະດູການ 2022-2023 ມີເນື້ອທີ່ທັງໝົດ 5.909 ເຮັກຕາ ສ້າງລາຍຮັບໃຫ້ປະຊາຊົນໄດ້ປະມານ 410,4 ຕື້ກີບ. ນອກຈາກນີ້, ຍັງໄດ້ປູກໝາກກ້ຽງຫວານຢູ່ບ້ານແສນແອ່ນ ແລະ ໄດ້ເຮັດທົດລອງປູກກ້ວຍສະເປັນສິນຄ້າຕົວແບບຕາມທິດ 3 ສ້າງຂອງພັກຕື່ມອີກ; ໃນໂອກາດດຽວກັນ, ຄະນະນັກສຶກສາ ສມປຊ ຍັງໄດ້ນໍາເອົາເຄື່ອງກິລາຈໍານວນໜຶ່ງມອບໃຫ້ເມືອງສິງ ລວມມູນຄ່າ 6 ລ້ານກີບ ຕາງໜ້າມອບໂດຍທ່ານ ແສງທອງ ພຸດທະວົງ ແລະ ຕາງໜ້າຮັບໂດຍ ຈັນພິພັກ ກອງຈໍາປາ. (ຂ່າວ: ກິ່ງແກ້ວ)