ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົສຕຣາລີ ໄດ້ສົ່ງເສີມຄວາມຮູ້ - ຄວາມສໍາຄັນຂອງການຮັກສາປຶ້ມແບບຮຽນ.
ວິດີໂອຕອນໃໝ່ຊຸກຍູ້ໃຫ້ຄູແນະນຳສິ່ງທີ່ຄວນເຮັດ ແລະ ສິ່ງທີ່ບໍ່ຄວນເຮັດໃນການຮັກສາປຶ້ມແບບຮຽນໃຫ້ກັບນັກຮຽນຂອງພວກເຂົາ. ພວກເຈົ້າຈະຮັກສາປຶ້ມແບບຮຽນຂອງຕົນເອງແບບໃດ ?,ເຈົ້າຄວນຮັກສາປຶ້ມໃຫ້ສະອາດຄືແນວໃດ?,ເຈົ້າປົກປັກຮັກສາປຶ້ມຄືແນວໃດ?,ເຮັດເລື້ອຍໆບໍ່,ນັກຮຽນຊັ້ນປະຖົມສຶກສາບາງຄົນຍັງບໍ່ຮູ້ຕອບຄຳຖາມເຫຼົ່ານີ້ໄດ້ດີເທື່ອ.
ນັບແຕ່ປີ 2019 ເປັນຕົ້ນມາ ເມື່ອໄດ້ເລີ່ມມີການນຳໃຊ້ຫຼັກສູດສະບັບປັບປຸງໃໝ່, ທຸກໂຮງຮຽນທົ່ວປະເທດແມ່ນໄດ້ຮັບຊຸດປຶ້ມແບບຮຽນ ແລະ ຄູມືຄູ່ ຊຶ່ງໄດ້ອອກຫຼັກສູດໃໝ່ຂອງຊັ້ນຮຽນໃນແຕ່ລະປີ. ປຶ້ມແບບຮຽນແມ່ນມີຄຸນຄ່າ, ສະນັ້ນ ມັນຕ້ອງໄດ້ຮັບການຮັກສາເປັນຢ່າງດີ ເພື່ອໃຫ້ສາມາດເກັບໄວ້ໃຊ້ໄດ້ຍາວນານ ເພື່ອນ້ອງນັກຮຽນສົກຮຽນໃໝ່ໃນອະນາຄົດໄດ້ໃຊ້ຕໍ່ໄປ.
ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົສຕຣາລີ ແລະ ອົງການພັດທະນາສາກົນສະຫະລັດອາເມຣິກາ (USAID) ໂດຍຜ່ານແຜນງານບີຄວາ ໄດ້ຜະລິດວິດີໂອໃໝ່ ເພື່ອປູກຈິດສຳນຶກໃນຮັກສາປຶ້ມແບບຮຽນ ຊຶ່ງໄດ້ບອກສິ່ງທີ່ຄວນເຮັດ ແລະ ສິ່ງທີ່ບໍ່ຄວນເຮັດ. ຂໍ້ຄວາມດັ່ງກ່າວ ແມ່ນແນໃສ່ໃຫ້ຄູສອນຊັ້ນປະຖົມສຶກສາ ໃຫ້ຄໍາແນະນໍາແກ່ນັກຮຽນຂອງເຂົາເຈົ້າກ່ຽວກັບບົດບາດຂອງພວກເຂົາໃນການຮັບຜິດຊອບການຮັກສາປຶ້ມແບບຮຽນຢ່າງຖືກຕ້ອງ, ຄູຄວນອະທິບາຍໃຫ້ນັກຮຽນ ແລະ ພໍ່ແມ່ຮູ້ວິທີການຮັກສາປຶ້ມແບບຮຽນ ໂດຍນຳໃຊ້ຢ່າງລະມັດລະວັງ ແລະ ເປັນເຈົ້າການໃນການເກັບຮັກສາ.
ວິດີໂອນີ້ ໄດ້ຍົກໃຫ້ເຫັນຄໍາແນະນໍາທີ່ເຂົ້າໃຈງ່າຍ ເຊັ່ນ: ຄູຄວນສາທິດວິທີການຫໍ່ປຶ້ມແບບຮຽນໃນເວລາເປີດສົກຮຽນໃໝ່ ແລະ ສ້ອມແປງປຶ້ມທັນທີຖ້າຫາກເປ່ເພ, ຄູກໍຄວນອະທິບາຍໃຫ້ນັກຮຽນບໍ່ໃຫ້ພັບປຶ້ມແບບຮຽນ, ຫ້າມຂຽນໃນປຶ້ມແບບຮຽນ ແລະ ຫ້າມກິນ ຫຼື ດື່ມໃນເວລາອ່ານໜັງສື ເພາະປຶ້ມແບບຮຽນຄວນເກັບຮັກສາໄວ້ຫ່າງຈາກນໍ້າ, ອາຫານ ແລະ ຝຸ່ນ, ນັກຮຽນຕ້ອງເອົາປຶ້ມແບບຮຽນກັບບ້ານ ເພື່ອໃຫ້ເຂົາເຈົ້າສາມາດເຮັດວຽກບ້ານ ແລະ ທົບທວນຄືນບົດຮຽນຂອງເຂົາເຈົ້າໄດ້. ສະນັ້ນ, ສິ່ງສຳຄັນແມ່ນຄູຄວນສາທິດໃຫ້ນັກຮຽນເຫັນ ເພື່ອຮູ້ວິທີເກັບປຶ້ມເຂົ້າໄວ້ໃນຖົງຮຽນຂອງພວກເຂົາຢ່າງລະມັດລະວັງ, ຄູຍັງສາມາດຊ່ວຍນັກຮຽນ ແລະ ພໍ່ແມ່ໃຫ້ເອົາໃຈໃສ່ໃນການເກັບຮັກສາປຶ້ມແບບຮຽນ ໂດຍເກັບໄວ້ໃນບ່ອນທີ່ສະອາດ ແລະ ແຫ້ງ ເຊັ່ນ: ຕູ້ ຫຼື ຊັ້ນວາງຢູ່ເຮືອນ.
ວິດີໂອໄດ້ຖືກຖ່າຍທຳຢູ່ໂຮງຮຽນໃນນະຄອນຫຼວງວຽງຈັນ, ຄູ ແລະ ນັກຮຽນໄດ້ຮ່ວມການຖ່າຍທຳເປັນເວລາສອງວັນ ຊຶ່ງພວກເຂົາພູມໃຈຫຼາຍທີ່ໄດ້ປະກອບສ່ວນໃນການຜະລິດວິດີໂອດ້ານການສຶກສາຄັ້ງນີ້.ວິດີໂອການຮັກສາປຶ້ມແບບຮຽນນີ້ ແມ່ນຈະອອກອາກາດທາງໂທລະພາບການສຶກສາ ແລະ ກິລາ (ຊ່ອງ Lao ESTV) ທາງ ດາວທຽມລາວແຊັດ ຊ່ອງ 8 ແລະ ທາງຊ່ອງ YouTube ວິດີໂອສຳລັບການພັດທະນາຄູTeacher Development Videos.
ທ່ານສາມາດຮັບຊົມໄດ້ທີ່ລີ້ງນີ້: https://youtu.be/3k-6Ac19Dls?si=Q9d1O77NsnVHhp0m.
(ຂ່າວ-ພາບ:ແຜນງານບີຄວາ)