ງານແຂ່ງຂັນກິລາເປຕັງ ຊີງຂັນປະທານສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ປະຈໍາປີ 2023  ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງຄໍາມ່ວນ ໄດ້ສໍາເລັດລົງໃນວັນທີ 24 ທັນວາ ນີ້ ທີ່ສະໜາມກິລາແຂວງໂດຍການໃຫ້ກຽດເຂົ້າຮ່ວມມອບຂັນລາງວັນ ຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີບັນດາການນໍາຂອງແຂວງ, ພະແນກການ,  ອົງການຈັດຕັ້ງມະຫາຊົນ, ບໍລິສັດຫ້າງຮ້ານ, ແລະ ນັກກິລາ ຈາກພາກສ່ວນຕ່າງໆອ້ອມຂ້າງແຂວງເຂົ້າຮ່ວມ.
 ຕະຫຼອດໄລຍະການແຂ່ງຂັນແມ່ນເຕັມໄປດ້ວຍບັນຍາກາດທີີ່ຟົດຟື້ນ,ເບີກບານມ່ວນ
ຊື່ນແຫ່ງຄວາມສາມັກຄີ, ມິດຕະພາບ ແລະ ນໍ້າໃຈນັກກິລາບົນພື້ນຖານການປະຕິບັດຕາມລະບຽບກະຕິກາການແຂ່ງຂັນຊຶ່ງການແຂ່ງຂັນແມ່ນໄດ້ຈັດ 3 ລາຍການຄື: ປະເພດການນໍາ (VIP), ປະເພດຄູ່ຊາຍທົ່ວໄປ ແລະ ປະເພດຄູ່ຍິງທົ່ວໄປ, ມີນັກກິລາເຂົ້າຮ່ວມທັງໝົດ 70 ທີມທີ່ມາຈາກພະແນກການອ້ອມຂ້າງແຂວງ, ກອງບັນຊາການ ປກຊ, ປກສ, ບັນດາເມືອງ, ກົມກອງ, ສະໂມສອນ, ບໍລິສັດ, ຫ້າງຮ້ານຕ່າງໆ, ໃນນີ້ປະເພດການນໍາ VIP ມີ 4 ທີມ, ທົ່ວໄປຊາຍ 55 ທີມ, ທົ່ວໄປຍິງ 11 ທີມ. ສໍາລັບປະເພດລາງວັນທີ1 ທີມການນໍາໄດ້ຮັບຂັນ 3 ໜ່ວຍພ້ອມເງິນລາງ3 ລ້ານກີບ, ທີ2 ໄດ້ຮັບເງິນລາງ2 ລ້ານກີບ, ທີ3 ຮ່ວມ 1 ລ້ານກີບ. ປະເພດຄູ່ຊາຍທົ່ວໄປທີ1 ໄດ້ຮັບຂັນ 2 ໜ່ວຍ ພ້ອມເງິນລາງວັນ5 ລ້ານກີບ,  ປະເພດຄູ່ຍິງທົ່ວໄປທີ1 ໄດ້ຮັບຂັນ 2 ໜ່ວຍ ພ້ອມເງິນລາງວັນ5 ລ້ານກີບ, ທີ 2 ທັງສອງປະເພດຮັບເງິນລາງວັນພາກສ່ວນລະ 3 ລ້ານກີບ, ທີ 3 ຮ່ວມ 2 ລ້ານກີບ.
ຜ່ານການແຂ່ງຂັນ ປະເພດທີມການນໍາ VIP1 : ທີ1 ທີມ ທ່ານ ແສງທອງ ພະຄຸນທອງ,ທີ2 ທີມ ທ່ານ ພິດສະໄໝ ກອງຊາເດດ,  ທີມການນໍາຍິງ ທີ1 ທີມທ່ານ ນາງ ບັງອອນ ໄຊຍະສິດ, ທີ2 ທີມທ່ານ ນາງ ກຽນຕາ ວັນມະນາ ໃຫ້ກຽດມອບຂັນລາງວັນໂດຍທ່ານ ເດດສັກດາ ມະນີຄໍາ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງປະທານສະຫະພັນກິລາເປຕັງແຂວງຄໍາມ່ວນ. ປະເພດການນໍາ VIP2 ທີ1 ໄດ້ແກ່ສະພາປະຊາຊົນແຂວງ, ທີ2 ອົງການປົກຄອງແຂວງ, ທີ3 ຮ່ວມອົງການປົກຄອງແຂວງ ແລະ ສະພາປະຊາຊົນແຂວງ. ປະເພດການແຂ່ງຂັນຄູ່ຊາຍທົ່ວໄປທີ 1 ໄດ້ແກ່ກອງກວດກາປ່າໄມ້ແຂວງ, ທີ2 ຕຸ້ຍ ລົດຈົກ,  ທີ3 ຮ່ວມທະຫານແຂວງ ແລະ ຮ້ານຂາຍຄໍານາງຕິ່ງ. ປະເພດການແຂ່ງຂັນຄູ່ຍິງທົ່ວໄປທີ1 ໄດ້ແກ່ໂຮງໝໍແຂວງ, ທີ2 ສະພາປະຊາຊົນແຂວງ, ທີ3 ຮ່ວມແຂວງຈໍາປາສັກ ແລະ ພາສີເປັນກຽດມອບຂັນລາງວັນໂດຍ ທ່ານ ບຸນມີ ພິມມະສອນ.
ໂອກາດນີ້ທ່ານປະທານສະພາປະຊາຊົນແຂວງຄໍາມ່ວນຍັງໄດ້ກ່າວສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍມາຍັງຄະນະຮັບຜິດຊອບ, ພະແນກການທີ່ກ່ຽວຂ້ອງ, ບໍລິສັດ, ຫ້າງຮ້ານທີ່ໄດ້ສຸມທຸກກໍາລັງເຫື່ອແຮງ,ສະຕິປັນຍາດ້ວຍຄວາມຮັບຜິດຊອບສູງ ແລະ ປະກອບສ່ວນຊ່ວຍເຫຼືອອໍານວຍຄວາມສະດວກໃນດ້ານຕ່າງໆ ເພື່ອກະກຽມຈັດການແຂ່ງຂັນໃນເທື່ອນີ້ສໍາເລັດໄປດ້ວຍດີ.
 ຈຸດປະສົງການຈັດການແຂ່ງຂັນຄັ້ງນີ້: ແມ່ນເປັນການສ້າງຂະບວນຂໍ່ານັບຮັບຕ້ອນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງ, ຍັງເປັນການສ້າງຂະບວນການໃນການສະເຫຼີມສະຫຼອງວັນສໍາຄັນຂອງຊາດ-ຂອງພັກ ແລະ ເປັນການສ້າງຂະບວນການຕ້ອນຮັບປີທ່ອງທ່ຽວລາວ 2024 ພາຍໃຕ້ຄໍາຂວັນທ່ອງທ່ຽວລາວປອດໄພ ຊື່ນໃຈໃນວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດ. ໄປພ້ອມໆດຽວກັນນີ້ຍັງເປັນການຄັດເລືອກຫານັກກິລາຜູ້ທີ່ມີຜົນງານດີເດັ່ນ, ຜູ້ທີ່ມີພອນສະຫວັນປະກອບສ່ວນເປັນນັກກິລາປະສົມຂອງແຂວງຄໍາມ່ວນອີກດ້ວຍ. 
ຂ່າວ-ພາບ: ມະນີວັນ