ພິທີເປີດການແຂ່ງຂັນກິລາມິດຕະພາບລະຫວ່າງຄູ-ອາຈານ ແລະ ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ລະບົບ 3 ເດືອນ ຮຸ່ນທີ II ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງຊຸດທີ II ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້ທີ່ໂຮງຮຽນດັ່ງກ່າວ ໂດຍການເປັນປະທານຂອງທ່ານ ແກ້ວວັນໄຊ ສຸກແສນທອງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ມີ ທ່ານ ຄໍາພູວົງ ຫອມມະນີ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ,ມີບັນດາພະນັກງານຄູ-ອາຈານ ແລະ ນັກສຶກສາທິດສະດີການເມືອງຂັ້ນຕົ້ນຮຸ່ນທີ II ເຂົ້າຮ່ວມ . 
ທ່ານ ເມກວິໄຊ ສິງສະລາດ ຫົວໜ້າຂະແໜງຄຸ້ມຄອງການຮຽນ-ການສອນກໍ່ໄດ້ຜ່ານແຜນການເຄື່ອນໄຫວກິດຈະກໍາແຂ່ງຂັນກິລາ ຊຶ່ງຈະໄດ້ແຂ່ງຂັນໃນ 2 ປະເພດກິລາຄື: ກິລາເປຕັງຍິງ-ຊາຍ ແລະ ບານເຕະຍິງ-ຊາຍເພື່ອຊິງຂັນຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ຊຶ່ງຈະແຂ່ງຂັນນັບແຕ່ວັນທີ 20-28 ທັນວາ 2023.
ພ້ອມກັນນັ້ນ, ທ່ານ ແກ້ວວັນໄຊ ສຸກແສນທອງ  ກໍໄດ້ໃຫ້ກຽດໂອ້ລົມສະແດງຄວາມຄິດເຫັນຕໍ່ກັບສ້າງການຂະບວນການເພື່ອຕ້ອນຮັບ 2 ວັນດັ່ງກ່າວພ້ອມທັງເນັ້ນໜັກໃຫ້ນັກສຶກສາຮູ້ເຖິງຄວາມໝາຍຄວາມສໍາຄັນຂອງການຫຼິ້ນກິລາ ແລະ ໃຫ້ຮູ້ແພ້-ຮູ້ຊະນະ, ຮູ້ຮັກສາຄວາມສາມັກຄີ,ຫຼີກລ່ຽງການໃຊ້ຄວາມຮຸນແຮງ, ຮູ້ຊ່ວຍເຫຼືອຊຶ່ງກັນ ແລະ ກັນ. 
(ຂ່າວ-ພາບ: ແດງສະຫວັດ ແສນພານິດ)