ເມື່ອບໍ່ດົນມານິ້ີ້, ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ ພ້ອມດ້ວຍຄອບຄົວ ແລະ ຄະນະໄດ້ເຄື່ອນໄຫວຢ້ຽມຢາມຄູ-ອາຈານ, ນັກຮຽນໂຮງຮຽນ ມ.ສ ສາມັກຄີ ເມືອງຫຼວງນໍ້າທາ ໃຫ້ກຽດຕ້ອນຮັບຂອງທ່ານ ພອນໄຊ ແຫຼ້ດົງແສງ ຜູ້ອຳນວຍການໂຮງຮຽນ ມ.ສ ສາມັກຄີ ພ້ອມຄະນະ.
    ທ່ານ ສົມຈິດ ລໍບັນໃຜ່ ຮອງຜູ້ອຳນວຍການໂຮງຮຽນໄດ້ລາຍງານໃຫ້ຮູ້ວ່າ: ໂຮງຮຽນ ມ.ສ ສາມັກຄີໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1972 ພາຍໃຕ້ການຊີ້ນຳໆພາຂອງພະແນກສຶກສາທິການ ແລະ ກິລາແຂວງ. ໃນສົກຮຽນ 2023- 2024 ມີຄູ-ອາຈານທັງ 63 ຄົນ ຍິງ 35 ຄົນ, ມີພະນັກງານບໍລິຫານ 1 ຄົນ ຍິງ 1 ຄົນ, ມີນັກຮຽນ 787 ຄົນ ຍິງ 392 ຄົນ, ແບ່ງອອກເປັນ 25 ຫ້ອງຮຽນ ນັບແຕ່ຂັ້ນ ມ.1-ມ. 7, ໄລຍະຜ່ານມາທາງໂຮງຮຽນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານຄູ-ອາຈານ ໃຫ້ມີແນວຄິດຫຼັກໜັ້ນຕໍ່ການນຳພາຂອງພັກ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍໃຫ້, ມີຄວາມຮັກແພງສາມັກຄີພາຍໃນ-ພາຍນອກ, ເຮັດວຽກເປັນໝູ່ຄະນະບຸກຄົນຮັບຜິດຊອບ. ຄຽງຄູ່ກັນນັ້ນໄດ້ເອົາໃຈໃສ່ສຶກສາອົບຮົມນັກຮຽນໃຫ້ມີຄວາມຮັກມັກຕໍ່ການຮໍ່າຮຽນ, ມີຄວາມສາມັກຄີ, ຮັກຄູ-ອາຈານ, ຮັກພໍ່ແມ່, ຜູ້ອາວຸໂສ, ດຸໝັ່ນໃນການອອກແຮງງານ, ຫຼີກລ້ຽງປະກົດການຫຍໍ້ທໍ້ຕ່າງໆ, ເອົາໃຈໃສ່ປະພຶດຕົນໃຫ້ເປັນຄົນດີຂອງສັງຄົມ.
    ສໍາລັບການຮຽນ-ການສອນແມ່ນໄດ້ອີງຕາມໂຄງການຫຼັກສູດຂອງກະຊວງສຶກສາທິການ ແລະ ກິລາວາງອອກສອນນັກຮຽນໄປຕາມ 7 ຫຼັກການ, 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາ, ແນໃສ່ສ້າງໃຫ້ຜູ້ຮຽນໄດ້ມີຄວາມຮູ້-ຄວາມສາມາດ, ມີຫົວຄິດປະດິດສ້າງ ແລະ ມີຄວາມຮູ້ພື້ນຖານເພື່ອກຽມເຂົ້າຮຽນຕໍ່ວິຊາຊີບ, ເອົາໃຈໃສ່ສອນບຳລຸງນັກຮຽນເກັ່ງ ມ4, ມ7 ແລະ ເຂົ້າສອບເສັງຂັ້ນເມືອງມີ 8 ຄົນ ຍິງ 6 ຄົນ, ຊັ້ນ ມ.7 ສາມາດຍາດໄດ້ອັນດັບທີ 1 ມີ 1 ຄົນວິຊາເຄມີສາດ (ນາງ ມະນີຈັນ ບັນລືສັກ), ວິຊາຟີຊິກສາດ ມ.4 ( ທ້າວ ອານົງ ດວງທອງຈັນ ) ສອບ ເສັງຄັດເລືອກຂັ້ນແຂວງມີ 2 ຄົນ ສາມາດຍາດໄດ້ອັນດັບທີ 1 ວິຊາເຄມີສາດຊັ້ນ ມ.7 ແລະ ຕາງໜ້າແຂວງເຂົ້າສອບເສັງນັກຮຽນເກັ່ງໃນລະດັບຊາດ 1 ຄົນ. ນອກຈາກການກໍ່ສ້າງນັກຮຽນເກັ່ງແລ້ວ ຍັງໄດ້ເອົາໃສ່ແກ້ໄຂນັກຮຽນ
ອ່ອນຕື່ມອີກ. ພ້ອມນິີ້ຍັງເຄື່ອນໄຫວວຽກງານນອກຫຼັກສູດຢ່າງເປັນປົກກະຕິເປັນຕົ້ນ ເອົາໃຈໃສ່ອອກແຮງງານ-ອະນາ ໄມອາຄານສະຖານທີ່, ຫ້ອງຮຽນໃຫ້ມີຄວາມສະອາດຈົບງາມ, ຈັດການແຂ່ງຂັນກິລາສິລະປະ-ວັນນະຄະດີປະຈໍາປີຂອງໂຮງຮຽນ ແລະ ກິດຈະກໍາອື່ນໆດ້ວຍບັນຍາກາດຟົດຟື້ນຕື່ມອີກ.
    ໂອກາດນີ້, ທ່ານ ວຽງສະຫວັດ ສີພັນດອນ ໄດ້ໃຫ້ກຽດກ່າວມອບອຸປະກອນ ແລະ ໂອ້ລົມຕໍ່ຄູ-ອາຈານ, ອຸປະກອນທີ່ນໍາມາມອບໃນຄັ້ງນີ້ປະກອບມີເຄື່ອງຮັບໃຊ້ການຮຽນ-ການສອນ, ເຄືື່ອງໃຊ້ຫ້ອງການ, ເຄື່ອງໄຊສວນຄົວ ລວມມູນຄ່າ 35.000.000 ກີບ ແລະ ກ່າວຮັບໂດຍທ່ານ ພອນໄຊ ແຫຼ້ດົງແສງ. 
ຂ່າວ-ພາບ:  ສົມພອນ ຂຸນດາວົງ