ພິທີປະກາດໂຮງຮຽນອະນຸບານ, ປະຖົມ ແລະ ມັດທະຍົມຕົ້ນ ພົມສຸວັນ ແລະ ໂຮງ ຮຽນມັດຖະຍົມສົມບູນລາວ-ເກົາຫຼີ ເປັນໂຮງຮຽນປອດສິ່ງເສບຕິດ, ພ້ອມທັງເປີດປ້າຍປອດສິ່ງເສບຕິດ ຈັດຂຶ້ນໃນວັນທີ 26 ຕຸລາ ນີ້ ຢູ່ໂຮງຮຽນອະນຸບານ ແລະ ປະຖົມສົມບູນ ພົມສຸວັນ ບ້ານໂນນແກ້ວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ  ສີທົນ ດາວພະສິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ມີຄູ-ອາຈານ, ນັກຮຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ນາລີທອງ ຈັນທະບູລີ ຜູ້ອໍານວຍການໂຮງຮຽນພົມສຸວັນ ໄດ້ໃຫ້ຮູ້ວ່າ: ໂຮງຮຽນພົມສຸວັນ ສ້າງຂຶ້ນເມື່ອປີ 2016 ຕັ້ງຢູ່ບ້ານໂນນແກ້ວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ເປັນໂຮງຮຽນເອກະຊົນ, ມີອາຄານຮຽນ 2 ຫຼັງ, ມີຫ້ອງຮຽນທັງໝົດ 25 ຫ້ອງ. ໃນນັ້ນ, ມີຫ້ອງຮຽນອະນຸບານ 5 ຫ້ອງ, ປະຖົມ 6 ຫ້ອງ ແລະ ມັດທະຍົມ 2 ຫ້ອງ, ມີພະນັກງານຄູ-ອາຈານ ທັງໝົດ 21 ທ່ານຍິງ 18 ທ່ານ, ມີນັກຮຽນທັງໝົດ 270         ຄົນຍິງ 133ຄົນ, ນັກຮຽນຊັ້ນອະນຸບານ 145ຄົນ, ຍິງ 79ຄົນ, ຊັ້ນປະຖົມມີທັງໝົດ 109ຄົນຍິງ 50 ຄົນ ແລະ ຊັ້ນມັດທະຍົມ 16ຄົນຍິງ 4ຄົນ. ສໍາລັບການເຄື່ອນໄຫວກິດຈະກໍາຕ່າງໆໃນໂຮງຮຽນ ແລະ ນອກໂຮງຮຽນ ແມ່ນໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ແລະ ເຄື່ອນໄຫວກິດຈະກຳ ສະກັດກັ້ນ ແລະ ຕ້ານຢາເສບຕິດ, ແຕ່ງຕັ້ງ ຄູ-ອາຈານ ແລະ ນັກຮຽນຈໍານວນໜຶ່ງ ຮັບຜິດຊອບ ເພື່ອເຄື່ອນໄຫວຕິດຕາມລາຍງານຢ່າງເປັນປະຈຳ ໂດຍການຊີ້ນຳ-ນຳພາຂອງຜູ້ອຳນວຍການໂຮງຮຽນໂດຍກົງ. ຖ້າມີສະພາບການເກີດຂຶ້ນ ຫຼືສົງໄສ ຕ້ອງໄດ້ກວດປັດສະວະ, ຖ້ານັກຮຽນມີການພົວພັນກັບສິ່ງເສບຕິດ ພວກເຮົາໄດ້ກວດດ້ວຍເຄື່ອງວິທະຍາສາດ.
ທ່ານ ນາງ ນາລີທອງ ຈັນທະບູລີ ຍັງໃຫ້ຮູ້ວ່າ: ການເຄື່ອນໄຫວນອກໂຮງຮຽນ ພວກເຮົາໄດ້ລາຍງານໃຫ້ອໍານາດການປົກຄອງບ້ານທີ່ຂຶ້ນກັບ ຫຼື ປກສ ເຂດ ຊຶ່ງຜ່ານມາແມ່ນບໍ່ມີບັນຫາດັ່ງກ່າວ, ໂຮງຮຽນມີຄວາມສະຫງົບດີ, ພະນັກງານ-ຄູອາຈານ ແລະ ນັກຮຽນທຸກຄົນພາຍໃນໂຮງຮຽນ ບໍ່ຫຍຸ້ງກ່ຽວກັບຢາເສບຕິດທຸກປະເພດ ໂດຍປະຕິບັດ 10 ບໍ່ ຄື: ບໍ່ເສບ, ບໍ່ຊື້, ບໍ່ຂາຍ, ບໍ່ສົ່ງຕໍ່, ບໍ່ຈໍາໜ່າຍ, ບໍ່ທົດລອງ, ບໍ່ຊຸກເຊື່ອງ, ບໍ່ຜະລິດ, ບໍ່ໃຫ້ການຮ່ວມມື ແລະ ບໍ່ເປັນບ່ອນແວ່ພັກເຊົາຂອງຢາເສບຕິດ. ພ້ອມນີ້, ຍັງໄດ້ເຜີຍແຜ່ຜົນຮ້າຍຂອງຢາເສບຕິດຢູ່ຕໍ່ໜ້າຫຼັກທຸງ ພາຍໃນໂຮງຮຽນ ໂດຍຖືເອົາເນື້ອໃນຂອງປຶ້ມຕຳລາຮຽນ ຄູ່ມືການນໍາໃຊ້ ການເຜີຍແຜ່ຕ້ານຢາສູບ-ຢາເສບຕິດ ຂອງກະຊວງສຶກສາທິການ ແລະ ກິລາວາງອອກ ແລະ  ຄຳສັ່ງ, ຂໍ້ຕົກລົງຕ່າງໆຂອງຂັ້ນເທິງ ໃຫ້ຄູ-ອາຈານ ແລະ ນັກຮຽນ ຮັບຮູ້ ແລະ ພ້ອມກັນປະຕິບັດໃຫ້ໄດ້ຮັບຜົນດີເປັນກ້າວໆ.
  ທົ່ວເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ມີໂຮງຮຽນພາກລັດ ແລະ ໂຮງຮຽນເອກະຊົນທັງໝົດ 105 ແຫ່ງ, ປັດຈຸບັນ ໄດ້ປະກາດເປັນໂຮງຮຽນປອດສິ່ງເສບຕິດແລ້ວ 95 ແຫ່ງ.
ຂ່າວ: ວີລະວັນພາບ: ເກດສະໜາ