ພິທີປະກາດໂຮງຮຽນປອດສິ່ງເສບຕິດ ຂອງເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ 10 ແຫ່ງ, ມີ ໂຮງຮຽນລັດ 7 ແຫ່ງ ແລະ ເອກະຊົນ 3 ແຫ່ງ ຊຶ່ງປະກອບມີຄື: ໂຮງຮຽນປະຖົມຈຳປາ, ຫຼັກຫີນ,ດົງນາທອງ, ອ່າງໃຫຍ່, ທົ່ງປົ່ງ, ໂນນສະຫວ່າງ, ປະຖົມມັດທະຍົມຫ້ວຍຫ້ອມ, ໂຮງຮຽນລ້ານຊ້າງ, ໂຮງຮຽນເອກະລັກ ແລະ ໂຮງຮຽນເກຣນກຣໍລີ. ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 28 ທັນວານີ້ ທີ່ໂຮງຮຽນລ້ານຊ້າງ ໂດຍການເຂົ້າຮ່ວມມອບປ້າຍຂອງ ທ່ານ ສີທົນ ດາວພະສິດ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານ ແສງເພັດ ສຸດທະຈິດ ຮອງຫົວໜ້າສຶກສາທິການ ແລະ ກິລາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ມີບັນດາພະນັກງານ ຄູ-ອາຈານ, ນັກຮຽນ ແລະ ນາຍບ້ານ ເຂົ້າຮ່ວມ.
ທ່ານ ນາງ ໄກສອນ ອິນທະວົງ ຫົວໜ້າອຳນວຍການໂຮງຮຽນປະຖົມສຶກສາສົມບູນລ້ານຊ້າງ ໄດ້ລາຍງານໃຫ້ຮູ້ວ່າ: ໂຮງຮຽນປະຖົມສົມບູນ ລ້ານຊ້າງ ໄດ້ສ້າງຂຶ້ນໃນປີ 2016 ຕັ້ງຢູ່ບ້ານໜອງແຕ່ງ
ເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຊຶ່ງເປັນໂຮງຮຽນເອກະຊົນ ມີອາຄານຮຽນທັງໝົດ 2 ຫຼັງ, ມີຫ້ອງຮຽນທັງໝົດ 24 ຫ້ອງ ໃນນັ້ນມີຫ້ອງຮຽນອະນຸບານ 12 ຫ້ອງ, ປະຖົມ 7 ຫ້ອງ, ມີພະນັກງານຄູ-ອາຈານ ພາຍໃນໂຮງຮຽນ ທັງໝົດ 35 ທ່ານ ຍິງ 33 ທ່ານ, ມີນັກຮຽນທັງໝົດ 549 ຄົນ ຍິງ 284 ຄົນ, ນັກຮຽນຊັ້ນອະນຸບານທັງໝົດ 345 ຄົນ ຍິງ 182 ຄົນ ຊັ້ນປະຖົມມີທັງໝົດ 204 ຄົນ ຍິງ 101 ຄົນ. ສໍາລັບການເຄື່ອນໄຫວກິດຈະກໍາຕ່າງໆໃນໂຮງຮຽນ ແລະ ນອກໂຮງຮຽນ ແມ່ນໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ແລະ ເຄື່ອນໄຫວກິດຈະກຳ ສະກັດກັ້ນ ແລະ ຕ້ານຢາເສບຕິດ, ແຕ່ງຕັ້ງ ຄູ-ອາຈານ ແລະ ນັກຮຽນຈໍານວນໜຶ່ງຮັບຜິດຊອບ ເພື່ອເຄື່ອນໄຫວຕິດຕາມລາຍງານຢ່າງເປັນປະຈຳ ໂດຍການຊີ້ນຳ-ນຳພາຂອງຜູ້ອຳນວຍການໂຮງຮຽນໂດຍກົງ. ຖ້າມີສະພາບການເກີດຂຶ້ນ ຫຼື ສົງໄສ ຕ້ອງໄດ້ກວດປັດສະວະ, ຖ້ານັກຮຽນມີການພົວພັນກັບສິ່ງເສບຕິດ ພວກເຮົາໄດ້ກວດດ້ວຍເຄື່ອງວິທະຍາສາດ.
ທ່ານ ນາງ ໄກສອນ ອິນທະວົງ ໃຫ້ຮູ້ຕື່ມວ່າ: ການເຄື່ອນໄຫວນອກໂຮງຮຽນ ພວກເຮົາໄດ້ລາຍງານໃຫ້ອໍານາດການປົກຄອງບ້ານທີ່ຂຶ້ນກັບ ຫຼື ປກສ ເຂດ ເປັນປະຈຳ ຊຶ່ງຜ່ານມາແມ່ນບໍ່ມີບັນຫາທີ່ກ່ຽວພັນກັບສິງເສບຕິດ, ໂຮງຮຽນມີຄວາມສະຫງົບດີ, ພະນັກງານ-ຄູອາຈານ ແລະ ນັກຮຽນທຸກຄົນພາຍໃນໂຮງຮຽນບໍ່ຫຍຸ້ງກ່ຽວກັບຢາເສບຕິດທຸກປະເພດ ໂດຍປະຕິບັດ ບໍ່ເສບ, ບໍ່ຊື້, ບໍ່ຂາຍ, ບໍ່ສົ່ງຕໍ່, ບໍ່ຈໍາໜ່າຍ, ບໍ່ທົດລອງ, ບໍ່ຊຸກເຊື່ອງ, ບໍ່ຜະລິດ, ບໍ່ໃຫ້ການຮ່ວມມື ແລະ ບໍ່ເປັນບ່ອນແວ່ພັກເຊົາຂອງຢາເສບຕິດ. ພ້ອມນີ້, ຍັງໄດ້ເຜີຍແຜ່ຜົນຮ້າຍຂອງຢາເສບຕິດຢູ່ຕໍ່ໜ້າຫຼັກທຸງຂອງໂຮງຮຽນ ໂດຍຖືເອົາເນື້ອໃນຂອງປຶ້ມຕຳລາຮຽນຄູ່ມືການນໍາໃຊ້ ການເຜີຍແຜ່ຕ້ານຢາສູບ-ຢາເສບຕິດ ຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ ແລະ ຄຳສັ່ງ, ຂໍ້ຕົກລົງຕ່າງໆຂອງຂັ້ນເທິງ ໃຫ້ຄູ-ອາຈານ ແລະ ນັກຮຽນ ຮັບຮູ້ ແລະ ພ້ອມກັນປະຕິບັດໃຫ້ໄດ້ຮັບຜົນດີເປັນກ້າວໆ.
ທົ່ວເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ມີໂຮງຮຽນພາກລັດ ແລະ ໂຮງຮຽນເອກະຊົນທັງໝົດ 105 ແຫ່ງ ແລະ ປັດຈຸບັນ ໄດ້ປະກາດເປັນໂຮງຮຽນປອດສິ່ງເສບຕິດແລ້ວ 73 ແຫ່ງ.
ຂ່າວ: ບຸນຕອມ, ພາບ: ບຸນອູ້ມ