ທ່ານ ກິ່ງ ບຸນ​ຕາ​ທິດ ຜູ້​ອຳ​ນວຍ​ການ​ໂຮງ​ຮຽນ​ປະ​ຖົມ​ສົມ​ບູນ​ບ້ານ​ແສນ​ດິນ ເມືອງ​ນາ​ຊາຍ​ທອງ​ນະ​ຄ​ອນຫຼວງວຽງ​ຈັນ ໄດ້​​ໃຫ້​ຮູ້ວ່າ: ​ໃນການ​ເປີດ​ສົກ​ຮຽນໃໝ່​ 2022-2023 ນີ້ ທາງ​ອຳ​ນາດ​ການ​ປົກ​ຄອງ​ບ້ານ​ໄດ້​ສົມ​ທົບ​ກັນ​ອະ​ນາ​ໄມ​ເດີນ​ໂຮງ​ຮຽນ​ກ່ອນ​ຈະ​​ກະ​ກຽມ​ການເປີດ​ສົກຮຽນ ແລະ ໄດ້​ເປີດ​ຮັບ​ສະໝັກນັກ​ຮຽນ​ແຕ່​ວັນ​ທີ 29 ສິງ​ຫາ ເຫັນ​ວ່າ​ຜູ້​ປົກ​ຄອງ​ນັກ​ຮຽນ​ແມ່ນ​ໄດ້​ເອົາ​ໃຈ​ໃສ່​ ນຳ​ພາ​ລູກ​ຫຼານມາ​ສະ​ເໜີ​​ຕົວຕາມ​ການ​ແຈ້ງ​ການ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ບ້ານ ທີ່​ໄດ້​ປະ​ກາດ​ທາງ​ໂທ​ລະ​ໂຄ່ງ ແລະ ​ມີ​ນັກ​ຮຽນ​ມາ​ສະ​ເໜີ​ຊື່​ທັງ​ໝົດ 108 ຄົນ ຍິງ 54 ຄົນ ແລະ ໃນ​ວັນ​ທີ 1 ກັນ​ຍານີ້ ແມ່ນ​​ໄດ້ເປີດຮຽນ​ເປັນ​ປົກ​ກະ​ຕິ ສອນ​ແຕ່ ປ.1 ຮອດ ປ.5.
ສ່ວນ​ຄວາມ​ຫຍຸ້ງ​ຍາກ​​ຂອງ​​ໂຮງ​ຮຽນແມ່ນ​ມີ​ຄູ​ພຽງ​ແຕ່ 5 ຄົນ ເພາະສົກ​ປີ 2022-2023 ຄູ​ໄດ້​ເຂົ້າ​ຮັບ​ອຸດ​ໜູນ​ບຳ​ນານ 2 ຄົນ ສະ​ນັ້ນ ​ເຮົາ​ຈຶ່ງ​ບໍ່​ສາ​ມາດເປີດຫ້ອງ​ກຽມ​ປະ​ຖົມ​ໄດ້ ​ເນື່ອງ​ຈາກວ່າ​ຂາດ​ຄູ​ສ​ອນ ຈະ​ໄດ້​ຮຽນ​ແຕ່ ​ປ.1 ຮອດ ປ.5 ສ່ວນ​ຫ້ອງ​ກຽມ​ປະ​ຖົມ​ແມ່ນ​ຈະ​ໄດ້​ຢຸດຊົ່ວ​ຄາວ, ​ອຸ​ປະ​ກອນ​ການ​ຮຽນ​ນັບ​ແຕ່​ ປ.1 ຮອດ ປ.4 ແມ່ນ​ພຽງ​ພໍ ສ່ວນ​ ປ.5 ແມ່ນ​ໄດ້​ຮຽນ​ຕຳ​ລາ​ເກົ່າ​ຢູ່​ ບໍ່​ມີ​ຕຳ​ລາ​ໃໝ່ ໃຫ້​ນັກ​ຮຽນ ແລະ ຢາກ​ສະ​ເໜີ​ໃຫ້​ທາງ​ຂັ້ນ​ເທິງສະ​ໜອງ​ຕຳ​ລາ​ຮຽນ​ໃຫ້ ແລະ ​ຂໍ​ຄູ​ມາ​ເພີ່ມ ເພື່ອ​ຈະ​ໄດ້​ເປີດ​ຫ້ອງ​​ຮຽນກຽມ​ປະ​ຖົມ.
ຂ່າວ-ພາບ: ບຸນ​ຕອມ.