ເມື່ອບໍ່ດົນມານີ້,ທີ່ຫ້ອງການສຶກສາທິການ ແລະ ກິລາເມືອງເງິນ ແຂວງໄຊຍະບູລີ ໄດ້ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃນໄລຍະໃໝ່ໂດຍການເປັນປະທານຂອງທ່ານ ບຸນເລື່ອນ ບົວໄລ ຮອງເຈົ້າເມືອງ ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ທ່ານ ໄວພົດ ບັນຍາສອນ ວ່າການຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດທະນາ ໂດຍຍົກໃຫ້ເຫັນຜົນງານການຈັດຕັ້ງປະຕິບັດ ວຽກງານຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕະຫຼອດໄລຍະຜ່ານມາ, ຄະນະພັກ, ຄະນະອໍານວຍການໂຮງຮຽນໄດ້ຖືເອົາຂໍ້ແຂ່ງຂັນຂອງແຕ່ລະພາກສ່ວນເປັນໄມ້ຫຼາວັດແທກ ການຈັດຕັ້ງປະຕິບັດໜ້າທີ່ວຽກງານ ແລະ ເປັນບ່ອນອີງໃນການສໍາຫຼວດກວດກາ ການນໍາພາ-ຊີ້ນໍາຂອງຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນກໍຄື:ຂົງເຂດສຶກສາປະກອບມີ 13 ໜ່ວຍພັກ, 1 ຫ້ອງການ, 7 ໜ່ວຍງານ, ມີພະນັກງານ-ລັດຖະກອນທັງໜົດ 275 ຄົນ ຍິງ 137 ຄົນ, ໃນນີ້ເປັນພະນັກງານບໍລິຫານ 37 ຄົນ ຍິງ 11 ຄົນ, ມີຄູອາສາສະໝັກ 14 ຄົນ ຍິງ 8 ຄົນ, ມີໂຮງຮຽນ 28 ແຫ່ງ, ມັດທະຍົມ 6 ແຫ່ງ, ອະນຸບານ 4 ແຫ່ງ. ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງ ມີຜູ້ທີ່ໄດ້ຮັບຫຼຽນໄຊແຮງງານ, ໃບຍ້ອງຍໍຂັ້ນລັດຖະບານ,ຂັ້ນແຂວງ-ຂັ້ນເມືອງຈໍານວນໜຶ່ງ.
ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອຊຸກຍູ້ໃຫ້ຄູ-ອາຈານ ແລະ ຜູ້ບໍລິຫານການສຶກສາໄດ້ຈັດຕັ້ງປະຕິບັດຂະບວນການແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດທະນາຢ່າງເປັນຂະບວນຟົດຟື້ນຕໍ່ເນື່ອງ ຊອກໃຫ້ເຫັນບຸກຄົນທີ່ດີເດັ່ນໃນການປະຕິບັດໜ້າທີ່ວຽກງານໃນແຕ່ລະໄລຍະ ທັງຮັບປະກັນໄດ້ຕາມ 4 ຄາດໜາຍລວມຄື: ໃຫ້ໄວ, ໃຫ້ດີ, ໃຫ້ຫຼາຍ ແລະ ຖືກກົດໝາຍ ພາຍໃຕ້ຄໍາຂັວນ(ຮັກຊາດ ແລະ ພັດທະນາ).ໃນພິທີໄດ້ພ້ອມກັນຈັບມືແຂ່ງຂັນກັນຈັດຕັ້ງປະຕິບັດຂໍ້ແຂ່ງຂັນ.
ຂ່າວ-ພາບ: ສຸລີຍາ ແສງເດືອນ