ໃນວັນທີ 3 ມັງກອນ 2024  ຢູ່ທີ່ພະແນກ ສຶກສາທິການ ແລະກິລາແຂວງສາລະວັນ ໄດ້ຈັດກອງປະຊຸມປະເມີນເປັນກົມກອງຕົວແບບທາງດ້ານວັດທະນະທຳ, ໂດຍການເປັນປະທານ ຂອງ ທ່ານ ສຸນີ ນາມມະບົວລີ ຮອງຫົວໜ້າພະແນກສຶກສາທິການ ແລະກິລາແຂວງ, ມີຄະນະກໍາມະການສ້າງຄົນ, ຄອບຄົວ, ບ້ານ ແລະຕົວແບບສຳນັກງານ-ກົມກອງວັດທະນະທໍາຂັ້ນແຂວງ, ຫົວໜ້າ-ຮອງຂະແໜງເຂົ້າຮ່ວມ.    
ທ່ານ ສັນຕິ ໄຊໂຍທາ ຫົວໜ້າຂະແໜງຈັດຕັ້ງ ແລະພະນັກງານ ໄດ້ຜ່ານແຜນດຳເນີນງານການຈັດຕັ້ງປະຕິບັດມາດຖານ ແລະກິດຈະກຳກົມກອງວັດທະນະທຳ ພະແນກສຶກສາທິການ ແລະກິລາແຂວງ ທີ່ໄດ້ເຄື່ອນໄຫວຈັດຕັ້ງປະຕິບັດຄົບຕາມມາດຖານ, ເງື່ອນໄຂ ແລະກິດຈະກຳກົມກອງ ຊຶ່ງໄດ້ປະຕິບັດຕາມ 6 ກິດຈະກຳມາດຖານ ແມ່ນສາມາດປະຕິບັດໄດ້ຕາມເນື້ອໃນມາດຖານເງື່ອນໄຂໃນການສ້າງສຳນັກງານຕົວແບບທາງດ້ານວັດທະນະທຳ ເປັນຕົ້ນ: ພະນັກງານປະຕິບັດໂມງເວລາທາງການປົກກະຕິ,ເອົາໃຈໃສ່ເຄື່ອນໄຫວກິດຈະກຳດ້ານວັດທະນະທຳ, ຮັກສາໄດ້ຄວາມສາມັກຄີ, ຊ່ວຍເຫຼື່ອເຊິ່ງກັນ ແລະກັນດ້ວຍຄວາມຈິງໃຈ, ປະຕິບັດນະໂຍບາຍ ຖືກຕ້ອງສອດຄ່ອງ, ເຄື່ອນໄຫວວຽກງານວິຊາສະເພາະໃຫ້ມີຄຸນນະພາບ ແລະມີຄວາມສະຫງົບປອດໄພ, ຄວາມສະອາດຈົບງາມ, ຕ້ານແນວເກື້ອກູນຄອງເດີມ. ທັງນີ້ກໍ່ເພື່ອປະຕິບັດມະຕິກອງປະຊຸມໃຫ່ຍທີ IX ຂອງແຂວງສາລະວັນ, ມະຕິ III ຂອງຄະນະພັກຖານພະແນກສຶກ ສາທິການ ແລະ ກິລາ, ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX ປີ 2021-2025, ເພື່ອເຊີດຊູນໍ້າໃຈ, ສ້າງສະຕິເຄົາລົບ ແລະປະຕິບັດລະບຽບກົດໝາຍໃຫ້ເປັນປົກະຕິຕໍ່ເນື່ອງ,ເພື່ອຍົກສູງຄຸນະພາບຂອງວຽກງານແຕ່ລະຂະ
ແໜງ ແລະຂອງອົງການຈັດຕັ້ງມະຫາຊົນໄດ້ເຄື່ອນໄຫວຕາມພາລະບົດບາດ ແລະໜ້າທີ່ຕົນສຳເລັດຕາມການຊີ້ນໍາ ແລະມອບໝາຍຂອງຂັ້ນເທິງ. ພະແນກສຶກສາທິການ ແລະກິລາແຂວງ ມີຄະນະພັກຮາກຖານ 5 ສະຫາຍ, ຍິງ 1 ສະຫາຍ. ມີສະມາຊິກພັກທັງໝົດ 97 ສະຫາຍ, ຍິງ 32 ສະຫາຍ. ຮາກຖານພັກມີ 9 ໜ່ວຍພັກຂຶ້ນກັບຄື: ໜ່ວຍພັກຂະ
ແໜງບໍລິຫານ, ສະຖິຕິແຜນການ, ການສຶກສານອກໂຮງຮຽນ,ສາມັນສຶກສາ, ກິລາກາຍະກຳ ສິລະປະສຶກສາ, ໄອຊີທີ, ໂຮງຮຽນເຕັກນິກວິຊາຊີບແບບປະສົມ, ໂຮງຮຽນ ມສ ຊົນເຜົ່າ ແລະ ສູນການສຶກສານອກໂຮງຮຽນ. ອົງການຈັດຕັ້ງມະຫາຊົນ; ມີຄະນະສະຫະພັນກຳມະບານພະແນກ 5 ສະຫາຍ, ຍິງ 1 ສະຫາຍ, ຮາກຖານກຳມະບານຂຶ້ນກັບ 7 ໜ່ວຍ, ມີສະມາຊິກແມ່ຍິງ 31 ສະຫາຍ, ສະມາຊິກຊາວໜຸ່ມ 30 ສະຫາຍ, ຍິງ 17 ສະຫາຍ. 
ພ້ອມນັ້ນຄະນະກຳມະການສ້າງສຳນັກງານຕົວແບບດ້ານວັດທະນະທຳຂັ້ນແຂວງກໍ່ໄດ້ ຕິດຕາມກວດກາປະເມີນຄືນພາຍໃນສຳນັກງານພະແນກສຶກສາທິການ ແລະກິລາແຂວງ ເພື່ອກວດກາຄວາມເປັນລະບຽບຮຽບຮ້ອຍໃຫ້ຖືກຕ້ອງຕາມມາດຖານເງື່ອນໄຂຂອງການສ້າງຕົວແບບທາງດ້ານວັດທະນະທໍາຕື່ມອີກ.ພາບ-ຂ່າວ: ລັດຕະນາ ແສງສຸວັນ