ໃນວັນທີ 3 ມັງກອນ 2024 ,ທີ່ແຂວງ ຫຼວງນໍ້າທາ ໄດ້ຈັດພິທີມອບ-ຮັບເງິນຊ່ວຍເຫຼືອປະກອບສ່ວນ ເພື່ອສ້າງຕັ້ງໂຮງຮຽນປະຖົມ ບ້ານຫົວນາ ເມືອງຫຼວງນໍ້າທາໂດຍການເປັນປະທານຂອງທ່ານ ຫຼ້າປະເສີດ ສີປະເສີດ ກຳມະການປະຈຳພັກແຂວງ ເລຂາພັກເມືອງ ເຈົ້າເມືອງຫຼວງນ້ຳທາ ,ມີທ່ານ ທອງພິດ ແກ້ວປະເສີດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ພັນໃຈ ຫົງພະຈັນ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີທ່ານ ສິດທິກອນ ພິມມະສອນ ຫົວໜ້າພະແນກບໍລິຫານ ບໍລິສັດ ນໍ້າດີພັດທະນາ ຈໍາກັດຜູ້ດຽວ, ມີຄູ-ອາຈານ,ການຈັດຕັ້ງບ້ານຫົວນາ, ບ້ານນ້ຳດີ ພ້ອມດ້ວຍປະຊາຊົນ ເຂົ້າຮ່ວມ.
ໃນພິທີທ່ານ ທອງແກ້ວ ແກ້ວທູນພອນ ເລຂາພັກບ້ານ ນາຍບ້ານຫົວນາໄດ້ຂຶ້ນຜ່ານບົດລາຍງານຫຍໍ້ຂອງການກໍ່ສ້າງໂຮງຮຽນ,ຊຶ່ງເປັນອາຄານຊັ້ນດຽວ ມີ 6 ຫ້ອງໃນນັ້ນມີ 5 ຫ້ອງຮຽນ ແລະ 1 ຫ້ອງການ, ມີຂະໜາດ ກວ້າງ8ແມັດ50ຍາວ36 ແມັດ ໄດ້ເລີ່ມການກໍ່ສ້າງມາແຕ່ວັນທີ 10 ມີຖຸນາ2023 ໂດຍການປະກອບສ່ວນຂອງຊາວບ້ານຫົວນາ ຄອບຄົວລະ 300.000 ກີບ,ບ້ານນ້ຳດີປະກອບສ່ວນໄມ້ ແລະ ໄດ້ແຜ່ປັດໄຈນຳບໍລິສັດຫ້າງຮ້ານໄດ້ຈຳນວນ 10 ກວ່າລ້ານກີບ ,ປັດຈຸບັນການກໍ່ສ້າງ ສຳເລັດໄປແລ້ວ 60 ສ່ວນຮ້ອຍ ໄດ້ໃຊ້ທຶນໃນກໍ່ສ້າງໄປແລ້ວ80 ກວ່າລ້ານກີບ.ການປະກອບສ່ວນມີທ່ານ ທອງພິດ ແກ້ວປະເສີດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ມອບເງິນຈຳນວນ 5 ລ້ານກີບ, ທ່ານ ພັນໃຈ ຫົງພະຈັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ມອບເງິນຈຳນວນ 10 ລ້ານກີບ ແລະ ທ່ານ ສິດທິກອນ ພິມມະສອນ ຫົວໜ້າພະແນກບໍລິຫານ ບໍລິສັດນໍ້າດີພັດທະນາ ຈໍາກັດຜູ້ດຽວມອບເງິນຈຳນວນ 8 ລ້ານກີບ. ການມອບໃນຄັ້ງນີ້ ລວມເປັນເງິນທັງໝົດ 23 ລ້ານກີບ, ໃຫ້ກຽດຮັບໂດຍ ທ່ານ ທອງແກ້ວ ແກ້ວທູນພອນ ເລຂາພັກບ້ານ ນາຍບ້ານໆຫົວນາ.
ທ່ານ ຫຼ້າປະເສີດ ສີປະເສີດໄດ້ມີຄໍາຄິດເຫັນໂອ້ລົມ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ, ຜົນສໍາເລັດ ທີ່ທາງບ້ານໄດ້ມີການປຸກລະດົມຊ່ວຍເຫຼືອເຊິ່ງກັນແລະກັນໃນໄລຍະຜ່ານມາແລະໄດ້ຮຽກຮ້ອງຄະນະບ້ານ  ປະຊາຊົນພາຍໃນບ້ານຈົ່ງນຳເອົາທຶນຮອນທີ່ໄດ້ມອບຮັບໃນຄັ້ງນີ້ໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມເປົ້າໜາຍ ພ້ອມທັງສືບຕໍ່ຂະຫຍາຍການສຶກສາໃຫ້ກ້ວາງຂວາງ, ພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມຮູ້ຄວາມສາມາດສູງຂຶ້ນເພື່ອໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.ຂ່າວ:ພັນທະມິດ