ໂດຍ: ບຸນອູ້ມ
ທ່ານ ພອນປະເສີດ ເສດຖາທິລາດ ຜູ້ອໍານວຍການໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ຫວຽດນາມ (ມ.ສ ມິດຕະພາບລາວ - ຫວຽດນາມ) ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ວ່າ: ສໍາລັບສົກຮຽນປີຜ່ານມາເນື່ອງຈາກວ່າມີການລະບາດຂອງພະຍາດໂຄວິດ-19 ທາງໂຮງຮຽນແມ່ນໄດ້ແຈ້ງການເຖິງຜູ້ປົກຄອງນັກຮຽນໃຫ້ພາລູກຫຼານໄປສັກຢາປ້ອງກັນພະຍາດໂຄວິດ-19 ໃຫ້ຄົບໂດສ ແລະ ພ້ອມທັງກະກຽມອຸປະກອນເຊັ່ນ: ເຄື່ອງວັດແທກອຸນຫະພູມ, ເຈວລ້າງມື, ເຫຼົ້າ 90 ແລະ ຜ້າອັດປາກ-ດັງ ໃຫ້ນັກຮຽນ ແລະ ຄູ-ອາຈານ. ກະກຽມລົງທະບຽນເບີໂທຜູ້ປົກຄອງ, ເບີໂທຂອງນັກຮຽນທີ່ສາມາດຫຼິ້ນອິນເຕີເນັດໄດ້ ເພື່ອດໍາເນີນການຮຽນ, ສອນແບບອອນລາຍ ແລະ ແບບເຊິ່ງໜ້າ ໂດຍສະຫຼັບກັນຮຽນ, ການຈັດຕັ້ງປະຕິບັດການຮຽນ-ການສອນໃນໄລຍະມີການລະບາດຂອງພະຍາດໂຄວິດ-19 ໄດ້ດີສົມຄວນ ເຫັນໄດ້ຜົນການຮຽນຂອງນັກຮຽນມີລັກສະນະດີ ຜົນສອບເສັງ ມ.4 ແລະ ມ.7 ບັນລຸເຖິງ 100% ແລະ ໂຕເລກນັກຮຽນໄດ້ຄະແນນຮອບດ້ານຄະແນນ 7 ທຸກວິຊາຂຶ້ນໄປກໍບັນລຸ 70 ກວ່າ% ຖືວ່າບັນລຸຜົນສຳເລັດ
ຖ້າທຽບໃສ່ໂຮງຮຽນອື່ນການ ມ.ສ ມິດຕະພາບລາວ - ຫວຽດນາມ ແມ່ນມີຄວາມສະດວກເພາະສະມາຄົມພໍ່ແມ່ນັກຮຽນພ້ອມທັງປະທານສະມາຄົມດັ່ງກ່າວ ແມ່ນໄດ້ເອົາໃຈໃສ່ຕິດຕາມນຳກັບໂຮງຮຽນໃນຍາມພົບຄວາມຫຍຸ້ງຍາກເປັນການພັກຍາວໃນໄລຍະມີການລະບາດຂອງພະຍາດໂຄວິດ-19 ທາງໂຮງຮຽນກໍຄືຄູ-ອາຈານ ກໍໄດ້ເປີດການຮຽນ-ການສອນແບບອອນລາຍ ທາງສະມາຄົມກໍໄດ້ປະກອບເຄື່ອງຮັບໃຊ້ໃຫ້ເປັນຕົ້ນເຄື່ອງຮັບໃຊ້ເອເລັກໂຕຣນິກເຊັ່ນ: ອິນເຕີເນັດ, ໂນດບຸກ ເພື່ອໃຫ້ວິຊາການພວກເຮົາໄດ້ສົ່ງບົດສອບເສັງ ແລະ ບົດກວດກາໃຫ້ນັກຮຽນ, ໃຫ້ມີຄຸນນະພາບນັ້ນ ຄູ-ອາຈານ ກໍໄດ້ກະກຽມບົດສອນແບບອອນລາຍ ແລະ ແບບເຊິ່ງໜ້າ ປະສົມປະສານກັນໄປ ແລະ ໄດ້ແບ່ງນັກຮຽນອອກເປັນສອງຫ້ອງເພື່ອບໍ່ໃຫ້ນັກຮຽນແອອັດຫຼາຍ, ການສົ່ງຄວາມຮູ້ລະຫວ່າງຄູ-ອາຈານ ກັບນັກຮຽນມີຄວາມສະດວກຍ້ອນພໍ່ແມ່ຜູ້ປົກຄອງທຸກຄົນໄດ້ໃຫ້ການຮ່ວມມືກັບທາງໂຮງຮຽນ, ໂດຍສະເພາະແມ່ນກັບຄູປະຈໍາວິຊາທຸກວິຊາ,ໃນການຕອບສະໜອງເຄື່ອງມືຮຽນທາງອອນລາຍກໍຄື ໂທລະສັບທີ່ໃຊ້ໃນການຮຽນ. ຖ້າທຽບໃສ່ໂຮງຮຽນອື່ນພວກເຮົາອາດຈະມີຄວາມສະດວກກວ່າ ແລະ ມີຄຸນນະພາບກວ່າ.
ທ່ານຍັງກ່າວຕື່ມອີກວ່າ: ສໍາລັບເງື່ອນໄຂຕໍ່ຜູ້ທີ່ຈະມາເຂົ້າຮຽນຢູ່ໂຮງຮຽນ ມ.ສ ມິດຕະພາບລາວ - ຫວຽດນາມ ສົກຮຽນ 2022-2023 ຕາມທິດຊີ້ນຳຂອງກະຊວງສຶກສາທິການ ແລະ ກິລາ, ກໍຄືພະແນກສຶກສາທິການ ແລະ ກິລາ ນະຄອນຫຼວວຽງຈັນ, ສໍາລັບນັກຮຽນຊັ້ນ ມ.1 ແມ່ນໄດ້ມີການສອບເສັງເພື່ອຄັດເລືອກເອົານັກຮຽນຕາມໂຕເລກທີ່ທາງໂຮງຮຽນສາມາດຮັບຮອງໄດ້, ສ່ວນ ມ.2-ມ.7 ແມ່ນປະຕິບັດ, ຄົ້ນຄວ້າ ເບິ່ງຄຳຮ້ອງຂອງພໍ່ແມ່ນັກຮຽນຜູ້ທີ່ຕ້ອງການເອົາລູກຫຼານເຂົ້າມາຮຽນຢູ່ໂຮງຮຽນດັ່ງກ່າວ ຕ້ອງໄດ້ຂຽນໃບຄໍາຮ້ອງ ກັອບປີປຶ້ມຕິດຕາມການຮຽນ ແລະ ອື່ນໆ ເພື່ອຄົ້ນຄວ້າເອົານັກຮຽນທີ່ຈະມາຮຽນຢູ່ໂຮງຮຽນດັ່ງກ່າວ.
ສໍາລັບທິດທາງໃນຕໍ່ໜ້າແມ່ນສືບຕໍ່ປະຕິບັດໂຄງການຕ່າງໆຂອງໂຮງຮຽນເປັນຕົ້ນ: ຄູ-ອາຈານທຸກຄົນຕ້ອງມີແຜນການສອນ ແລະ ບົດສອນຕາມຫຼັກສູດຂອງກະຊວງສຶກສາວາງອອກ, ນິເທດພາຍໃນ, ຮ່ວມສອນ ແລະ ແລກປ່ຽນບົດຮຽນພາຍນອກ. ສໍາລັບນັກຮຽນປະຕິບັດໂຄງການສົ່ງເສີມການຮຽນການສອນຄື: ຖາມຕອບວິທະຍາສາດ, ທັດສະນະຮຽນຮູ້ນອກໂຮງຮຽນ, ວັນວິທະຍາສາດຂອງໂຮງຮຽນ, ໂຄງ ການຮຽນບໍາລຸງນັກຮຽນຄຸນນະພາບ ແລະ ບໍາລຸງນັກຮຽນກຽມເຂົ້າສອບເສັງນັກຮຽນເກັ່ງຂັ້ນຕ່າງໆ ມ.4 ແລະ ມ.7. ນອກນັ້ນຍັງມີການແຂ່ງຂັນກິລາ ແລະ ສິລະປະພາຍໃນໂຮງຮຽນ.
ສໍາລັບປີສາມັກຄີມິດຕະພາບລາວ-ຫວຽດນາມ ຄື: ວັນສົນທິສັນຍາ ແລະ ການຮ່ວມມືຮອບດ້ານຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ. ທາງໂຮງຮຽນ ມ.ສ ມິດຕະພາບ ລາວ-ຫວຽດນາມ ໄດ້ກະກຽມກິດຈະກໍາທີ່ໄດ້ປະຕິບັດຜ່ານມາ ແລະ ຍັງບໍ່ທັນຈັດຕັ້ງປະຕິບັດ ໃນໄລຍະຜ່ານມາແມ່ນໄດ້ຈັດຕັ້ງແຂ່ງຂັນເຕະບານມິດຕະພາບລະຫວ່າງ ພະແນກສຶກສາ ແລະ ກິລາ ນະ ຄອນຫຼວງວຽງຈັນ ກັບທີມຄູ-ອາຈານ ແລະ ຜູ້ປົກຄອງນັກຮຽນ. ນອກນັ້ນ, ຍັງໄດ້ໄປແລກປ່ຽນບົດຮຽນທາງດ້ານການຮຽນ-ການສອນ ແລະ ແຂ່ງຂັນກິລາ ກັບ ໂຮງຮຽນ ມ.ສ ປ່ອງຄໍາ ທີ່ນະຄອນ-ຫຼວງພະບາງ. ຄູ-ອາຈານໄດ້ໄປທັດສະນະທໍາມະຊາດ ແລະ ວັດທະນະທໍາ ຢູ່ນະຄອນ-ຫຼວງພະບາງ ເຊັ່ນ: ໄດ້ຈັດກິດຈະກໍາແຂ່ງຂັນເປຕັງລະຫວ່າງຜູ້ປົກຄອງ ແລະ ຄູ-ອາຈານ ເພື່ອສະເຫຼີມສະຫຼອງສອງວັນປະຫັວດສາດ ແລະ ສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 77 ປີ. ນອກນີ້ຍັງຈະມີການຕອບຄໍາຖາມວິທະຍາສາດຂອງນັກຮຽນ ແລະ ການນໍາການສຶກສາ ຊຶ່ງຈະໄດ້ຈັດຂຶ້ນໃນວັນທີ 29/9/2022 ທີ່ ໂຮງຮຽນຫວຽນຢູ.