ວິທະຍໄລຄູສະຫວັນນະເຂດ ແຂວງສະຫວັນນະເຂດໄດ້ຈັດກອງປະຊຸມຝຶກອົບຮົມໃຫ້ຜູ້ອຳນວຍການໂຮງຮຽນຊັ້ນປະຖົມສຶກສາໃນບັນດາແຂວງເປົ້າໝາຍ ເພື່ອເສີມສ້າງທັກສະໃຫ້ແກ່ຜູ້ອຳນວຍການໂຮງຮຽນເພື່ອໃຫ້ການຊ່ວຍເຫຼືອດ້ານການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃຫ້ແກ່ຄູໃນໂຮງຮຽນໃນຄວາມພະຍາຍາມເພື່ອຍົກສູງຄຸນະພາບການສິດສອນ ແລະຜົນການຮຽນຂອງນັກຮຽນ, ກົມສ້າງຄູ ໂດຍການສະໜັບສະໜູນຈາກລັດຖະບານອົສຕາລີ ແລະອົງການສາກົນເພື່ອການພັດທະນາສະຫະລັດອາເມລິກາ(ອົງການ USAID) ຜ່ານແຜນງານບີຄວາ ຂຶ້ນໃນວັນທີ 4  ມັງກອນ 2024 ທີ່ວິທະຍາໄລດັ່ງກ່າວ,ໂດຍມີທ່ານ ອຳພອນ ຂາວເພຍສຸພົມ ຮອງຜູ້ອຳນວຍການວິທະຍາໄລຄູສະຫວັນນະເຂດ, ທ່ານ ເຈບ ພິວກຣາມ ຜູ້ຈັດການດ້ານການພັດທະນາຫຼັກສູດຊັ້ນປະຖົມສຶກສາ ແລະພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມແມ່ນແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ອຳນວຍການໂຮງຮຽນໃຫ້ກາຍເປັນຜູ້ນໍາທີ່ມີປະສິດທິພາບ ໃນການສະໜັບສະໜູນການພັດທະນາອາຊີບຄູແບບຕໍ່ເນື່ອງໃຫ້ແກ່ຄູໃນໂຮງຮຽນ, ຊຶ່ງຈະໄດ້ມີການນຳສະເໜີຫົວຂໍ້ຕ່າງໆທີ່ມີຄວາມສຳຄັນເຊັ່ນ:ຄວາມເຂົ້າໃຈກ່ຽວກັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ຫຼັກສູດຊັ້ນປະຖົມສຶກສາ, ພາລະບົດບາດຂອງຜູ້ອຳນວຍການ ແລະຄວາມຮັບຜິດຊອບຂອງຄູທີ່ກ່ຽວຂ້ອງກັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ,ຍຸດທະສາດເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການພັດທະນາວິຊາຊີບຄູແບບຕໍ່ເນື່ອງແລະຍັງໄດ້ເນັ້ນໃສ່ການສ້າງຄວາມເຂົ້າໃຈລະຫວ່າງຜູ້ອຳນວຍ
ການ ແລະຄູສອນ, ຊຸກຍູ້ການເຮັດວຽກເປັນທີມໃຫ້ມີປະສິດທິຜົນ, ນຳໃຊ້ເຕັກນິກການຮຽນຮູ້ດ້ວຍການປະຕິບັດຕົວຈິງ ແລະຄົ້ນຄວ້າຍຸດທະສາດການປະເມີນຜົນ.
ການຝຶກອົບຮົມດັ່ງກ່າວ ເປັນສ່ວນໜຶ່ງຂອງຍຸດທະສາດຂອງແຜນງານບີຄວາ ໄລຍະ 2 ທີ່ກະຊວງສຶກສາທິການ ແລະກິລາແຫ່ງ ສປປ ລາວ (ສສກ) ໄດ້ຮັບຮອງເອົາ, ແນໃສ່ການແບ່ງຂັ້ນຄຸ້ມຄອງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ແລະສະໜອງໂອກາດໃຫ້ແກ່ການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃນຂັ້ນໂຮງຮຽນໃຫ້ຫຼາຍຂຶ້ນ. ໂດຍຜ່ານການສ້າງຕັ້ງທີມງານຜູ້ເຮັດວຽກສຶກສານິເທດພາຍໃນແຕ່ລະເມືອງ ຊຶ່ງທີມງານດັ່ງກ່າວປະກອບມີ:ຜູ້ອໍານວຍການໂຮງຮຽນ ຮອງຜູ້ອໍານວຍການໂຮງຮຽນ ແລະ ຄູ  . ຍຸດທະສາດຂອງແຜນງານບີຄວາ ໄລຍະ 2 ແມ່ນພະຍາຍາມເພື່ອຮັບປະກັນການວາງແຜນ ແລະການຈັດຕັ້ງປະຕິບັດກິດຈະກໍາການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃຫ້ມີປະສິດທິຜົນ.ພາຍຫຼັງສຳເລັດການຝຶກອົບຮົມ, ຜູ້ອໍານວຍການຈະນໍາໃຊ້ຄວາມຮູ້ ແລະທັກສະທີ່ໄດ້ຮຽນຮູ້ໃໝ່ ເພື່ອສ້າງສະພາບແວດລ້ອມທີ່ເໝາະສົມສໍາລັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງຂອງຄູໃນໂຮງຮຽນຂອງເຂົາເຈົ້າ. 
ອີກດ້ານໜຶ່ງກອງປະຊຸມຝຶກອົບຮົມຄັ້ງນີ້ ຖືເປັນຂີດໝາຍອັນສຳຄັນໃນການສ້າງພື້ນຖານການສຶກສາທີ່ເຂັ້ມແຂງສຳລັບຄົນຮຸ້ນໃໝ່ ໂດຍການຝຶກອົບຮົມໃຫ້ແກ່ຜູ້ອຳນວຍການໂຮງຮຽນ ໃຫ້ພັດທະນາຄວາມຮູ້ ແລະ ເພີ່ມທັກສະໃຫ້ແກ່ຄູ. ສສກ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົສຕຣາລີ ແລະ ອົງການ USAID, ໄດ້ສົ່ງເສີມວັດທະນະທໍາການຮຽນຮູ້ຢ່າງຕໍ່ເນື່ອງໃນລະດັບໂຮງຮຽນ ເພື່ອໃຫ້ຄູໄດ້ຮັບໂອກາດປັບປຸງຄຸນນະພາບການສອນທີ່ເທົ່າທຽບກັນ ແລະ ຄຳນຶ່ງເຖິງການສຶກສາຮຽນຮ່ວມໃນດ້ານການຮຽນ-ການສອນ./.(ຂ່າວ:ສະຫວັນນະເຂດ)