ໂຮງຮຽນມັດທະຍົມສຶກສາສົມບູນ ນາປຸ່ງ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດພິທີເປີດ-ປິດ ກິດຈະກຳຂະບວນການແຂ່ງຂັນກິລາ ແລະ ປະກວດສິລະປະ-ວັນນະຄະດີ ປະຈໍາສົກຮຽນ 2023-2024 ໃນວັນທີ 5 ມັງກອນ ຜ່ານມາ ທີ່ເດີ່ນໂຮງຮຽນດັ່ງກ່າວ. ໂດຍການເປັນປະທານຂອງທ່ານ ຂາວພອນ ທຳມະໂນລາ ຜູ້ອໍານວຍການໂຮງຮຽນ ມັດທະຍົມສຶກສາສົມບູນນາປຸ່ງ ພ້ອມດ້ວຍຄະນະ, ຄູ-ອາຈານ,ນັກຮຽນເຂົ້າຮ່ວມ.
    ໃນໂອກາດນີ້,ບັນດາຜູ້ເຂົ້າຮ່ວມກໍໄດ້ຮັບຊົມການແຂ່ງຂັນກິລາບານສົ່ງຍິງ, ການສະແດງສິລະປະ-ວັນນະຄະດີ. ຫຼັງຈາກນັ້ນ ທ່ານ ນາງ ອຸດົມ ສີທາລັດ ຫົວໜ້າຈຸງານກິລາ ມ.ສ ນາປຸ່ງ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາການແຂ່ງຂັນກິລາ ແລະ ສິລະປະ-ວັນນະຄະດີ ປະຈໍາສົກຮຽນ 2023-2024ວ່າ: ເພື່ອເປັນການເສີມສ້າງຫຼັກສູດໃນການຮຽນ - ການສອນ, ໃຫ້ນັກຮຽນໄດ້ມີຄວາມຮູ້ ຄວາມສາມາດ ແລະ ປະສົບການກວ້າງຂວາງຂຶ້ນອີກ ໂດຍສະເພາະນັກຮຽນທີ່ມີຄວາມຮູ້ ຄວາມສາມາດ ຫຼື ນັກກິລາ-ນັກສິລະປະ ທີ່ມີພອນສະຫວັນ ໄດ້ມີໂອກາດພັດທະນາຄວາມສາມາດຂອງຕົນເອງ ເຂົ້າຮ່ວມການແຂ່ງຂັນຢູ່ພາຍໃນໂຮງຮຽນ ກັບໝູ່ເພື່ອນທີ່ມີຄວາມສາມາດເທົ່າທຽມກັນ ຫຼື ໃກ້ຄຽງກັນ ພ້ອມກັນນັ້ນຍັງ ເປັນການປູກຝັງຄຸນລັກສະນະປະຈຳຕົວຂອງການມີນ້ຳໃຈນັກກິລາ, ຄວາມສາມັກຄີ, ມີລະບຽບວິໄນ ແລະ ມີຄວາມຮັບຜິດຊອບອີກຕື່ມ. 
ສໍາລັບການແຂ່ງຂັນກິລາ-ສິລະປະ ແມ່ນໄດ້ເລີ່ມມາຕັ້ງແຕ່ຕົ້ນເດືອນພະຈິກ ຫາ ທ້າຍເດືອນທັນວາ ປີ 2023  ເປັນເວລາ 2 ເດືອນ ຈຶ່ງສໍາເລັດ. ປະກອບມີ 2 ປະເພດກິລາຄື: ກິລາບານສົ່ງ ແລະ ກິລາກະຕໍ້ຫວາຍ. ສໍາລັບກິລາບານສົ່ງ (ຊາຍ) ມີ  8 ທີມ, ບານສົ່ງ (ຍິງ) 8 ທິມ, ກິລາກະຕໍ້ຫວາຍ (ຊາຍ) 13 ທີມ, ສ່ວນສິລະປະ-ວັນນະຄະດີ ປະກອບມີ 2 ປະເພດ ຄື: ປະກວດຮ້ອງເພງ ແລະ ຟ້ອນລຳ. ໃນນັ້ນ ປະກວດຮ້ອງເພງມີ 13ຄົນ ແລະ ບົດຟ້ອນ ມີ 13 ລາຍການ. ຜົນການແຂ່ງຂັນກິລາບານສົ່ງຍິງ ມ.ຕົ້ນ ທີ I   ທີມຫ້ອງ ມ 3/2, ທີ II   ທີມຫ້ອງ ມ 4/1 ແລະ ທີ III   ທີມຫ້ອງ ມ 4/2; ບານສົ່ງຊາຍ ມ.ຕົ້ນ ທີ I   ທີມຫ້ອງ ມ 3/2, ທີ II   ທີມຫ້ອງ ມ 3/1 ແລະ ທີ III   ທີມຫ້ອງ ມ 4/1; ບານສົ່ງ ຍິງ ມ.ປາຍ ທີ I   ທີມຄູ-ອາຈານ, ທີ II   ທີມຫ້ອງ ມ6  ແລະ ທີ III   ທີມຫ້ອງ ມ7; ບານສົ່ງ ຊາຍ ມ.ປາຍ ທີ I   ທີມຄູ-ອາຈານ, ທີ II   ທີມຫ້ອງ ມ 5/1  ແລະ ທີ III   ຫ້ອງ ມ6. ຜົນການປະກວດສິລະປະ-ວັນະຄະດີບົດຟ້ອນ ມ.ຕົ້ນທີ I   ຫ້ອງ ມ 3/2,ທີ II   ຫ້ອງ ມ 4/2; ບົດຟ້ອນ ມ.ປາຍ ທີ I   ຫ້ອງ ມ7, ທີ II   ຫ້ອງ ມ 5/1; ປະກວດຮ້ອງເພງ ມ.ຕົ້ນທີ I  ຫ້ອງ ມ 1/1,ທີ II   ຫ້ອງ ມ 1/3. ປະກວດຮ້ອງເພງ ມ.ປາຍ ທີ I   ຫ້ອງ ມ 5/1, ທີ II   ຫ້ອງ ມ 7.
ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ທ່ານ ຂາວພອນ ທຳມະໂນລາ  ໄດ້ສະແດງຄວາມຮູ້ສຶກພາກພູມໃຈເປັນຢ່າງສູງທີ່ໄດ້ເປີດການແຂ່ງຂັນກິລາ ແລະ ສິລະປະ-ວັນນະຄະດີ ປະຈໍາປີ ແລະ ປີນີ້ ຈັດຂຶ້ນກໍຄືທຸກໆປີຜ່ານມາ ເພື່ອເປັນການສ້າງຂະບວນການພາຍໃນໃຫ້ຟົດຟື້ນມ່ວນຊື່ນ, ສ້າງຄວາມເຂັ້ມແຂງ, ສ້າງຄວາມສາມັກຄີຮັກແພງ ລວມທັງຊຸກຍູ້ຈິດໃຈຂອງຄູ-ອາຈານແລະນັກຮຽນພາຍໃນໂຮງຮຽນໃຫ້ກາຍເປັນໂຮງຮຽນແບບ
ຢ່າງຮອບດ້ານພ້ອມກັນຕ້ານປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນພາຍໃນໂຮງຮຽນ ແນໃສ່ສົ່ງເສີມການຈັດຕັ້ງປະຕິບັດ 3 ລັກສະນະ ແລະ 5 ຫຼັກມູນການສຶກສາ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ ໃຫ້ປະກົດຜົນເປັນຈິງ, ພ້ອມນັ້ນກໍໄດ້ກ່າວປິດພິທີຢ່າງເປັນທາງການ.
ຂ່າວ: ກິດຕິສັກ ບົວໄລພາບ: ນາງ ຫົງລາວັນ ກອງຊັບ