ເມື່ອບໍ່ດົນມານີ້,ຫ້ອງການສຶກສາທິການ ແລະກິລານະຄອນໄກສອນພົມວິຫານ ໄດ້ເປີດການສອບເສັງນັກຮຽນເກັ່ງຂັ້ນແຂວງໃນຊັ້ນ ປ.5, ມ.4 ແລະມ.7 ປະຈໍາສົກຮຽນ 2023-2024 ທີ່ສະໂມສອນນະຄອນ, ໂດຍການເປັນປະທານຂອງທ່ານ ນາງ ພອນໄຊ ຊະນະວົງໄຊ ຫົວໜ້າຫ້ອງການສຶກສາທິການ ແລະກິລາ ນະຄອນ, ມີຜູ້ອໍານວຍການໂຮງຮຽນພາກລັດ-ເອກະຊົນ, ຫົວໜ້າ-ຮອງຫົວໜ້າຫ້ອງການ-ໜ່ວຍງານກ່ຽວຂ້ອງ ພ້ອມນ້ອງນັກຮຽນເຂົ້າຮ່ວມ.
ໃນພິທີ, ໄດ້ລາຍງານໃຫ້ຮູ້ວ່າ: ການສອບເສັງໃນລະດັບນະຄອນໃນຊັ້ນປະຖົມ ປ.5, ມັດທະຍົມ ມ.4 ແລະມ.7 ແມ່ນໄດ້ສອບເສັງຢູ່ຈຸດດຽວກັນ  ໃນນີ້, ຊັ້ນປະຖົມ ປ.5 ມີນັກສອບເສັງ 123 ຄົນຍິງ 88 ຄົນ, ຊັ້ນ ມ.4 ມີ 70 ຄົນຍິງ 53 ຄົນ, ຊັ້ນ ມ.7 ມີ 53 ຄົນຍິງ 36 ຄົນ, ລວມນັກສອບນັກຮຽນເກັ່ງທັງໝົດ 246 ຄົນຍິງ 177 ຄົນ ຊຶ່ງຈັດແບ່ງວິຊາສອບເສັງຄື: ຊັ້ນ ປ.5 ມີ 3 ວິຊາຄື: ວິຊາພາສາລາວ,  ຄະນິດສາດ ແລະວິຊາສິ່ງແວດລ້ອມ, ຊັ້ນມັດທະຍົມຕອນຕົ້ນ ມ.4 ແລະມ.7 ມີ4ວິຊາຄື: ວິຊາພາສາລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ ແລະວິຊາເຄມີສາດ.
ໂອກາດນີ້, ທ່ານ ນາງ ພອນໄຊ ຊະນະວົງໄຊ ກ່າວວ່າ: ການສອບເສັງ ແມ່ນເປັນການປະເມີນຄວາມຮູ້ຄວາມສາມາດດ້ວຍຄວາມຮູ້ຂອງຕົນເອງ ຊຶ່ງຄັດເລືອກໃນນະຄອນ ແລະໂຮງຮຽນອ້ອມຂ້າງນະຄອນ ວ່າໂຮງຮຽນໃດຈະຍາດໄດ້ນັກຮຽນເກັ່ງແຕ່ລະສາຍ, ແຕ່ລະວິຊາ ເພື່ອໄປສອບເສັງຕໍ່ລະດັບແຂວງ ໂດຍເນັ້ນຄຸນະພາບ ດັ່ງນັ້ນ, ການສອບເສັງ, ບັນດາຄູ-ອາຈານ ກໍຕ້ອງໄດ້ເອົາໃຈໃສ່ຕໍ່ລະບຽບ, ຄວາມເຄັ່ງຄັດ. 
ສໍາລັບຜົນການສອບເສັງຊັ້ນ ປ.5 ໄດ້ທີ 1 ໃນວິຊາພາສາລາວ-ວັນນະຄະດີ ແມ່ນນາງ ພອຍໄພລິນ ໄຊຍະສາງ ຈາກໂຮງຮຽນປະຖົມສົມບູນເອລາວັນ, ວິຊາຄະນິດສາດ ນາງ ແກ້ວມະນີ ຈາກໂຮງຮຽນປະຖົມສົມບູນສະຫວ່າງຫຼັກ 3 ແລະວິຊາສິ່ງແວດລ້ອມ ແມ່ນທ້າວ ຄຳມີ ຂັນຮັກສາ ຈາກປະຖົມສົມບູນປັນຍາທິບ, ຜົນການສອບເສັງຊັ້ນ ມ.4 ທີ1 ໃນວິຊາພາສາລາວ-ວັນນະຄະດີ ນາງ ລິນທິດາ ສີມະລິນ ຈາກໂຮງຮຽນມ.ຕ ມິດຕະພາບລາວ-ຫວຽດ, ວິຊາຄະນິດສາດ ແມ່ນນາງ ເພັດວິສຸກ ສຸນິໄຊ ຈາກ ມ.ຕ ມິດຕະພາບລາວ-ຫວຽດ, ວິຊາຟີຊິກສາດ ແມ່ນນາງ ດາວເຮັງ ກ້ອນພັນທຳວົງ ມ.ຕ ມິດຕະພາບລາວ-ຫວຽດ    ແລະວິຊາເຄມີສາດ ນາງ ສອນສະຫວັນ ເທບປັນຍາ ໂຮງຮຽນ ມ.ຕ ສຸນັນທາ, ສໍາລັບຜົນການສອບເສັງຊັ້ນ ມ.7 ທີ 1 ໃນວິຊາພາສາລາວ-ວັນນະຄະດີ ໄດ້ແກ່ນາງ ກ້ອນຊະນິດດາ ພາມີສິດ  ມ.ສ ມິດຕະພາບລາວ-ຫວຽດ, ວິຊາຄະນິດສາດ ແມ່ນ ນາງ ສົມພາວັນ ວໍລະຈິດ ມ.ສ ຈຸງເຕັກ, ວິຊາຟິຊິກສາດ ນາງ ກັນຕາ ນາມົນຕີ ຈາກ ມ.ສ ມິດຕະພາບລາວ-ຫວຽດ ແລະວິຊາເຄມີສາດ ນາງ ສຸພາວັນ ດາລາເພັດ ມ.ສ ຈຸງເຕັກ.
ຂ່າວ-ພາບ:ສະຫວັນນະເຂດ