ພິທີປະກາດການແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງພະແນກສຶກສາທິການ ແລະກິລາແຂວງສະຫວັນນະເຂດ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ຫ້ອງປະຊຸມພະແນກດັ່ງກ່າວ ໂດຍການໃຫ້ກຽດເປັນປະທານຂອງທ່ານ ພູວັງ  ເກດແກ້ວພົມພອນ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານຂັ້ນແຂວງ, ມີທ່ານ  ສຸກສົມພອນ ອະໂນໄທ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະກິລາແຂວງ ພ້ອມຄະນະພັກ-ຄະນະພະແນກເຂົ້າຮ່ວມ.
ໂອກາດນີ້, ທ່ານ ສໍາພັນ ພັນລານ  ວ່າການຫົວໜ້າຂະແໜງພະນັກງານ ຄະນະຈັດຕັ້ງແຂວງ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ  ເລກທີ 4322/ຈຂ, ລົງວັນທີ 20 ທັນວາ 2023 ວ່າດ້ວຍການແຕ່ງຕັ້ງພະນັກງານ ໂດຍທ່ານເຈົ້າແຂວງ ໄດ້ເຫັນດີແຕ່ງຕັ້ງທ່ານ ນາງ ບໍ່ແກ້ວ ແກ້ວພາວັນ (ຫົວໜ້າຂະແໜງຈັດຕັ້ງ-ພະນັກງານພະແນກສຶກສາທິການ ແລະກິລາແຂວງ) ຂຶ້ນເປັນຮອງຫົວໜ້າພະແນກສຶກສາທິການ ແລະກິລາແຂວງຄົນໃໝ່. 
ຈາກນັ້ນ, ທ່ານ ພູວັງ  ເກດແກ້ວພົມພອນ ກໍໄດ້ຕາງໜ້າຄະນະພັກຂັ້ນເທິງ ມອບຂໍ້ຕົກລົງໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ໃນຄັ້ງນີ້ຢ່າງສົມກຽດ ພ້ອມທັງກ່າວໂອ້ລົມໃຫ້ທິດຊີ້ນຳຕໍ່ພິທີອີກດ້ວຍ.
ຂ່າວ-ພາບ:ສະຫວັນນະເຂດ