ໃນວັນທີ 21 ກັນຍາ 2022 ຜ່ານມາ ຢູ່ສະໝາມກິລາບານບ້ວງຫຼັກ 2 ຂອງແຂວງຈຳປາສັກ ໂຮງຮຽນ ມສ ໂພນໃຊ ນະຄອນປາກເຊ ແຂວງຈຳປາສັກ ໄດ້ສ້າງຂະບວນການສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 28 ປີຄື:ວັນທີ 7/10/1994-7/10/2022 ໂດຍເປັນກຽດເຂົ້າຮ່ວມ ຂອງ ທ່ານ ແສງແກ້ວ ເພັງຈັນ ຫົວໜ້າຂະແໜງກິລາກາຍຍະກຳ ແລະ ສິລະປະສຶກສາ ພະແນກສຶກສາທິການແລະກິລາແຂວງຈຳປາສັກທ່ານ ບາລີ ສໍປະເສີດ ຜູ້ອຳນວຍການ ມສ ໂພນໃຊ ນະຄອນປາກເຊ ແຂວງຈຳປາສັກ ມີນ້ອງນັກຮຽນເຂົ້າຮ່ວມ.
ການແຂ່ງຂັນໃນຄັ້ງນີ້ ຊຶ່ງໄດ້ເຊີນເອົາທີມກິລາ(ປະເພດຊາຍ)ຈາກໂຮງຮຽນອ້ອມຂ້າງເຂົ້າຮ່ວມແຂ່ງຂັນ ມີທັງໝົດ 6 ທີມຄື: ໂຮງຮຽນ ມສ ໂພນໃຊ,ໂຮງຮຽນ ມສ ຫົວສຽວ 1,ມສ ຫົວສຽວ 2 ,ໂຮງຮຽນ ມ ປາຍ ພອນສະຫວັນມິດຕະພາບຈຳປາສັກເລີ່ມດົງໂຮງຮຽນ ມ ສ ແຮກມານໄມເນີ (ເອສໂອເອສ) ແລະ ທີມສະຫະພັນບານບ້ວງແຂວງ ການແຂ່ງຂັນແມ່ນພົບກັນໝົດ ຄັດເອົາທີ 1 ແລະ ທີ່ 2 ເຂົ້າຮອບຊິງຊະນະເລີດ ໃນວັນທີ 23 ກັນຍາ 2022 ນີ້ ທີມທີ່ໄດ້ ອັນດັບທີ່ 1 ຈະໄດ້ຮັບຂັນລາງວັນຂອງທ່ານຜູ່ອຳນວຍການ ໂຮງຮຽນ ມສ ໂພນໃຊ..
ຈຸດປະສົ່ງລວ່ມຂອງການແຂ່ງຂັນ ກໍ່ເພື່ອສ້າງຜົນງານສ້າງຂະບວນການໃຫ້ມີບັນຍາກາດຟົດຟື້້ນ ເບີກບານມ່ວນຊື່ນມອບແດ່ວັນຄູແຫ່ງຊາດແລະ ຍັງເປັນການຄົ້ນຫານັກກິລາໜ້າໃໝ່ ທີ່ມີສີໄມ້ລາຍມື ມີພອນສະແຫວງທັງປະກອບໄປດ້ວຍພອນສະຫວັນໃນຮຸ່ນສືບທອດ ເພື່ອເປັນຕົວແທນເຂົ້າຮ່ວມການແຂ່ງຂັນໃນລະດັບແຂວງ ແລະ ພາຍໃນປະເທດ ພ້ອມນັ້ນກໍເພື່ອປູກຈິດສຳນຶກຄົນຮຸ່ນເຍົາວະຊົນ ແລະຮຸ່ນຊາວໝຸ່ມໃຫ້ຫັນມາສົນໃຈໃນການຫຼີ້ນກິລາ ສ້າງໂອກາດພົບປະສ້າງສັນເພື່ອໄມຕີຈິດມິດຕະພາບຜູກ
ແໜ້ນ ຄວາມຮັກແພງສະໝານສາມັກຄີກັນ ທັງເປັນການແລກປ່ຽນບົດຮຽນ ແລະ ປະສົບການຮ່ວມກັນ ສ້າງໃຫ້ເຂົາເຈົ້າຮູ້ຈັກກົດກະຕິກາຂອງກິລາບານບ້ວງ ພ້ອມສ້າງໃຫ້ມີນໍ້າໃຈຮູ້ໄດ້,ຮູ້ເສຍ,ຮູ້ໃຫ້ອາໄພ ຫຼີກລຽງຈາກສິ່ງເສບຕິດ ແລະ ສ້າງໃຫ້ເຂົາເຈົ້າເປັນຜູ້ໃຫຍ່ທີ່ດີມີຄຸນນະພາບ. ຂ່າວ-ພາບ: ຂາວພອນ ມ້າວຄຳຜິວ