ກະຊວງເຕັກໂນໂລຊີ ແລະການສື່ສານ ໄດ້ຈັດພິທີການແຂ່ງຂັນ Lao Digital Award 2024 ຂຶ້ນໃນວັນທີ 11 ມັງກອນນີ້  ທີ່ຫໍປະຊຸມແຫ່ງຊາດ. ເປັນກຽດເຂົ້າຮ່ວມໃນພິທີ ມີ  ທ່ານ ຄໍາຫຼ້າ ສູນນະລັດ ຫົວໜ້າກົມຄວາມປອດໄພໄຊເບີ ຫົວໜ້າຄະນະອະນຸກໍາມະການແຂ່ງຂັນ, ບັນດາທ່ານຄະນະກົມ, ຄະນະກໍາມະການ,ແຂກຖືກເຊີນ ພ້ອມດ້ວຍຜູ້ເຂົ້າແຂ່ງຂັນ.
ໃນພິທີ, ທ່ານ ຄໍາຫຼ້າ ສູນນະລັດ ກ່າວວ່າ: ປັດຈຸບັນ ໃນສະພາບການພັດທະນາຢ່າງຕໍ່ເນື່ອງຂອງເຕັກໂນໂລຊີດີຈີຕອນ ແລະ ນະວັດຕະກໍາ ໄດ້ເຮັດໃຫ້ການຜະລິດ, ການບໍລິການ ແລະ ການບໍລິຫານ ຫັນໄປສູ່ດີຈີຕອນຫຼາຍຂຶ້ນ. ຫຼາຍປະເທດ ໄດ້ຊຸກຍູ້-ສົ່ງເສີມນັກຄົ້ນຄວ້າ, ນັກພັດທະນາ ແລະ ບັນດາບໍລິສັດທາງດ້ານໄອຊີທີ,ດີຈີຕອນ, ນະວັດຕະກໍາ, ສະຕາດອັບ(startup)ໄດ້ພັດທະນາໂຕເອງ ດ້ວຍຫຼາຍຮູບແບບ ແລະ ໜຶ່ງໃນຮູບແບບການສົ່ງເສີມ ກໍຄືການຈັດແຂ່ງຂັນໄອຊີທີ, ດີຈີຕອນ, ນະວັດຕະກໍາ ແລະ ສະຕາດອັບ ໃນລະດັບປະເທດ ຫຼື ສາກົນ. ສຳລັບ ສປປ ລາວ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນນາມອົງການຈັດຕັ້ງຄຸ້ມຄອງມະຫາພາກ ທາງດ້ານໄປສະນີ, ໂທລະຄົມ, ໄອຊີທີ ແລະ ດີຈີຕອນ ກໍໄດ້ຈັດການແຂ່ງຂັນລາວດີຈີຕອນອາວອດທົ່ວປະເທດຄັ້ງນີ້ເປັນຄັ້ງທີ 6 ຫຼັງຈາກທີ່ໄດ້ຮັບຜົນສຳເລັດຈາກການຈັດງານ Lao ICT Awardand Innovationໃນ 5 ຄັ້ງຜ່ານມາ.ເປົ້າໝາຍແມ່ນເພື່ອຊຸກຍູ້-ສົ່ງເສີມໃຫ້ບັນດານັກພັດທະນາ,ບໍລິສັດທາງດ້ານໄອຊີທີ, startupໃນລາວ, ສ້າງຊື່ສຽງຜະລິດຕະພັນຂອງຕົນ ໃຫ້ກັບຄົນລາວ ແລະ ສາມາດບໍລິການອອກສູ່ສາກົນ. ພ້ອມນັ້ນ ກໍສົ່ງເສີມໃຫ້ຄົນລາວໄດ້ນຳໃຊ້ການບໍລິການໄອຊີທີ, ດີຈີຕອນ ແລະ ນະວັດຕະກໍາ ຂອງຄົນລາວເອງ.  
ການຈັດການແຂ່ງຂັນ Lao Digital Award ກໍເປັນແຜນງານໜຶ່ງທີ່ນອນໃນແຜນພັດທະນາ ຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ໂດຍໄດ້ຮັບການອະນຸມັດຈາກຄະນະພັກກະຊວງ ເຕັກໂນໂລຊີ ແລະ ການສື່ສານໃນການຈັດຕັ້ງປະຕິບັດຢ່າງເປັນເອກະພາບ ໂດຍມີຄະນະຮັບຜິດຊອບ ທີ່ປະກອບມີທັງ ພະນັກງານໃນກະຊວງ ຕສ, ຕາງໜ້າສະມາຄົມການຄ້າໄອຊີທີລາວ, ສະມາຄົມທຸລະກິດໜຸ່ມ, ທຸລະກິດສະຕາດອັບແລະ ອາຈານ ຈາກມະຫາວິທະຍາໄລແຫ່ງຊາດ, ຕາງໜ້າຈາກບໍລິສັດໄອຊີທີ ແລະ ບັນດາຜູ້ໃຫ້ບໍລິການໂທລະຄົມເພື່ອເຮັດໃຫ້ຄະນະຮັບຜິດຊອບດັ່ງກ່າວ ສາມາດເຄື່ອນໄຫວຢ່າງສະດວກ, ສ້າງຫຼັກການແຂ່ງຂັນຢ່າງຖືກຕ້ອງ ແລະ ສອດຄ່ອງກັບ ຫຼັກການແຂ່ງຂັນ ຂອງອາຊຽນ ແນໃສ່ເຮັດໃຫ້ການແຂ່ງຂັນໃນຄັ້ງນີ້ ເປັນທຳ ແລະ ໂປ່ງໃສ.  
ງານແຂ່ງຂັນLao Digital Awardປະຈໍາປີ2024ໃນຄັ້ງນີ້ໄດ້ຖືກຈັດຂຶ້ນພາຍໃຕ້ງານສັບປະດາດີຈີຕອນ ຫຼືDigital Week 2024ທີ່ເປັນງານໃຫຍ່ລະດັບປະເທດ ແລະ  ມີຜູ້ເຂົ້າຮ່ວມແຂ່ງຂັນ ທີ່ມາຈາກ40ພາກສ່ວນ ເປັນຕົ້ນຈາກພາກລັດ, ລັດວິສາຫະກິດ, ນິຕິບຸກຄົນ, ບຸກຄົນແລະ ນັກສຶກສາ ຊຶ່ງແບ່ງໝວດແຂ່ງຂັນອອກເປັນ: ປະເພດໝວດຜະລິດຕະພັນສົ່ງເສີມພາກລັດ, ຜະລິດຕະພັນເອກະຊົນ, ຜະລິດຕະພັນສະຕາດອັບ ແລະ ຜະລິດຕະພັນແນວຄິດສ້າງສັນ ຂອງບັນດານັກພັດທະນາ ແລະ ນັກສຶກສາ.ພ້ອມກັນນັ້ນ ເວລາແຫ່ງນີ້ ຈະເປັນເວລາແຫ່ງການຄັດເລືອກເອົາ ຜະລິດຕະພັນທີ່ດີເດັ່ນ ເພື່ອເປັນຕົວແທນ ຂອງສປປ ລາວ ເຂົ້າຮ່ວມແຂ່ງຂັນງານ ລະດັບພາກພື້ນ ແລະ ສາກົນໃນຕໍ່ໜ້າ.
ທ່ານ ຄໍາຫຼ້າ ສູນນະລັດ ຍັງໄດ້ກ່າວຕື່ມວ່າ: ຫວັງວ່າ ຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ ຈະສຸມສະຕິ ແລະ ສະມາທິເພື່ອນຳສະເໜີກ່ຽວກັບຜະລິດຕະພັນຂອງຕົນ ຢ່າງໂດດເດັ່ນ ແລະ ຈູງໃຈຄະນະກຳມະການ ເພື່ອຍາດໄດ້ລາງວັນຊະນະເລີດ. ເຖິງຢ່າງໃດກໍຕາມ ສຳລັບຜູ້ເຂົ້າຮ່ວມທ່ານໃດ ທີ່ບໍ່ສາມາດຍາດໄດ້ໄຊຊະນະໃນຄັ້ງນີ້ ກໍສາມາດສືບຕໍ່ພັດທະນາຜະລິດຕະພັນຂອງຕົນ ໃຫ້ສົມບູນແບບ ແລະ ສົ່ງເຂົ້າແຂ່ງຂັນໃນປີຕໍ່ໄປ. 
(ຂ່າວ-ພາບ: ແສງຈັນ)