ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ການຈັດຕັ້ງສອບເສັງຈົບຊັ້ນສາຍສາມັນສຶກສາ ປ.5, ມ.4 ແລະ ມ.7 ສົກຮຽນ 2021-2022 ຂຶ້ນໃນທ້າຍອາທິດຜ່ານມານີ້ ທີ່ຫອ້ງປະຊຸມສູນໄອຊີທີ ມ.ປາຍປາກຊັນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະກໍາມະການຮັບຜິດຊອບ ບັ້ນສອບເສັງຈົບຊັ້ນ ທົ່ວແຂວງ ຕະຫຼອດຮອດຕາງໜ້າພະແນກການອ້ອມຂ້າງແຂວງ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ສະຫຼຸບຕີລາຄາຄືນ ໃນການຈັດຕັ້ງສອບເສັງຈົບຊັ້ນ ສາຍສາມັນສຶກສາ ປ.5, ມ.4,
ມ.7 ສົກຮຽນ 2021-2022 ຈາກທ່ານ ດາວເຮືອງ ກອງສົມບັດ ຫົວໜ້າຂະແໜງສາມັນສຶກສາ ຊັ້ນ ປ.5. ສົກຮຽນ 2021-2022 ມີນັກສອບເສັງຕົວຈິງທັງໝົດ 5 ພັນ 9 ຮ້ອຍກວ່າຄົນ ຍິງ 2 ພັນ 8 ຮ້ອຍກວ່າຄົນ ສອບເສັງໄດ້ທັງໝົດ 5 ພັນ 8 ຮ້ອຍກວ່າຄົນ ຍິງ 2 ພັນ 8 ຮ້ອຍກວ່າຄົນ ເທົ່າກັບ 98,4% ທຽບໃສ່ສົກຮຽນ 2020-2021 ເພີ່ມຂຶ້ນ 0,48%. ຊັ້ນ ມ.4 ຈໍານວນນັກສອບເສັງທັງໝົດ 3 ພັນ 6 ຮ້ອຍກວ່າຄົນ ຍິງ 1 ພັນ 7 ຮ້ອຍກວ່າຄົນ ເສັງໄດ້ 3 ພັນ 5 ຮ້ອຍກວ່າຄົນ ຍິງ 1 ພັນ 7 ຮ້ອຍກວ່າຄົນ ເທົ່າກັບ 98,5% ທຽບໃສ່ສົກຮຽນ 2020-2021 ຫຼຸດລົງ 0,56% ແລະ ຊັ້ນ ມ.7 ມີນັກສອບເສັງຕົວຈິງ 2 ພັນ 5 ຮ້ອຍກວ່າຄົນ ຍິງ 1 ພັນ 1 ຮ້ອຍກວ່າຄົນ, ເສັງໄດ້ 2 ພັນ 5 ຮ້ອຍກວ່າຄົນ ຍິງ 1 ພັນ 1 ຮ້ອຍກວ່າຄົນ ເທົ່າກັບ 99,76% ທຽບໃສ່ສົກຮຽນ 2020-2021 ເພີ່ມຂຶ້ນ 0,24%. ພ້ອມນີ້ ຜູ້ເຂົ້າຮ່ວມໃນກອງປະຊຸມ, ຍັງໄດ້ປະກອບຄໍາຄິດຄໍາເຫັນ ຕໍ່ກັບບົດສະຫຼຸບ ໃນການຈັດຕັ້ງສອບເສັງຈົບຊັ້ນ ສາຍສາມັນສຶກສາ ທົ່ວແຂວງສົກຮຽນ 201-2022 ນໍາອີກ.
(ຂ່າວ-ພາບ: ແຂວງບໍລິຄໍາໄຊ)