ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ), ຄະນະວິທະຍາສາດທຳມະຊາດ ຮ່ວມກັບ ບໍລິສັດ ຮຸ່ງອາລຸນ ເຕັກໂນໂລຢີ ໄດ້ຈັດພິທີ ການແຂ່ງຂັນ Data Science Hackathon Laoໃນວັນທີ 14 ມັງກອນ ຜ່ານມານີ້ ທີ່ຫໍປະຊຸມແຫ່ງຊາດ, ໂດຍການເຂົ້າຮ່ວມຂອງທ່ານ ສົມສັກ ອິນທະສອນ ຮອງຄະນະບໍດີ ຄະນະວິທະນາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ,ບັນດາທ່ານໃນອະນຸກໍາມະການຈັດການແຂ່ງຂັນ ກະຊວງ ຕສ, ແຂກຖືກເຊີນທີ່ກ່ຽວຂ້ອງ ພ້ອມດ້ວຍທີມງານເຂົ້າຮ່ວມການແຂ່ງຂັນ.
ໃນພິທີ ທ່ານ ສົມສັກ ອິນທະສອນ ໄດ້ຂຶ້ນກ່າວເປີດງານ ຊຶ່ງຈຸດປະສົງຂອງການແຂ່ງຂັນ Data Science Hackathon Laoເປັນເວທີທີ່ນັກວິທະຍາສາດຂໍ້ມູນ (Data Scientist), ວິສະວະກອນການຮຽນຮູ້ຂອງຄອມພິວເຕີ (ML Engineer), ວິສະວະກອນ MLOps, ວິສະວະກອນຂໍ້ມູນ ແລະ ຜູ້ສົນໃຈທົ່ວໄປ ເຂົ້າຮ່ວມ, ແລກປ່ຽນບົດຮຽນ ແລະ ເຮັດວຽກຮ່ວມກັນເປັນທີມ ເພື່ອຫາວິທີການແກ້ໄຂບັນຫາ ດ້ານເສດຖະກິດ-ສັງຄົມຂອງລາວ ໃນ 5 ຂົງເຂດ ຄື:
1. ການສຶກສາ (Education) 
2. ການຂົນສົ່ງ (Logistics)
3. ກະສິກໍາ ແລະ ຊົນລະປະທານ (Agriculture & Irrigation)
4. ການຄ້າ (Commerce)
5. ການທ່ອງທ່ຽວ (Tourism)
    ຜົນການແຂ່ງຂັນ Data Science Hackathon 2023 ໄດ້ແກ່: The best social impact ທີມCEIT-IOT-AII    ຈໍານວນເງິນ  1.000.000 LAK,  ຮອງຊະນະເລີດອັນດັບ 2ທີມ The standard  ຈໍານວນເງິນ2.000.000 LAK,  ຮອງຊະນະເລີດອັນດັບ 1ທີມ Power pub girl  ຈໍານວນເງິນ  3.000.000 LAK,  ລາງວັນຊະນະເລີດ ທີມ GaaPookຈໍານວນເງິນ  5.000.000 LAK.
(ຂ່າວ-ພາບ: ແສງຈັນ)