ມະຫາວິທະຍາໄລສະຫວັນນະເຂດ(ມຂ)ໄດ້ຈັດພິທີປະກາດການຈັດຕັ້ງໃນຄະນະນຳຂອງມະຫາວິທະຍາໄລສະຫວັນນະເຂດຂຶ້ນໃນວັນທີ 2 ຕຸລາ ນີ້, ໂດຍມີ ທ່ານ  ພຸດ ສີມມາລາວົງ ກຳມະການສູນກາງພັກ ລັດຖະມົນຕີກະຊວງສຶກສາທິການ ແລະກິລາ, ທ່ານ ນາງ ຫຼິງທອງ ແສງຕາວັນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງສະຫວັນນະເຂດ ແລະແຂກຖືກເຊີນເຂົ້າຮ່ວມ.
    ໃນພິທີ, ທ່ານ ນາງ ວຽງແກ້ວ ພົມມະວົງ ຫົວໜ້າກົມຈັດຕັ້ງພະນັກງານ ກະຊວງສຶກສາທິການ ແລະກິລາ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນພັກການ-ຮັບອຸດໜູນບຳນານ ເລກທີ 2403/ສສກ,ລົງວັນທີ 14 ມິຖຸນາ 2023, ໃນນີ້ ທ່ານລັດຖະມົນຕີກະຊວງສຶກສາທິການ ແລະກິລາ ເຫັນດີອະນຸມັດໃຫ້ທ່ານ  ສຸລິຍົງ ໄຊໂກສີ ວ່າການອະທິການບໍດີ ມຂ ພັກການ-ຮັບອຸດໜູນບຳນານ ນັບແຕ່ວັນທີ 1 ຕຸລາ 2023, ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນພັກການ-ຮັບອຸດໜູນບຳນານ,ທ່ານ  ສີທາ ເຂັມມະລາດຮອງອະທິການບໍດີ ມຂ ພັກການ-ຮັບອຸດໜູນບຳນານ ນັບແຕ່ວັນທີ 1 ຕຸລາ 2023, ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ ມຂ ເລກທີ 5085/ສສກ, ລົງວັນທີ 18 ກັນຍາ 2023 ໃນນີ້ທ່ານລັດຖະມົນຕີກະຊວງສຶກສາທິການ ແລະກິລາ ໄດ້ຕົກລົງແຕ່ງຕັ້ງທ່ານ  ຄູນ ສັກບົວວົງ ຄະນະກຳມະການພັກຮາກຖານ ມຂ ຮອງອະທິການບໍດີ ມ.ຂ ເປັນຮັກສາການອະທິການບໍດີ ມຂ, ຜ່ານດຳລັດເລກທີ 271/ນຍ, ລົງວັນທີ 29 ສິງຫາ 2023 ວ່າດ້ວຍການແຕ່ງຕັ້ງຮອງອະທິການບໍດີ ມຂ ໃນນີ້ທ່ານນາຍົກລັດຖະມົນຕີອອກດຳລັດ ແຕ່ງຕັ້ງ ທ່ານ ບຸນມົງ ແສງວິໄລຄຳ ເປັນຮອງອະທິການບໍດີ ມຂ, ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານຂອງ ມຂ ເລກທີ 7488/ສສກ, ລົງວັນທີ 30 ທັນວາ 2022 ລັດຖະມົນຕີກະຊວງສຶກສາທິການ ແລະກິລາຕົກລົງ ແຕ່ງຕັ້ງທ່ານ ນາງ ທອງປານ ລາດຊະວົງ ຮອງຫົວໜ້າຫ້ອງການຄຸ້ມຄອງນັກສຶກສາ ເປັນຫົວໜ້າຫ້ອງການຄຸ້ມຄອງນັກສຶກສາ.
 ໃນພິທີຄັ້ງນີ້ຍັງໄດ້ມີການເຊັນບົດບັນທຶກມອບ-ຮັບໜ້າທີ່ຮັກສາການອະທິການບໍດີ ມຂ ລະຫວ່າງຜູ້ເກົ່າ ແລະຜູ້ໃໝ່ອີກດ້ວຍ.
ຂ່າວ:ແຂວງສະຫວັນນະເຂດ