ວິທະຍຸໂທລະພາບສູນກາງຈີນ(CMG) ປະຈໍາ ສປປ ລາວ ໄດ້ຈັດພິທີມອບ-ຮັບ ປຶ້ມ ສອນໃຈໄວເດັກ ຈໍານວນ 314 ຊຸດ(1 ຊຸດມີ 3 ເຫຼັ້ມ)ໃຫ້ 6 ພາກສ່ວນທີ່ໂຮງຮຽນ ມ.ສ ຫຼຽວໂຕວນະຄອນຫຼວງວຽງຈັນໃນວັນທີ 23 ມັງກອນ ນີ້ໂດຍການເຂົ້າຮ່ວມຂອງທ່ານ ນາງ ຈັນເພັດ ຄໍາຟອງ ຫົວໜ້າກົມວັນນະຄະດີ ແລະ ພິມຈໍາໜ່າຍ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ), ທ່ານ ສະໝານ ບົວຜາວົງ ຮອງອໍານວຍການຝ່າຍພາສາຈີນ ໂຮງຮຽນ ມ.ສ ຫຼຽວໂຕວ ພ້ອມດ້ວຍແຂກຖືກເຊີນ, ຜູ້ປົກຄອງ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ໂດຍການກ່າວມອບຂອງທ່ານ ນາງ ແສງແກ້ວ (MO XIAOLING) ຫົວໜ້າວິທະຍຸໂທລະພາບສູນກາງຈີນCMG ປະຈໍາລາວ ຊຶ່ງໄດ້ມອບໃຫ້ກົມວັນນະຄະດີ ແລະ ພິມຈໍາໜ່າຍ ກະຊວງຖວທ ຈໍານວນ 10 ຊຸດ, ຮັບໂດຍ ທ່ານ ນາງ ຈັນເພັດ ຄໍາຟອງ; ຫໍສະໝຸດແຫ່ງຊາດ 50 ຊຸດ, ຮັບໂດຍ ທ່ານ ສໍາລານ ຫຼວງອາໄພ ຫົວໜ້າອໍານວຍການຫໍສະໝຸດແຫ່ງຊາດ; ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ນວ)10 ຊຸດ, ຮັບໂດຍ ທ່ານ ແກ້ວວິໄລສັກ ແສນສັກດາ ຮອງຫົວໜ້າພະແນກ ຖວທ ນະຄອນຫຼວງວຽງຈັນ; ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ຈໍານວນ 10 ຊຸດ,ຮັບໂດຍ ທ່ານ ໂພໄຄ ບົວລະວົງ ຮອງຫົວໜ້າຂະແໜງ ບໍລິຫານການເງິນ ພະແນກສຶກສາທິການ ແລະ ກິລາ ນວ ; ໂຮງຮຽນ ມ.ສ ຫຼຽວໂຕວ 50 ຊຸດ,ຮັບໂດຍ ທ່ານ ນາງ  ມະນີແກ້ວ ແພງເພັດ ຮອງອໍານວຍການຝ່າຍພາສາຈີນ ໂຮງຮຽນຫຼຽວໂຕວ ແລະ ໂຮງຮຽນປະຖົມໜອງປີງ 20 ຊຸດ, ຮັບໂດຍ ທ່ານ ນາງ ຫຼ້າເຕົ້າ ສິນທິປັນຍາ ຮອງຜູ້ອໍານວຍການໂຮງຮຽນປະຖົມໜອງປີງ; ພ້ອມນີ້ກໍໄດ້ມອບໃຫ້ຜູ້ປົກຄອງແລະນັກຮຽນຫຼຽວໂຕວທີ່ເຂົ້າຮ່ວມງານ ຈໍານວນ 100 ຊຸດ; ສື່ມວນຊົນ 14 ຊຸດ ແລະແຂກຖືກເຊີນ 50 ຊຸດ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ແສງແກ້ວ ໄດ້ກ່າວວ່າ: ເດັກນ້ອຍຈະເປັນຜູ້ສືບທອດພາລະກິດຂອງປະເທດຊາດໃນຕໍ່ໜ້າໄດ້ດີ ຕ້ອງພຽບພ້ອມໄປດ້ວຍຄວາມຮູ້,ຄວາມສາມາດ, ມີສະຕິປັນຍາທີ່ສະຫຼາດມອງກວ້າງໄກ ແລະມີສຸຂະພາບທີ່ແຂງແຮງ ແລະມີພະລານາໄມທີ່ສົມບູນ.ວິທະຍຸໂທລະພາບສູນກາງຈີນຈຶ່ງມີລາຍການສອນໃຈໄວເດັກໃນວິທະຍຸ FM93 ໃນປີຜ່ານມາ. ແຕ່ເພື່ອໃຫ້ຜູ້ປົກຄອງເດັກແລະເດັກນ້ອຍທີ່ໄດ້ຟັງລາຍການນີ້ແລ້ວຫຼືບໍ່ມີເວລາໄດ້ຟັງທຸກລາຍການແບບສຸດກົກສຸດປາຍ, ພວກເຮົາຈຶ່ງຮີບໂຮມ ແລະຮຽບຮຽງຄືນໃໝ່ຈັດພິມເປັນປຶ້ມ3ເຫຼັ້ມ ໃຫ້ຜູ້ອ່ານໄດ້ອ່ານຢ່າງລະອຽດຕື່ມປະກອບມີ3ເຫຼັ້ມຄື: ເຫຼັ້ມທີ1 ແມ່ນປຶ້ມ ນິທານກ່ອມນິດທາ ຫຼືນິທານກ່ອມນອນ, ໝາຍວ່າອ່ານໃຫ້ເດັກຟັງກ່ອນຈະຫຼັບນອນ. ປຶ້ມຫົວນີ້ໄດ້ຮວບຮວມເອົານິທານເດັກ 30 ເລື່ອງ, ລວມມີນິທານສອນໃຈອຳມະຕະຂອງຈີນ ທີ່ໄດ້ສືບທອດມາຍາວນານກວ່າພັນປີ, ລວມທັງນິທານເດັກຍຸກປັດຈຸບັນ, ອ່ານແລ້ວ ນອກຈາກໄດ້ຄວາມມວ່ນຊື່ນ ຍັງມີຂໍ້ຄິດທີ່ມີປະໂຫຍດສຳລັບເດັກນ້ອຍ ໃນດ້ານການຊ່ວຍໃຫ້ເດັກຮູ້ຄວາມ, ມີນິດໃສດີ, ມັກຮຽນແລະອື່ນໆ; ເຫຼັ້ມທີ2 ແມ່ນປຶ້ມ ຮູ້ທົ່ວທິດ. ປຶ້ມຫົວນີ້ປະກອບມີ 6 ຫົວຂໍ້ໃຫຍ່ ທີ່ເວົ້າເລື່ອງສັດ,ວິທະຍາສາດ, ຮ່າງກາຍຂອງຄົນເຮົາ, ຊີວິດຄົນເຮົາ, ວັດທະນະທຳ ແລະທຳມະຊາດຕົວຢ່າງບາງຫົວຂໍ້ໃນປຶ້ມເຫຼັ້ມນີ້ ເຊັ່ນວ່າເປັນຫຍັງມ້າລາຍຈຶ່ງມີສີຂາວຕັດດຳຍ້ອນຫຍັງນົກແກ້ວຈຶ່ງສອນສຽງເວົ້າຂອງຄົນໄດ້ຫຼືວ່າຕອນກາງຄືນມືດໆ ຍຸງຊອກຄົນພົບໄດ້ແນວໃດ ແລະຫົວຂໍ້ອື່ນໆທີ່ໜ້າສົນໃຈ ແລະຢາກຮູ້ຄຳຕອບ ແລະ ເຫຼັ້ມທີ3 ແມ່ນປຶ້ມເດັກວັນນີ້ ໃນປຶ້ມໄດ້ຮວບຮວມເອົາ22ຫົວຂໍ້ທີ່ສຳຄັນ ທີ່ເປັນຄວາມຮູ້ໃນດ້ານການເບິ່ງແຍງລ້ຽງດູ ແລະສິດສອນເດັກນ້ອຍ ສຳລັບຜູ້ອ່ານທີ່ເປັນຜູ້ປົກຄອງ ເຊັ່ນຫົວຂໍ້ຄວາມຮູ້ທົ່ວໄປກ່ຽວກັບກຳມະພັນ, ລູກເລືອດດັງອອກ,ພໍ່ແມ່ຄວນເຮັດແນວໃດເມື່ອລູກເກີດບາດແຜຄວນດູແລແນວໃດ? ບັນຫາລູກນໍ້າລາຍຍ້ອຍຈະແກ້ໄຂແບບໃດ? ເຄັດລັບການກິນດື່ມທີ່ຊ່ວຍໃຫ້ເດັກໃຫຍ່ສູງໄວ ແລະຫົວຂໍ້ອື່ນໆ.ຈຸດປະສົງເປົ້າໝາຍຂອງການຈັດພິມປຶ້ມຫົວນີ້ ແມ່ນເພື່ອເປັນຕຳລາຫຼືຂໍ້ມູນທີ່ດີ ໃຫ້ແກ່ຜູ້ປົກຄອງເດັກໃນການສຶກສາອົບຮົມເດັກ ໃຫ້ມີຄວາມຮູ້ແລະຮູ້ຮັກສາສຸຂະພາບເດັກ.ພິເສດໃນປຶ້ມຫົວນີ້ມີຮູບແຕ້ມທີ່ໜ້າຮັກ ມາປະກອບໃສ່ບົດ, ເພື່ອດຶງດູດຜູ້ອ່ານແລະເດັກນ້ອຍ ໂດຍແມ່ນຜົນງານການແຕ້ມ ຂອງນັກຈິດຕະກອນຈີນ. 
ຂ່າວ-ພາບ: ຍຸພິນທອງ