ເມື່ອບໍ່ດົນມານີ້, ກະຊວງສຶກສາທິການ ແລະ ກິລາ  ຮ່ວມກັບລັດຖະບານອົສຕຣາລີ ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດສໍາລັບການເຂົ້າເຖິງ ການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ຈັດຝຶກອົບຮົມ ແລະ ລະດົມຄວາມຄິດໃນຫົວຂໍ້: ການຜະລິດວິດີໂອ ກ່ຽວກັບບົດບາດຍິງ-ຊາຍ ໂດຍພະນັກງານຈາກສູນໂຄສະນາ ຂ່າວສານການສຶກສາ ແລະ ກິລາ, ຂະແໜງສື່ເອເລັກໂຕຣນິກ ແລະ ການສຶກສາທາງໄກ, ພະແນກຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ແລະ ສະຖານທູດອົສຕຣາລີ ເພື່ອລະດົມຄວາມຄິດ ໃນການຜະລິດວິດີໂອສໍາລັບຄູ ເພື່ອສ້າງຄວາມເຂົ້າໃຈ ແລະ ປູກຈິດສໍານຶກ ກ່ຽວກັບວິທີການຮັບປະກັນ ຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນຫ້ອງຮຽນ.
ທ່ານ ນາງ ເລເບັກກາ ຫົວໜ້າແຜນງານບີຄວາ ໄດ້ກ່າວວ່າ: ໃນປີຜ່ານມາເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ, ແຜນງານບີຄວາ ໂດຍການສະໜັບສະໜູນຈາກລັດຖະບານອົສຕຣາລີ ໄດ້ຈັດກອງປະຊຸມເພື່ອໃຫ້ສ້າງຄວາມເຂົ້າໃຈເລິກເຊິ່ງ ຮ່ວມກັນກ່ຽວກັບຄວາມມີອະຄະຕິດ້ານບົດບາດຍິງ-ຊາຍ ແລະ ຄວາມຄິດຢຶດຕິດກ່ຽວກັບ ບົດບາດຍິງ-ຊາຍ. ກອງປະຊຸມດັ່ງກ່າວ, ຜູ້ເຂົ້າຮ່ວມໄດ້ສະທ້ອນໃຫ້ເຫັນເຖິງການປະຕິບັດຂອງເຂົາເຈົ້າ ແລະ ສົນທະນາ ວິທີການທີ່ເຂົາເຈົ້າສາມາດນໍາໃຊ້ຄວາມຮູ້ໃໝ່ ໃນການຜະລິດສື່ໃນອະນາຄົດ. ຈາກງານສະເຫຼີມສະຫຼອງໃນມື້ນັ້ນ ໄດ້ມີແນວຄວາມຄິດລິເລີ່ມທີ່ຈະຜະລິດວິດີໂອ ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນຄັ້ງນີ້.
ທ່ານ ອຸດົມ ສິງດາລາ ຮອງຜູ້ອໍານວຍການສູນໂຄສະນາຂ່າວສານ ການສຶກສາ ແລະ ກິລາ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້ ຊ່ວຍໃຫ້ພວກເຮົາສາມາດສືບຕໍ່ການປຶກສາຈາກປີຜ່ານມາ ກ່ຽວກັບການຜະລິດວິດີໂອ ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ຊຶ່ງໄດ້ມີການສົນທະນາຫຼາຍຢ່າງ ກ່ຽວກັບວິທີຫຼີກລ່ຽງ ຄວາມບໍ່ສະເໝີພາບດ້ານບົດບາດຍິງ-ຊາຍ. ພ້ອມກັນນັ້ນ, ກໍຄຳນຶງເຖິງຄວາມພິການ, ຊົນເຜົ່າ ແລະ ການສຶກສາຮຽນຮ່ວມ. ສຳລັບວຽກງານຂອງທີມງານ ສູນໂຄສະນາຂ່າວສານ ການສຶກສາ ແລະ ກິລາ, ຂະແໜງສື່ເອເລັກໂຕຣນິກ ແລະ ການສຶກສາທາງໄກ ໃນທຸກຂັ້ນຕອນຂອງການຜະລິດວິດີໂອ ໂດຍສະເພາະການຂຽນບົດ ແລະ ການຄັດເລືອກນັກສະແດງໃນຂະແໜງການສຶກສາ, ຄູມີບົດບາດສໍາຄັນໃນການປ້ອງກັນການມີແນວຄິດຢຶດຕິດ ກ່ຽວກັບບົດບາດຍິງ-ຊາຍ ແລະ ອັກຄະຕິດ້ານ ບົດບາດຍິງ-ຊາຍ ໃນຫ້ອງຮຽນ ໂດຍສະເພາະໃນການສຶກສາກ່ອນໄວຮຽນ ແລະ ຂັ້ນປະຖົມສຶກສາ, ສະໝອງເດັກນ້ອຍ ແລະ ໄວໜຸ່ມກໍາລັງສ້າງຄວາມຄິດ ແລະ ເຊື່ອມຊຶມທຸກຂໍ້ຄວາມ. ດັ່ງນັ້ນ, ທີມຜະລິດສື່ ແລະ ສື່ດີຈີຕອນ ຂອງກະຊວງສຶກສາທິການ ແລະ ກິລາ ຈຶ່ງມີບົດບາດສໍາຄັນ ໃນການສ້າງສັງຄົມ ໃຫ້ມີຄວາມກ້າວໜ້າ ແລະ ຄໍານຶງເຖິງທຸກຄົນ. ວິດີໂອ ແລະ ສື່ດີຈີຕອນ ສາມາດ ສົ່ງເສີມຄວາມຮູ້ແບບກ້າວໜ້າ ດ້ານບົດບາດຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ, ກ້າວໄປເຖິງການສ້າງຄວາມແຕກຕ່າງ ໂດຍໃຫ້ໂອກາດແກ່ເດັກນ້ອຍ ທີ່ດ້ອຍໂອກາດໃຫ້ດີທີ່ສຸດ.
ທີມງານໄດ້ລະດົມຄວາມຄິດຮ່ວມກັນ ເພື່ອຂຽນບົດສັງລວມສໍາລັບວິດີໂອ ສົ່ງເສີມບົດບາດຍິງ-ຊາຍ ຊຶ່ງບົດສັງລວມດັ່ງກ່າວ ຈະຖືກນໍາໄປຜັນຂະຫຍາຍ ອອກເປັນບົດເລື່ອງຂອງວິດີໂອ ແລະ ກ້າວໄປເຖິງການສ້າງວິດີໂອສົ່ງເສີມບົດບາດຍິງ-ຊາຍ ໃນອະນາຄົດ ຊຶ່ງຄາດວ່າຈະສໍາເລັດໃນປີ2024ນີ້.
(ຂ່າວ-ພາບ:ແຜນງານບີຄວາ)