ພິທີມອບ-ຮັບ ທຶນຊ່ວຍເຫຼືອ ຈຳນວນ 932.600.000 ກີບ ຈາກບໍລິສັດ ນໍ້າເຫີນ-ຫີນບູນ ພາວເວີ ຈຳກັດ ໄດ້ຂຶ້ນເມື່ອບໍ່ດົນມານີ້ ທີ່ພະແນກສຶກສາທິການ ແລະ ກິລາແຂວງສາລະວັນ, ມອບໂດຍທ່ານ ຈີ່ຊົງ ຈື່ຫວ່າໄຊກິ ຜູ້ອຳນວຍການໃຫຍ່ ບໍລິສັດ ນ້ຳເທີນ-ຫີນບູນ ພຣາວເວີ ຈຳກັດ (THPC) ແລະ ຮັບໂດຍທ່ານ ສຸນີ ນາມມະບົວລີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສາລະວັນ ໂດຍມີ ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ, ມີຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ແລະ ເມືອງ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ຊຶ່ງທ່ານໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານ ປະທານບໍລິສັດ ນ້ຳເທີນ-ຫີນບູນ ຈຳກັດ (THPC)  ທີ່ໃຫ້ການຊ່ວຍເຫຼືອ, ສະໜັບສະໜູນທຶນຮອນເຂົ້າໃນການປັບປຸງລະບົບໄຟຟ້າ, ນໍ້າປະປາໃຫ້ແກ່ໂຮງຮຽນສາມັນກິນນອນຊົນເຜົ່າແຂວງສາລະວັນ ແລະ ຊ່ວຍໃນການຫ້າງຫາກະກຽມຄວາມພ້ອມຈັດງານມະຫາກຳກິລານັກຽນມັດທະຍົມ ຄັ້ງທີ VII ທີ່ແຂວງສາລະວັນເປັນເຈົ້າພາບ ຊຶ່ງເປັນການປະກອບສ່ວນສໍາຄັນຕໍ່ການພັດທະນາຂະແໜງການສຶກສາ ກໍຄືການພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນາເສດຖະກິດ-ສັງຄົມຂອງແຂວງສາລະວັນໃຫ້ດີຂຶ້ນ.
(ຂ່າວ: ລັດຕະນາ ແສງສຸວັນ)