ໃນອາທິດຜ່ານມານີ້ ຢູ່ທີໂຮງຮຽນ ມັດທະຍົມສຶກສາຖິ່ນຄໍາ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ມີພິທີມອບ-ຮັບເຄື່ອງກິລາ, ເງິນປະກອບສ່ວນສ້ອມແປງໂຮງຮຽນ ມສ ຖິ່ນຄໍາ, ມໍຕົ້ນຕານປ່ຽວ ແລະ ອຸປະຖໍາຂະບວນການແຂ່ງຂັນກິລາ-ສິລະປະຂອງເມືອງທຸລະຄົມ,  ຕາງໜ້າໃຫ້ ທ່ານ ຄໍາແສນ ໄວຍາກອນ ທີ່ຢູ່ປະເທດສະຫະລັດອາເມຣິກາ ຜູ້ໃຫ້ການຊ່ວຍເຫຼືອແມ່ນ ທ່ານ ບຸດສະດີ ໄຊຍະວົງ, ມີພາກສ່ວນກ່ຽວຂ້ອງເຂົ້່າຮ່ວມຢ່າງພ້ອມພຽງ.
    ເຄື່ອງທີ່ນໍາມາມອບໃນຄັ້ງນີ້, ປະກອບມີເຄື່ອງກິລາ ຈໍານວນ 36 ຊຸດ, ບານເຕາະ 5 ໜ່ວຍ ໃຫ້ແກ່ໂຮງຮຽນມັດທະຍົມສຶກສາ ກຸ່ມ 3 ມສ ຖິ່ນຄໍາ ມູນຄ່າ 14.860.000 ກີບ, ມອບເງິນຊຸກຍູ້ສ້ອມແປງອາຄານຮຽນ ມັດທະຍົມສຶກສາຖິ່ນຄໍາ 4 ລ້ານກີບ, ມໍຕົ້ນຕານປ່ຽວ 4 ລ້ານກີບ, ມອບເງິນໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ ຈໍານວນ 8 ລ້ານກີບ ເພື່ອນໍາໃຊ້ເຂົ້າໃນບັ້ນເປີດຂະບວນການແຂ່ງຂັນກິລາ-ສິລະປະນັກຮຽນ ປະຈໍາປີ 2024 ຂອງເມືອງ ລວມມູນຄ່າການຊ່ວຍເຫຼືອທັງໝົດ 30.860.000 ກີບ. 
    ໂອກາດນີ້, ທ່ານ ສົມເພັດ ລ້ວນສີພະຈັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງໄດ້ສະແດງຄວາມຂອບອົກຂອບໃຈຕໍ່ທ່ານທີ່ໃຫ້ການຊ່ວຍເຫຼືອ ແລະ ອວຍພອນໄຊ, ຝາກຄໍາຢື້ຢາມຖາມຂ່າວໄປຍັງຄອບຄົວ ທ່ານ ຄໍາແສນ ໄວຍາກອນ ທີ່ຢູ່ຕ່າງປະເທດ, ຜູ້ຕາງໜ້າມາມອບ ແລະ ຜູ້ເຂົ້າຮ່ວມ ຈົ່ງຢູ່ດີມີແຮງ, ມີຄວາມສຸກໃນຊີວິດສ່ວນຕົວ, ຄອບຄົວ, ສໍາເລັດທຸກໜ້າທີ່ວຽກງານ.
(ຂ່າວ: ເມືອງທຸລະຄົມ).