ພິທີເປີດງານແຂ່ງຂັນກິລາ ແລະ ສິລະປະວັນນະຄະດີນັກຮຽນ ທົ່ວເມືອງທຸລະຄົມ ແຂວງວຽງຈັນ ສົກປີ 2023-2024 ໄດ້ຈັດຂຶ້ນໃນວັນທີ 6 ກຸມພາ ຜ່ານມາ ຢູ່ທີ່ເດີ່ນຫ້ອງການສຶກສາທິການ ແລະ ກິລາ ເມືອງ, ເປັນກຽດເຂົ້າຮ່ວມມີທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງທຸລະຄົມ, ມີແຂກຖືກເຊີນ, ນ້ອງນັກຮຽນ, ນັກກິລາ, ນັກສິລະປະເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ,
 ໃນພິທີມີການເດີນສວນສະໜາມຂອງບັນດາກ້ອນກໍາລັງ, ບັນຍາຍກ້ອນກໍາລັງ, ລວມມີ 17 ຄະນະກ້ອນກໍາລັງ. 
    ທ່ານ ສົມເພັດ ລ້ວນສີພະຈັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ ຂຶ້ນຜ່ານບົດລາຍງານວາ: ຈຸດປະສົງຂອງການຈັດງານດັ່ງກ່າວ ເພື່ອສ້າງຂະບວນການຕ້ອນຮັບ ແລະ ຊົມເຊີຍກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຕິດພັນກັບການແຂ່ງຂັນ ຄັດເລືອກເອົານັກກິລາ-ສິລະປະ ເມື່ອບັນຈຸເປັນທີມຂອງເມືອງ ກຽມເຂົ້າຮ່ວມແຂ່ງຂັນຢູ່ຂັ້ນແຂວງ, ທັງເປັນການຝຶກຝົນສ້າງນັກກິລາ-ສິລະປະຮຸ່ນສືບທອດ, ຊຸກຍູ້ສົ່ງເສີມໃຫ້ນັກຮຽນຫັນມາຫຼີ້ນກິລາເພື່ອສຸຂະພາບ ຫ່າງໄກຈາກສິ່ງເສບຕິດ,ໃຊ້ເວລາໃຫ້ເປັນປະໂຫຍດ, ຮູ້ຈັກຟ້ອນ, ຂັບລໍາ, ຮ້ອງເພງ ຕາມເອກະລັກ ແລະ ວັດທະນະທໍາຂອງຊາດ.
ການແຂ່ງຂັນກິລາ-ສິລະປະຄັ້ງນີ້, ມີ 4 ຂັ້ນຮຽນເຂົ້າຮ່ວມເຊັ່ນ: ຂັ້ນອານຸບານ; ຂັ້ນປະຖົມ; ຂັ້ນມັດທະຍົມຕອນຕົ້ນ ແລະ ຂັ້ນມັດທະຍົມຕອນປາຍ. ການແຂ່ງຂັນກິລາມີ 2 ປະເພດ ຄື: ກິລາບານເຕະ ແລະ ກະຕໍ້ຫວາຍ, ສິລະປະມີ 2 ປະເພດ ມີຟ້ອນລວມໝູ່ ແລະ ຮ້ອງເພງ.
    (ຂ່າວ-ພາບ: ຫລ້າທໍ່ ປາຈ້າທໍ່)