ວັນທີ 8 ກຸມພາ ຜ່ານມາ ຢູ່ທີ່ໂຮງຮຽນມັດທະຍົມຕອນຕົ້ນມິດຕະພາບ ເມືອງໄຊຍະບູລີ ແຂວງ ໄຊຍະບູລີ ໄດ້ຈັດພິທີສອບເສັງແຂ່ງຂັນນັກຮຽນເກັ່ງສາຍສາມັນສຶກສາ ທົ່ວເມືອງ ປະຈຳສົກຮຽນ 2023-2024 ໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມບັດ ຈະເລີນມີໄຊ ປະທານແນວລາວສ້າງຊາດເມືອງ,ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຈັນທະວີ ວັນນະພາຜົນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງໄດ້ລາຍງານໃຫ້ຮູ້ວ່າ: ການແຂ່ງຂັນສອບເສັງນັກຮຽນເກັ່ງສາຍສາມັນສຶກສາທົ່ວເມືອງ ປະຈຳສົກຮຽນ 2023- 2024 ແມ່ນເພື່ອເປັນການສ້າງໂອກາດໃຫ້ນ້ອງນັກຮຽນ ແລະ ຄູ-ອາຈານ ໄດ້ສະແດງອອກທາງດ້ານຄວາມຮູ້ຄວາມສາມາດ, ພອນສະຫວັນ ແລະ ຫົວຄິດປະດິດສ້າງຂອງຕົນເອງ, ທັງເປັນການເປີດໂອກາດໃຫ້ ຄູອາຈານ-ນ້ອງນັກຮຽນເກັ່ງ ແຕ່ລະໂຮງຮຽນ ໄດ້ພົບປະແລກປ່ຽນບົດຮຽນທາງດ້ານປະສົບການ, ດ້ານການສຶກສາຮໍ່າຮຽນ ລະຫວ່າງກຸ່ມໂຮງຮຽນ ແລະ ໂຮງຮຽນແຕ່ລະແຫ່ງ. ການສອບເສັງຄັ້ງນີ້, ມີຕົວແທນນັກຮຽນເກັ່ງຈາກກຸ່ມໂຮງຮຽນປະຖົມ 13 ກຸ່ມ ແລະ ມັດທະຍົມສືກສາ 4 ກຸ່ມ, ມີທັງໝົດ 11 ຫ້ອງສອບເສັງ. ໃນນີ້,ຊັ້ນປະຖົມມີ 3 ຫ້ອງສອບເສັງ, ມັດທະຍົມຕອນຕົ້ນມີ 4 ຫ້ອງສອບເສັງ ແລະ ມັດທະຍົມຕອນປາຍ 4 ຫ້ອງສອບເສັງ. ໃນນີ້, ຊັ້ນປະຖົມຂັ້ນ ປ.5 ຈຳນວນ 39 ນ້ອງ ຍິງ25 ນ້ອງ, ຊັ້ນມັດທະຍົມສຶກສາຕອນຕົ້ນຂັ້ນ ມ.4 ຈໍານວນ 64 ນ້ອງ ຍິງ37 ນ້ອງ (ສຳມະເນນ 2 ອົງ), ຊັ້ນມັດທະຍົມສຶກສາຕອນປາຍ ຂັ້ນ ມ.7 ຈຳນວນ 52 ນ້ອງ ຍິງ 29 ນ້ອງ (ສຳມະເນນ 5 ອົງ). ຊັ້ນປະຖົມມີ 3 ວິຊາຄື: ວິຊາພາສາລາວ, ວິຊາຄະນິດສາດ, ວິຊາວິທະຍາສາດ ແລະ ສີ່ງແວດລ້ອມ, ຊັ້ນມັດທະຍົມຕອນຕົ້ນ ແລະ ຊັ້ນມັດທະຍົມຕອນປາຍມີ 4 ວິຊາຄື: ວິຊາພາສາລາວ - ວັນນະຄະດີ, ວິຊາຄະນິດສາດ, ວິຊາເຄມີສາດແລະ ວິຊາຟີຊິກສາດ, ຜ່ານການສອບເສັງອັນດັບທີ 1 ຂັ້ນ ປ.5: ວິຊາພາສາລາວ ໄດ້ແກ່ນາງ ທິບມົນທາ ດວງດີ ຈາກໂຮງຮຽນປະຖົມ ໄຊຍະບູລີ, ວິຊາຄະນິດສາດ ໄດ້ແກ່ ນາງ ລີຕາ ພັນທະວົງ ຈາກໂຮງຮຽນປະຖົມ ໄຊຍະບູລີ, ວິຊາວິທະຍາສາດ-ສີ່ງແວດລ້ອມໄດ້ແກ່ ນາງ ເມລິສາ ໄຊຍະເດດ ຈາກໂຮງຮຽນປະຖົມ ໄຊຍະບູລີ, ອັນດັບທີ 1 ຂັ້ນ ມ.4: ວິຊາພາສາລາວ-ວັນນະຄະດີ ໄດ້ແກ່ ນາງ ທິບນະທາ ທອງສະຫວັນ ມາຈາກໂຮງຮຽນ ມໍຕົ້ນມິດຕະພາບ, ຄະນິດສາດໄດ້ແກ່ ນາງ ເມສາທິບ ດວງເງີນ ຈາກໂຮງຮຽນ ມສ ໄຊຍະບູລີ, ຟີຊິກສາດ ໄດ້ແກ່ ສໍາມະເນນ ພູສະຫວັນ ມິ່ງບູບຜາ ຈາກໂຮງຮຽນ ມສ ສົງໄຊຍະບູລີ, ວິຊາເຄມີສາດ ໄດ້ແກ່ ທ້າວ ວັນກ້າ ເຊົາຢາງ ມາຈາກໂຮງຮຽນ ມສ ນາຕາກ ແລະ ອັນດັບທີ 1 ຂັ້ນ ມ.7: ວິຊາພາສາລາວ-ວັນນະຄະດີ ໄດ້ແກ່ສຳມະເນນ ນຸພາບ ວິໄລວັນ ຈາກໂຮງຮຽນ ມສ ສົງ, ຄະນິດສາດ ໄດ້ແກ່ ທ້າວ ເພັດ ບຸນຍາວົງ ຈາກໂຮງຮຽນ ມສ ໄຊຍະບູລີ, ຟີຊິກສາດໄດ້ແກ່ ນາງ ນາລີ ຈາງ ຈາກ ໂຮງຮຽນ ມສ ໄຊຍະບູລີ ແລະ ວິຊາເຄມີສາດ ໄດ້ແກ່ ນາງ ລີຕາ ເຮີ ຈາກໂຮງຮຽນ ມສ ໄຊຍະບູລີ. ນັກຮຽນເກັ່ງທີ່ໄດ້ອັນດັບທີ 1-2 ຈຳນວນ 22 ນ້ອງແມ່ນຈະໄດ້ເປັນຕົວແທນນັກຮຽນເກັ່ງຂອງເມືອງເຂົ້າຮ່ວມການສອບເສັງນັກຮຽນເກັ່ງຢູ່ຂັ້ນແຂວງ ທີ່ຈະໄດ້ຈັດຂຶ້ນໃນມໍ່ໆນີ້
(ພາບ - ຂ່າວ: ໂດຍ:ສົມພົງ ສີສະຫວັດ)