ບັນດາຄາດໝາຍດ້ານວັດທະນະທໍາທີ່ຕ້ອງສູ້ຊົນໃຫ້ບັນລຸຕາມການຮັບຮອງຂອງກອງປະຊຸມສະພາແຫ່ງຊາດໃນປີ 2024ນີ້ ມີຫຼາຍຂະແໜງ ຊຶ່ງໃນນັ້ນຄາດໝາຍຂະແໜງການສຶກສາ ແລະ ກິລາ ໄດ້ຖືກຮັບຮອງມີ 16 ຄາດໝາຍ ໂດຍໄດ້ລະບຸເອກະສານຊ້ອນທ້າຍ ໃນມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງບົດລາຍງານຂອງລັດຖະບານ ກ່ຽວກັບການສະຫຼຸບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ກາງສະໄໝ 5 ປີ ຄັ້ງທີ IX (2021-2025), ທິດທາງແຜນການພັດທະນາເສດຖະກິດ-ສັງຄົມ ທ້າຍສະໄໝ ຮອດປີ 2025, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2023 ແລະ ແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2024.
ບັນດາຄາດໝາຍຂະແໜງການສຶກສາທິການ ແລະ ກິລາ ທີ່ໄດ້ຖືກຮັບຮອງ ເພື່ອສູ້ຊົນໃຫ້ບັນລຸປະກອບມີ: ອັດຕາເຂົ້າຮຽນຂອງເດັກ 5 ປີ ໃນຊັ້ນການສຶກສາກ່ອນໄວຮຽນ ສະເລ່ຍໃນທົ່ວປະເທດໃຫ້ບັນລຸໄດ້ 82% ຂຶ້ນໄປ; ອັດຕານັກຮຽນເຂົ້າໃໝ່ ປ.1 ທຽບໃສ່ເດັກ 6 ປີໃຫ້ບັນລຸໄດ້ 98% ຂຶ້ນໄປ; ອັດຕາເຂົ້າຮຽນໃໝ່ລວມ ປ.5 ໃຫ້ບັນລຸໄດ້ 97% ຂຶ້ນໄປ; ອັດຕາປະລະການຮຽນຂອງນັກຮຽນ ປ.1 ບໍ່ໃຫ້ເກີນ 4,4%; ອັດຕາປະລະການຮຽນຂອງນັກຮຽນຊັ້ນປະຖົມ ບໍ່ໃຫ້ເກີນ 4,2%;ອັດຕາຈົບຊັ້ນປະຖົມສຶກສາ ໃຫ້ບັນລຸໄດ້ 93,5%; ອັດຕາການເລື່ອນຊັ້ນ ປ.5 ຂຶ້ນ ມ.1 ທຽບໃສ່ນັກຮຽນຕົ້ນປີ ໃຫ້ບັນລຸ 85% ຂຶ້ນໄປ; ດັດຊະນີຄວາມສະເໝີພາບຍິງ-ຊາຍ ອັດຕາເລື່ອນຊັ້ນ ປ.5 ຂຶ້ນ ມ.1 ໃຫ້ບັນລຸໄດ້ລະຫວ່າງ 0,97-1,03%; ອັດຕາເຂົ້າຮຽນໃໝ່ລວມ ຊັ້ນ ມ.4 ໃຫ້ບັນລຸ 66,5% ຂຶ້ນໄປ; ອັດຕາປະລະການຮຽນຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນ ບໍ່ໃຫ້ເກີນ 11%;ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນ ໃຫ້ໄດ້ບໍາລຸງຜ່ານການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບໃຫ້ບັນລຸໄດ້ຫຼາຍກວ່າ 25.000 ຄົນ; ຄູຊັ້ນປະຖົມ ແລະ ມັດທະຍົມສຶກສາ ໃຫ້ໄດ້ຮັບການຝຶກອົບຮົມ ບໍ່ໃຫ້ຫຼຸດ 10% ຂອງຈໍານວນຄູທັງໝົດ.
ພ້ອມນີ້, ກໍມີຄາດໝາຍໃນການສົ່ງເສີມໃຫ້ນັກສຶກສາທີ່ສະໝັກເຂົ້າຮຽນຢູ່ມະຫາວິທະຍາໄລ ແລະ ສະຖານການສຶກສາຊັ້ນສູງຕ່າງໆ ໄດ້ເຂົ້າຮຽນໃນສາຍວິທະຍາສາດທໍາມະຊາດ, ເຕັກໂນໂລຊີ, ວິສະວະກໍາ ແລະ ຄະນິດສາດ ໃຫ້ໄດ້ຫຼາຍກວ່າ2.500 ຄົນ;ສູ້ຊົນໃຫ້ນັກຮຽນທີ່ຈົບຊັ້ນມັດທະຍົມຕອນຕົ້ນ ໄດ້ເຂົ້າຮຽນຕໍ່ໃນສາຍອາຊີວະສຶກສາ ແລະ ອົບຮົມວິຊາຊີບ ໃຫ້ບັນລຸ 2%;ສົ່ງເສີມມວນຊົນທຸກເພດ, ທຸກໄວ ເຂົ້າຮ່ວມການຫັດກາຍຍະບໍລິຫານ, ການອອກກໍາລັງກາຍ ແລະ ການຫຼິ້ນກິລາກາຍຍະກໍາ ໃຫ້ບັນລຸໄດ້ 44% ຂອງພົນລະເມືອງລາວ;ຊຸກຍູ້ ແລະ ສົ່ງເສີມການຄົ້ນຄວ້າວິທະຍາສາດ ໃຫ້ສໍາເລັດ ບໍ່ໃຫ້ຫຼຸດ 40 ຫົວຂໍ້.
(ຂ່າວ: ສຸກສະຫວັນ)